ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະມາ ຄົມນັກທຸລະກິດແມ່ຍິງ ໄດ້ເປີດງານເທດສະການອາຫານລາວປະຈໍາປີ 2023 ພາຍໃຕ້ຄໍາຂວັນ”ເທດສະການອາຫານລາວ ກ້າວສູ່ສາກົນ” ຂຶ້ນໃນວັນທີ 24ມັງກອນ 2023 ທີ່ສວນສາທາລະນະເຈົ້າອະນຸວົງ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ. ໂດຍໄດ້ຮັບກຽດເຂົ້າ ຮ່ວມຂອງທ່ານ ນາງ ນາລີ ສີສຸລິດ ພັນ ລະຍາປະທານປະເທດ, ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະ ພັນແມ່ຍິງລາວ, ພາຍໃຕ້ການເປັນປະ ທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ປະທານຄະນະກຳມະການຈັດງານເທດ ສະການອາຫານລາວ ແລະບັນດາລັດ ຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ໃຫ້ການສະໜັບສະໜູນ ແລະ ນັກທຸລະກິດເຂົ້າຮ່ວມ.
ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ການຈັດ ງານຄັ້ງນີ້ຈຸດປະສົງເພື່ອສົ່ງເສີມວັດທະນະທຳ ຮີດຄອງປະເພນີກ່ຽວກັບ ອາຫານການກິນ ການດຳລົງຊີວິດແບບລາວໃຫ້ເຊື່ອມໂຍງກັບຍຸກສະໄໝ ກ້າວສູ່ສາກົນໄດ້ຢ່າງລົງຕົວ, ສືບຕໍ່ຊຸກຍູ້ ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ ແລະ ລ້ຽງສັດ ຜູ້ມີພອນສະຫວັນປຸງແຕ່ງອາຫານ, ຮ້ານຂາຍຍ່ອຍຈາກຕ່າງແຂວງ, ນະຄອນຫລວງວຽງຈັນ ມາວາງສະແດງ ຂາຍ ແລະ ພັດທະນາຄຸນນະ ພາບອາຫານໃຫ້ໄດ້ມາດຕະຖານ ສາມາດຂະຫຍາຍການຂາຍກ້າວໄປສູ່ການສັ່ງຈອງ, ການຈັດສົ່ງສິນຄ້າໃຫ້ທົ່ວເຖິງສັງຄົມອັນກວ້າງໄດ້; ພ້ອມນັ້ນ ເພື່ອປຸກລະດົມຜູ້ປະກອບການແມ່ຍິງ ໃນການຜະລິດເປັນສິນຄ້າ ທີ່ມີຄຸນນະພາບໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງ ໃນຂອບເຂດທົ່ວປະ ເທດ ແລະ ອອກສູ່ສາກົນເທື່ອລະກ້າວ ໂດຍສະເພາະງານ Word Expo Tokyo 2025 ທີ່ ຈະມາເຖິງນີ້. ພິເສດໃນປີນີ້ໄດ້ຈັດໃຫ້ມີການແຂ່ງຂັນການປຸງແຕ່ງ ເຂົ້າສັງຂະຫຍາ ເຂົ້າກໍ່າ ເພື່ອກຽມຜະລິດໃຫ້ເປັນສິນຄ້າ ຫລື ຂອງຝາກທີ່ສາມາດສົ່ງໄປຈຳໜ່າຍໃນຮ້ານທັງພາຍໃນ ແລະ ຕ່າງປະ ເທດ. ນອກນີ້ ຍັງເປັນການສ້າງຂວັນກຳລັງໃຈໃຫ້ແມ່ຍິງໜຸ່ມທີ່ມີພອນສະຫວັນໃນການປຸງແຕ່ງອາຫານ ໃຫ້ມີໂອ ກາດອອກມາວາງສະແດງ ແລະ ຂາຍອາຫານທີ່ສາມາດບໍລິການນັກທ່ອງທ່ຽວໃຫ້ນັບມື້ນັບຫລາຍຂຶ້ນ.
ງານເທດສະການອາຫານລາວ ຈະດໍາເນີນແຕ່ ວັນທີ 24 ຫາ 28 ມັງກອນ 2023 ເລີ່ມແຕ່ເວລາ 9:00-22:00 ໂມງ,ມີຮ້ານທັງໝົດ180 ຮ້ານ; ໃນນີ້, ມີຮ້ານອາຫານລາວ, ຮ້ານອາຫານປະຍຸກ, ອາຫານສາກົນ ແລະ ສິນຄ້າກະສິກຳລວມ 162 ຮ້ານ; ເຄື່ອງຫັດຖະກຳ 18 ຮ້ານ ຄາດວ່າຈະມີເງິນໝູນວຽນ 3-4 ຕື້ກີບ. ນອກນີ້ໃນງານຍັງມີກິດຈະກໍາໂຄສະນາສິນຄ້າຂອງບໍລິສັດ, ທະນາຄານ ທີ່ໃຫ້ການສະ ໜັບສະໜູນງານດັ່ງກ່າວໃນທຸກໆວັນ, ຈັດໃຫ້ມີຮ້ານອາ ຫານລາວທີ່ເປັນເອກະລັກຈາກ 18 ແຂວງ ໄວ້ໃຫ້ບໍລິການແຂກທີ່ມາທ່ຽວງານສາມາດມາຊີມ-ຊື້ ແລະ ສັ່ງຈອງທາງອິນເຕີເນັດໄດ້; ແຂ່ງ ຂັນການປຸງແຕ່ງເຂົ້າສັງຂະຫຍາ, ການເດີນແບບຈາກສະຖາບັນບໍລິສັດ LT, ມີນັກຮ້ອງຮັບເຊີນສ້າງຄວາມເບີກບານມ່ວນຊື່ນໃນແຕ່ຄໍ່າຄືນ ແລະ ແຈກຂອງລາງວັນ.
ໃນໂອກາດດັ່ງກ່າວ ທ່ານນາງ ຈັນທະຈອນ ວົງໄຊ ກໍໄດ້ມອບໂລ້ລາງວັນ ແລະ ໃບກຽດຕິຄຸນໃຫ້ແກ່ກຸ່ມບໍລິສັດ, ທະນາ ຄານ, ບໍລິສັດເອກະຊົນຈໍານວນໜຶ່ງ ແລະ ສະມາຊິກສະມາຄົມນັກທຸລະກິດແມ່ຍິງລາວ ທີ່ໃຫ້ການສະໜັບສະ ໜູນດ້ານງົບປະມານ, ວັດຖຸ, ປັດໄຈສິ່ງອໍານວຍຄວາມສະ ດວກຕ່າງໆທັງໝົດ 36 ພາກສ່ວນ.
ຂ່າວ-ພາບ: ຍຸພິນທອງ