ວັນທີ 6 ທັນວາ 2024 ໄດ້ມີພິທີເຊັນສັນຍາຊື້-ຂາຍ ເຂົ້າ ເປືອກ ລະຫວ່າງ ບໍລິສັດ ຈຳປາຫອມການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ກັບສອງບໍລິສັດຢູ່ເມືອງໄຊເຊດຖາ ແລະ ເມືອງສະໜາມໄຊ. ພິທີດັ່ງກ່າວໄດ້ມີຂຶ້ນທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ອັດຕະປື ໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື.
ການເຊັນສັນຍາຊື້-ຂາຍເຂົ້າເປືອກສະໜອງໃຫ້ບໍລິສັດຈຳປາຫອມ ຄັ້ງນີ້ ລວມມີປະເພດເຂົ້າຈ້າວຫອມມະລິ ແລະ ເຂົ້າໜຽວຫອມທ່າດອກຄຳ ເຊິ່ງຢູ່ແຂວງ ອັດຕະປື ແມ່ນມີ 2 ບໍລິ ສັດເກັບຊື້ ຄື: ບໍລິສັດ ພັດຊານຳໂຊກ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ມີສຳນັກງານຕັ້ງຢູ່ ບ້ານ ຫາດຊາວຂາວ ເມືອງໄຊເຊດຖາ ແລະ ວິສະກາກິດສ່ວນບຸກຄົນ ທ່ານ ນວນສະຫວັນ ເກັບຊື້-ຂາຍເຂົ້າ ແລະ ຜົນຜະລິດກະສິກຳ, ສຳນັກງານຕັ້ງຢູ່ ຖະໜົນ 18A ບ້ານມິດສຳພັນ ເມືອງສະໜາມໄຊ ແລະ ມີອົງການຈັດຕັ້ງຈາກ ພາກລັດ ລົງນາມສັນຍາຮ່ວມ ຄື ພະແນກອຸດສາຫະກຳ ແລະ ການຄ້າ ແລະ ພະແນກກະສິກຳ-ປ່າໄມ້.
ການເຊັນສັນຍາຊື້-ຂາຍ ເຂົ້າເປືອກຢູ່ແຂວງອັດຕະປື ຖືເປັນອີກໜຶ່ງໂຄງປະກອບເສດຖະກິດຜະລິດເຂົ້າເປັນສິນຄ້າສາມາດສ້າງລາຍຮັບເຂົ້າສູ່ຄອບຄົວປະຊາຊົນ, ມີຈຸດປະສົງ-ເປົ້າໝາຍລະຫວ່າງຝ່າຍບໍລິສັດ ແລະ ພາກລັດ ໄດ້ມີຄວາມເປັນເອກະພາບໂດຍເລັງໃສ່ການຜະລິດກະສິກຳເປັນພື້ນຖານ ເພື່ອສົ່ງເສີມກຸ່ມຊາວນາຜະລິດເຂົ້າຢູ່ແຂວງອັດຕະປື ໃຫ້ມີຄຸນນະພາບດີ ແລະ ສາມາດເປັນສິນຄ້າ ສະໜອງໃຫ້ບໍລິສັດຈຳປາຫອມ ການຄ້າຂາ ອອກ-ຂາເຂົ້າ ນະຄອນຫລວງວຽງຈັນ ເພື່ອແປຮູບສົ່ງອອກຈຳໜ່າຍຕອບສະໜອງຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ.
ຂ່າວ: ໄພບູນ





