ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ທາງຮ່ອມ ເມືອງຕົ້ນເຜິ້ງ, ທາງຊອຍເທດສະບານເມືອງເມິງ ແຂວງບໍ່ແກ້ວ.

Mar 21, 2025

ພິທີ ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງ ເບຕົງເສີມເຫຼັກ ທາງຮ່ອມ C1- C6, ມີໄລຍະທາງ ກວ້າງ 6 ແມັດ,ຍາວ 2.586 ແມັດ ເມືອງຕົ້ນເຜິ້ງ ກັບບໍລິສັດ ສົມວັນ ຈະເລີນ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ແລະ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ທາງຮ່ອມ A1-A12,ມີໄລຍະທາງກວ້າງ 6 ແມັດ, ຍາວ 2.936 ແມັດ, ເທດສະບານເມືອງເມິງ ແຂວງບໍ່ແກ້ວ ກັບບໍລິສັດ ແກ້ວຈະເລີນກໍ່ສ້າງ ສ້ອມແປງຊົນລະປະທານ, ຂົວທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 20 ມີນາ 2025 ນິ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ບໍ່ແກ້ວ.
ທ່ານ ພອນໄຊ ຈັນທະລິດ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງບໍ່ແກ້ວ ເລກທີ 297 ແລະ ເລກທີ 301/ຈຂ,ບກ ວ່າດ້ວຍການເຫັນດີຮັບຮອງເອົາ ບໍລິສັດ ສົມວັນ ຈະເລີນ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ເປັນຜູ້ຊະນະການປະມູນ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ທາງຮ່ອມ C1- C6, ມີໄລຍະທາງ ກວ້າງ 6 ແມັດ,ຍາວ 2.586 ແມັດ, ເມືອງຕົ້ນເຜິ້ງ ໄລຍະເວລາການປະຕິບັດໜ້າວຽກແມ່ນ 18 ເດືອນ,ໃນມູນຄ່າ 33 ກວ່າຕື້ ກີບ ແລະ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ທາງຮ່ອມ A1-A12,ມີໄລຍະທາງກວ້າງ 6 ແມັດ,ຍາວ 2.936 ແມັດ ເທດສະບານເມືອງເມິງ ບໍລິສັດບໍລິສັດ ແກ້ວຈະເລີນກໍ່ສ້າງ ສ້ອມແປງຊົນລະປະທານ, ຂົວທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວເປັນຜູ້ຊະນະການປະມູນ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ທາງຮ່ອມ ໄລຍະເວລາການປະຕິບັດໜ້າວຽກແມ່ນ 18 ເດືອນ, ໃນມູນຄ່າ 38 ກວ່າຕື້ ກີບ ແມ່ນໄດ້ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ສົມທົບກັບ ພະແນກການທີ່ກ່ຽວຂ້ອງ ເຊັນສັນຍາຮ່ວມກັບ ບໍລິສັດ ທີ່ຊະນະການປະມູນຮັບເໝົາກໍ່ສ້າງ.
ທັງສອງໂຄງການ ຕາມແຜນການລົງທຶນຂອງລັດໃນສົກປີ 2025 ແລະ ຕາງໜ້າອົງການປົກຄອງແຂວງບໍ່ແກ້ວ ເຊັນສັນຍາ ແມ່ນ ທ່ານ ວົງເພັດ ສຸຂະວົງ ຫົວ ໜ້າ ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ ຮ່ວມກັບ ທ່ານ ສົມວັນ ຈະເລີນ ປະທານ ບໍລິສັດ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ, ທ່ານ ແກ້ວຈະເລີນ ປະທານ ບໍລິສັດກໍ່ສ້າງ ສ້ອມແປງຊົນລະປະທານ, ຂົວທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ແລະ ບັນດາທ່ານແຂກພາກສ່ວນກ່ຽວຂ້ອງ ຂອງແຂວງ ແລະ ເມືອງ.
ພາບ- ຂ່າວ: ເງິນຫຼົງ ຈິດພູວົງ.