ພິທີເຊັນສັນຍາໂຄງການຂຸດຄົ້ນຫີນກໍ່ ສ້າງ ຢູ່ເຂດບ້ານນ້ຳແດງ (ຈຸດໃຕ້) ເມືອງຫລວງນ້ຳທາ ຈັດຂຶ້ນໃນວັນທີ 5 ພະຈິກ 2024, ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ວິສາຫະກິດສ່ວນບຸກຄົນ ເຕົາດີນຈີ່ທັນສະໄໝເຄເຊັງ ໂດຍມີ ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງຫລວງນ້ຳທາ, ຜູ້ຊີ້ນຳຂົງເຂດເສດຖະກິດ, ທ່ານ ຫລ້າປະເສີດ ສີປະເສີດ ເຈົ້າເມືອງຫລວງນໍ້າທາ, ທ່ານ ຢານຈຽນໂກວ ອຳນວຍການວິສາຫະກິດສ່ວນບຸກຄົນເຕົາດິນຈີ່ທັນສະໄໝເຄເຊັງ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ ພະແນກແຜນການ ແລະ ການລົງທຶນແຂວງເ ຊັນສັນຍາ ແລະ ອອກໃບອະນຸຍາດ ລົງທຶນໂຄງການສຳປະທານຂຸດຄົ້ນຫີນຜາ (ຫີນແຂງ) ເພື່ອປ້ອນໂຮງງານຜະລິດເປັນຫີນຂົບຢູ່ບ້ານນໍ້າແດງ (ຈຸດໃຕ້) ເມືອງຫລວງນໍ້າທາ ຂອງວິສາຫະກິດສ່ວນບຸກຄົນ ເຕົາດິນຈີ່ທັນສະໄໝເຄເຊັງ ໃນເນື້ອທີ່ 4 ເຮັກຕາ ເຊິ່ງມີອາຍຸສັນຍາ 5 ປີ, ໄດ້ເຮັດສັນຍາສຳປະທານເນື້ອທີ່ດິນ ໃຫ້ສອດຄ່ອງ, ຮັດກຸມ ແລະ ຖືກຕ້ອງຕາມກົດໝາຍ, ລະບຽບການ ຂອງ ສປປ ລາວ, ໃຫ້ວິສາຫະກິດສ່ວນບຸກຄົນເຕົາດິນຈີ່ທັນ ສະ ໄໝເຄເຊັງ ມອບເງິນຄໍ້າປະກັນສັນຍາຈຳນວນ 10.000 ໂດລາສະຫະລັດ ກ່ອນການເຊັນສັນຍາ.
ໂອກາດນີ້, ທ່ານ ຢານຈຽນໂກວ ອຳນວຍການວິສາຫະກິດສ່ວນບຸກຄົນເຕົາດິນຈີ່ທັນສະໄໝ ເຄເຊັງ ຍັງໄດ້ມອບເງິນປະກອບສ່ວນພັດທະນາແຂວງຫລວງນ້ຳທາ ຈຳນວນ 150 ລ້ານກີບ ຕື່ມອີກ.
ຂ່າວ: ມຸນຕີ





