ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ຈະຈັດກິດຈະກໍາແລ່ນມິນິມາລາທອນຂຶ້ນ ເພື່ອເປັນການສະເຫຼີມສະຫຼອງໝາກຜົນສຳເລັດຂອງທາງລົດໄຟລາວ-ຈີນ ໃນໄລຍະ 3 ປີຜ່ານມານັບແຕ່ໄດ້ເປີດໃຫ້ບໍລິການ ແລະ ເພື່ອເປັນການສົ່ງເສີມການທ່ອງທ່ຽວວັດທະນະທຳ ແລະ ກິລາ, ເຊີນຊວນໃຫ້ຄົນມາອອກມາກຳລັງກາຍ ແລະ ເປັນການສ້າງບັນຍາກາດອັນດີງາມໃຫ້ແກ່ການສະເຫຼີມສະຫຼອງວັນຊາດລາວ, ບຸນນະມັດສະການພະທາດຫລວງ ແລະ ງານບຸນອື່ນໆໃນຊ່ວງນີ້ໃຫ້ມີຄວາມຄຶກຄື້ນ.
ເລີ່ມລົງທະບຽນນັບແຕ່ວັນທີ 15 ພະຈິກ 2024 ເວລາ 9 ໂມງເຊົ້າເປັນຕົ້ນໄປ, ລົງທະບຽນຟຣີ, ພ້ອມຮັບເສື້ອຟຣີ, ພ້ອມໂອກາດເປັນຜູ້ຊະນະໄດ້ຮັບຂອງທີ່ລະນຶກ, ຂັນລາງວັນ, ຫຼຽນໄຊ ພ້ອມເງິນລາງວັນອີກຫຼາກຫຼາຍ ລວມມູນຄ່າຫຼາຍກວ່າ 60,000,000 ກີບ

– ອັນດັບທີ 1: ເງິນລາງວັນ 8.880.000 ກີບ ພ້ອມດ້ວຍຂັນລາງວັນ, ຫຼຽນໄຊ ແລະ ຂອງທີ່ລະນຶກ.
– ອັນດັບທີ 2: ເງິນລາງວັນ 6.880.000 ກີບ ພ້ອມດ້ວຍຂັນລາງວັນ, ຫຼຽນໄຊ ແລະ ຂອງທີ່ລະນຶກ.
– ອັນດັບທີ 3: ເງິນລາງວັນ 3.880.000 ກີບ ພ້ອມດ້ວຍຂັນລາງວັນ, ຫຼຽນໄຊ ແລະ ຂອງທີ່ລະນຶກ.
– ອັນດັບ 4-10 : ເງິນລາງວັນ 2.880.000 ກີບ ພ້ອມດ້ວຍຫຼຽນໄຊ ແລະ ຂອງທີ່ລະນຶກ.
– “ລາງວັນຂວັນໃຈທາງລົດໄຟລາວ-ຈີນ” 3 ລາງວັນ, ລາງວັນລະ 1.880.000 ກີບ ພ້ອມດ້ວຍຫຼຽນໄຊ ແລະ ຂອງທີ່ລະນຶກ.
ສຳລັບທ່ານໃດທີ່ສົນໃຈສະໝັກເຂົ້າຮ່ວມ ແມ່ນໃຫ້ກົດຕິດຕາມລິ້ງລົງທະທຽນ ຮັບຈຳນວນຈຳກັດພຽງ 1000 ຄົນເທົ່ານັ້ນ
ວັນເວລາ ແລະ ສະຖານທີ່:
ວັນທີ: 30 ພະຈິກ 2024
ສະຖານທີ່: ບຶງທາດຫຼວງ
ເວລາ: 5:30 ຕອນເຊົ້າ ລົງທະບຽນ ແລະ ເລີ່ມງານເວລາ 6:00




