ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາ ປັບປຸງ ແລະ ສ້ອມແປງເສັ້ນທາງເທສະບານເມືອງໄຊ ແລະ ນາໝໍ້

Mar 26, 2025

ພິທີເຊັນສັນຍາ ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເທສະບານເມືອງໄຊ ຈຳນວນ 7 ເສັ້ນ ແລະ ໂຄງການສ້ອມແປງເສັ້ນທາງເຂດຊົນນະບົດ 3 ເສັ້ນ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຈັດຂຶ້ນໃນວັນທີ 25 ມີນາ 2025 ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງອຸດົມໄຊ ຕາງໜ້າລົງນາມຄັ້ງນີ້ໂດຍທ່ານ ຄຳແສງ ອາລີ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງອຸດົມໄຊ ກັບ ທ່ານ ສົມໝາຍ ບຸຜາພີ ອຳນວຍການ ບໍລິສັດ ສົມປະສົງ ກໍ່ສ້າງເຄຫາ, ຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ແລະ ທ່ານ ນຸພອນ ຈິດນາລີ ອໍານວຍການ ບໍລິສັດ ອູດີດີ ກຣຸບ ແລະ ນໍາເຂົ້າ – ສົ່ງອອກຈຳກັດຜູ້ດຽວ, ມີທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້້າແຂວງໆອຸດົມໄຊ ພ້ອມດ້ວຍພາກສວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຈັນເພັງ ມະນີວັນ ຮັກສາການ ຫົວໜ້າຂະແໜງຂົວທາງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເທສະບານ ເມືອງໄຊ ຈຳນວນ 7 ເສັ້ນຄື: ເສັ້ນທາງເລກທີ 1983 ເລີ່ມຈາກສາມແຍກໂຮງແຮມສຸລິນພອນ ຫາສາມແຍກໂຮງຮຽນວິຊາຊີບ, ເສັ້ນທາງເລກທີ 1966 ເລີ່ມຈາກສີ່ແຍກຫລັກສູນ ຫາ ປໍ້ານໍ້າມັນພູໄຊເກົ່າ (ອ້ອມພູທາດ), ເສັ້ນທາງເລກທີ 1956 ເລີ່ມຈາກສາມແຍກທະຫານແຂວງ ຫາທາງເບຕົງສີ່ແຍກບ້ານຖີ່ນ, ເສັ້ນທາງເລກທີ 1914 ເລີ່ມຈາກສີ່ແຍກວົງວຽນສະໂມສອນແຂວງ ຫາ ສາມແຍກປໍ້ານໍ້າມັນສົມຈິດ, ເສັ້ນທາງເລກທີ 1964 ເລີ່ມຈາກສີ່ແຍກຮ້ານອາຫານທູເຟຣນ ຫາ ສີ່ແຍກສານປະຊາຊົນແຂວງ (ອ້ອມຕະຫລາດໜອງແມງດາ), ເສັ້ນທາງເລກທີ 1901 ເລີ່ມຈາກສົ້ນຂົວຫ້ວຍຍິ້ມ ຫາ ຫໍພັກທະນາຄານກາງ ບ້ານດອນໄຊ ແລະ ເສັ້ນທາງເລກທີ 1963 ເລີ່ມຈາກສີ່ແຍກຫລັກສູນ ຫາ ສີ່ແຍກວົງວຽນສະໂມສອນແຂວງ ໃຫ້ດຳເນີນການເຄື່ອນໄຫວກິດຈະກຳຕ່າງໆພາຍໃຕ້ກົດໝາຍ, ລະບຽບການ ແລະ ຂໍ້ກໍານົດຂອງ ສປປ ລາວ ທຸກປະການ ໂດຍເລີ່ມປະຕິບັດໃນເດືອນ ມີນາ 2025 ເຖິງ10 ກັນຍາ 2026 ໃນມູນຄ່າ 66,69 ຕື້ກວ່າ ກີບ ໂດຍແມ່ນ ບໍລິສັດ ສົມປະສົງ ກໍ່ສ້າງເຄຫາ, ຂົວທາງ ແລະ ຊົນລະ ປະທານ ຈຳກັດຜູ້ດຽວ ເປັນຜູ້ຮັບການປັບປຸງ ຟື້ນຟູ, ສ້ອມ ແປງ ບັນດາເສັ້ນທາງດັ່ງກ່າວ.
ສຳລັບໂຄງການສ້ອມແປງເສັ້ນທາງເຂດຊົນນະບົດ 3 ເສັ້ນ ຢູ່ເມືອງນາໝໍ້ ໃນນີ້, ເສັ້ນທາງເລກທີ 1805 ບ້ານຫ້ວຍອ່ອນ ຫາ ບ້ານສົບຈະເລັງ, ເສັ້ນທາງເລກທີ 2015 ແຕ່ ກມ 640/13N ຫາບ້ານປາງທອງ – ບ້ານຫ້ວຍຊ່າງ ແລະ ເສັ້ນທາງເລກທີ 2111 ແຕ່ ກມ 636+700/13N ຫາ ບ້ານນໍ້າມຸດ ເມືອງນາໝໍ້ ໃຫ້ດຳເນີນການເຄື່ອນໄຫວກິດຈະກຳຕ່າງໆ ພາຍໃຕ້ກົດໝາຍ, ລະບຽບການ ແລະ ຂໍ້ກຳນົດຂອງ ສປປ ລາວ ທຸກປະການ ໂດຍເລີ່ມປະຕິບັດ ໃນເດືອນ ມີນາ 2025 ເຖິງ ວັນທີ 10 ກັນຍາ 2026 ໃຫ້ສຳເລັດ ໃນມູນຄ່າ 6,92 ຕື້ກວ່າກີບ ໂດຍແມ່ນ ບໍລິສັດ ອູດີດີ ກຣຸບ ແລະ ນໍາເຂົ້າ-ສົ່ງອອກ ຈຳກັດຜູ້ດຽວເປັນຜູ້ຮັບການ ປັບປຸງ ຟື້ນຟູ, ສ້ອມແປງເສັ້ນທາງດັ່ງກ່າວ.
ຂ່າວ: ຄຳພັນ ແກ້ວມະນີ