ວັນທີ 22 ພະຈິກ 2024, ພິທີເຊັນ ບົດບັນທຶກຄວາມເຂົ້າໃຈ ຫລື MOU ໂຄງການສົ່ງເສີມການປູກ ແລະ ອະນຸລັກເຄື່ອງປ່າຂອງດົງ 7 ບ້ານ ເປົ້າໝາຍເຂດຫ່າງໄກສອກຫຼີກຂອງເມືອງຜາອຸດົມ, ແຂວງບໍ່ແກ້ວ.
ຮ່ວມລົງນາມໃນຄັ້ງນີ້ ແມ່ນ ທ່ານ ສີບຸນເຮືອງ ພັນທຸລັກ ຫົວໜ້າພະແນກກະສິກໍາແລະປ່າໄມ້ແຂວງ ແລະທ່ານ ນາງ ພອນໄຊ ມະນີວົງໄຊ ປະທານສະມາຄົມສົ່ງເສີມຄວາມຮູ້ ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ.
ໂຄງການດັ່ງກ່າວ ເປັນໂຄງການທີ່ລະດົມທຶນຊ່ວຍເຫຼືອໂດຍ ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ (CAMKID), ເປັນໂຄງການໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດຊົນ ນະບົດຢູ່ໃນ 7 ບ້ານເປົ້າໝາຍ ຂອງເມືອງຜາອຸດົມ ໃນມູນຄ່າ 188,350 ສະຫວິດແຟຣງ ເປັນ ທຶນຊ່ວຍເຫຼືອຂອງອົງການ (Fastenaktion) ປະເທດ ສະວິສເຊີແລນ, ມີໄລຍະເວລາຈັດຕັ້ງປະຕິບັດ 3 ປີ ແຕ່ປີ 2024-2026.
ຈຸດປະສົງຂອງໂຄງການແມ່ນ ເພື່ອອະນຸລັກຮັກສາເຄື່ອງປ່າຂອງດົງແບບຢືນຍົງ, ສະໜັບສະໜູນຊຸມຊົນທຸກຍາກຫັນປ່ຽນມາປູກພືດທຳມະຊາດແບບຄົງທີ່, ຢຸດຕິການຖາງປ່າເຮັດໄຮ່ແບບ ເລື່ອນລອຍ ເພື່ອສ້າງອາຊີບ ແລະ ລາຍຮັບທີ່ໝັ້ນຄົງເຂົ້າໃນຄອບຄົວ; ມີ 3 ກິດຈະກຳຫຼັກຄື: ສົ່ງເສີມ ການຜະລິດກະສິກຳ (ການປູກ-ການລ້ຽງ) ເພື່ອສ້າງລາຍຮັບຄົງທີ່ໃຫ້ໄດ້ໂດຍພື້ນຖານ; ເພື່ອຄຸ້ມຄອງເຄື່ອງປ່າຂອງດົງຢູ່ບ້ານເປົ້າໝາຍໃຫ້ໄປຕາມທິດສີຂຽວ ແລະ ຢືນຍົງ; ເພື່ອເສີມສ້າງຄວາມອາດສາມາດໃຫ້ກຸ່ມເປົ້າໝາຍ ແລະ ຍົກສູງບົດບາດຍິງ-ຊາຍ ເພື່ອປະກອບສ່ວນໃນການບໍລິ ຫານກອງທຶນ ແລະ ນໍາພາແມ່ຍິງ ຂັ້ນບ້ານ ຕິດພັນກັບຂໍ້ແຂງຂັນ 3 ດີ 6 ຮັກສາ.
ໂຄງການດັ່ງກ່າວ ເຫັນວ່າມີຄວາມເໝາະສົມສໍາຫຼັບຄອບຄົວທີ່ຍັງທຸກຍາກ ໂດຍແມ່ນຕໍ່ຍອດຈາກໂຄງການສົ່ງເສີມການປຸກ ແລະ ອະນຸລັກເຄື່ອງປ່າຂອງດົງໃນເຂດຫ່າງໄກສອກຫຼີກ ທີ່ໄດ້ເຮັດຜ່ານມາແລ້ວໃນໄລຍະ1 (2021-2023) ຢູ່ 6 ບ້ານເປົ້າ ໝາຍ ຄື: ບ້ານພູສູງ, ຕາດຫ້ວຍແຄງ, ໃຫຍ່ນໍ້າຍາວ, ປາງທອງ, ບ້ານປາກຫາດ ແລະ ບ້ານຫາດຄໍາ ຂອງເມືອງຜາອຸດົມ ແຂວງບໍ່ແກ້ວ ໃຫ້ມີຄວາມຍືນຍົງ ແລະ ເພື່ອຂະຫຍາຍຄອບຄົວທີ່ເຂົ້າຮ່ວມກິດຈະກຳຂອງໂຄງການໃຫ້ ຫຼາຍຂຶ້ນກວ່າເກົ່າ; ດັ່ງນັ້ນ, ຈຶ່ງໄດ້ສືບຕໍ່ຈັດຕັ້ງປະຕິບັດຢູ່ໃນ 7 ບ້ານເປົ້າໝາຍ ຄື: ບ້ານພູສູງ, ຕາດຫ້ວຍແຄງ, ໃຫຍ່ນໍ້າຍາວ, ປາງທອງ, ບ້ານດອນແກ້ວ (ບ້ານເປົ້າໝາຍໃໝ່), ບ້ານປາກຫາດ ແລະ ບ້ານຫາດຄໍາ.
ຂ່າວ: ຄໍາມ່ວນ ແກ້ວດວງຕາ





