ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາ ສໍາປະທານ ໂຄງການແຫຼ່ງທ່ອງທ່ຽວອຸທະຍານນໍ້າຕົກຕາດແຊ

May 13, 2024

ວັນທີ​ 10 ພຶດສະພາ 2024​,​ ແຂວງຈຳປາສັກ ຈັດພິທີເຊັນສັນຍາສໍາປະທານ (CA) ໂຄງການແຫຼ່ງທ່ອງທ່ຽວອຸທະຍານນໍ້າ ຕົກຕາດແຊ ທ້າວບາຈຽງ ​ເນື້ອທີ່ 14 ເຮັກຕາ, 247 ຕາແມັດ ບ້ານຫົວແຊ ເມືອງບາຈຽງຈະເລີນສຸກ, ແຂວງຈໍາປາສັກ ລະຫວ່າງ​ ອົງການປົກຄອງແຂວງຈຳປາສັກ ກັບ ບໍລິສັດ ຫົງຄໍາຂຸດຄົ້ນແຮ່- ຊາຍ ຈໍາກັດຜູ້ດຽວ.
ພິທີຈັດຂຶ້ນຢູ່ພະແນກ​ແຜນການ​ ແລະ​ ການລົງທຶນ​ແຂວງ​ ໂດຍການໃຫ້ກຽດເຂົ້າຮ່ວມຂອງ​ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຈໍາປາສັກ, ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງຈໍາປາສັກ.
ສັນຍາສຳປະທານປະກອບດ້ວຍ 20 ມາດຕາ, ອາຍຸການລົງ ທຶນ 45 ປີ, ມູນຄ່າການ ລົງທຶນທັງໝົດ 3,546,460 ໂດລາສະຫະລັດ, ເນື້ອທີ່ດິນສໍາປະທານ 14 ເຮັກຕາ 247 ຕາແມັດ, ແບ່ງອອກເປັນ 3 ເຂດຄື:
ເຂດທີ 01: ເນື້ອທີ່ດິນສໍາປະທານ ພື້ນທີ່ເຂດອະນຸລັກ ພັດທະນາເປັນເຂດສີຂຽວ ເປັນຈຸດອະນຸລັກ ປ່າໄມ້ນາໆພັນ, ເຂດປ່າປ້ອງກັນ, ເຂດປູກປ່າໄມ້ທົດແທນ ແລະ ອື່ນໆ ມີເນື້ອທີ່ດິນ 64.854 ຕາແມັດ.
ເຂດທີ 02: ເນື້ອທີ່ດິນາສໍາປະທານ ພື້ນທີ່ດິນບໍລິເວນນໍ້າຕົກຕາດ, ບໍລິເວນນໍ້າຫ້ວຍຍາງ: ມີເນື້ອທີ່ດິນທັງໝົດ ຈຳນວນ 30.179 ຕາແມັດ.
ເຂດທີ 03: ເນື້ອທີ່ດິນສໍາປະທານ ພື້ນທີ່ພັດທະນາທ່ອງທ່ຽວ. ມີເນື້ອທີ່ດິນທັງໝົດ ຈໍານວນ 44,967 ຕາແມັດ
ທີ່ມາ: ເກດສະໜາ