ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາ ການລົງທຶນປູກຖົ່ວເຫຼືອງ ເປັນສິນຄ້າຢູ່ເມືອງແກ່ນທ້າວ

Feb 25, 2025

ໃນວັນທີ 24 ກຸມພາ 2025, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ເຊັນສັນຍາ ການລົງທຶນປູກພືດລະດູແລ້ງ (ໝາກຖົ່ວເຫຼືອງ) ເປັນສິນຄ້າ ສົກປີ 2024-2025 ລະຫວ່າງ ທ່ານ ໂອລາ ໄພວົງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ກັບ ທ່ານ ປະສິດ ຖະໜອມສຸກ ໃນນາມບໍລິສັດ ວຽງແກ້ວ ພັດທະນາ ແລະ ສົ່ງເສີມກະສິກໍາ ຂາອອກ-ຂາເຂົ້າ ຈໍາກັດ. ໂດຍຊ່ອງໜ້າທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ, ມີຄະນະຮັບຜິດຊອບຄຸ້ມຄອງການປູກພືດເປັນສິນຄ້າ ແລະ ຕາງໜ້າບໍລິສັດ ເຂົ້າຮ່ວມ.
ສັນຍາ ການລົງທຶນປູກຖົ່ວເຫຼືອງ ເປັນສິນຄ້າ ສົກປີ 2024-2025 ມີຈຸດປະສົງ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ດ້ານກະສິກໍາ ໃນການຜະລິດເປັນສິນຄ້າເພື່ອສົ່ງອອກ, ເພື່ອເຮັດໃຫ້ປະຊາຊົນໄດ້ມີວຽກເຮັດງານທໍາ, ມີລາຍຮັບ, ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ແລະ ເຊົ່າດິນນາຂອງປະຊາຊົນ ຢູ່ຂອບເຂດບ້ານຈອມແກ້ວ ເນື້ອທີ່ທັງໝົດ 72.44 ເຮັກຕາ ປູກພືດລະດູແລ້ງ (ໝາກຖົ່ວເຫຼືອງ) ເພື່ອສົ່ງຜົນຜະລິດອອກໄປ ສປ ຈີນ. ການມອບທຶນພັດທະນາ 1,500,000 ກີບ/ເຮັກຕາ/ປີ (1 ລະດູການ) ລວມເປັນເງິນທັງໝົດ 108,660,000 ກີບຕໍ່ປີ. ໃນນີ້, ບ້ວງແຂວງ 50%, ເມືອງ 24%, ບ້ານ 13% ແລະ ບ້ວງວິຊາການ 13%. ກໍານົດເວລາຂອງສັນຍາ 4 ເດືອນ ເລີ່ມແຕ່ເດືອນ ທັນວາ 2024 ຫາ ເດືອນ ເມສາ 2025.
ຂ່າວ: ແກ່ນທ້າວ