ເຊື່ອມໂຍງກົນໄກການຮ່ວມມືດ້ານກົດໝາຍຂອງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ຈັດກອງປະຊຸມ ກ່ຽວ ກັບການເຊື່ອມໂຍງກົນໄກການຮ່ວມມືທາງດ້ານກົດໝາຍ ຂອງບັນດາປະເທດແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດທີ່ມີການຈັດ ຕັ້ງ ໃນວັນທີ 19-20 ພະຈິກ 2024 ຢູ່ເມືອງວັງວຽງ ເເຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະ ເທດ, ມີຜູ້ຕາງໜ້າຈາກ ກະຊວງພາຍໃນຂອງ ຣາຊະອານາຈັກ ກໍາປູເຈຍ, ກະຊວງກົດໝາຍຂອງ ສສ ມຽນມາ, ກະຊວງຍຸຕິທຳຂອງ ຣາຊະອານາຈັກໄທ, ກະຊວງປ້ອງ ກັນຄວາມສະຫງົບຂອງ ສສ ຫວຽດນາມ ແລະ ຜູ້ຕາງ ໜ້າຈາກສະຖານ ຈີນ ປະຈໍາ ລາວ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອແລກປ່ຽນບົດຮຽນກ່ຽວກັບກົນໄກ ແລະ ພາກປະຕິບັດທີ່ດີໃນການຈັດ ຕັ້ງປະຕິບັດວຽກງານຊ່ວຍເຫລືອເຊິ່ງກັນ ແລະ ກັນທາງດ້ານກົດ ໝາຍໃນບັນຫາອາຍາ ເພື່ອແກ້ໄຂບັນ ຫາອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍໃສ່ກົດໝາຍພາຍໃນ ແລະ ສົນທິສັນຍາພາກພື້ນ ແລະ ສາກົນ ເປັນຕົ້ນ ສົນທິ ສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ (UNTOC), ສົນທິສັນຍາທີ່ກ່ຽວຂ້ອງກັບການຕ້ານການກໍ່ການຮ້າຍ ແລະ ຄ້າຂາຍຢາເສບຕິດ, ສົນ ທິສັນຍາ ວ່າດ້ວຍ ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນບັນຫາອາຍາ (ASEAN MLAT).
ທັງນີ້, ແນໃສ່ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ບັງຄັບປະຕິບັດກົດ ໝາຍ ພາຍໃຕ້ກົນໄກ ຂອງສົນທິສັນຍາ ທີ່ເປັນພາຄີ ລວມທັງການປືກສາຫາລື ກ່ຽວກັບການເສີມຂະຫຍາຍກົນໄກການຮ່ວມມື ໃນວຽກງານຕ້ານອາຊະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງທີ່ມີຢູ່ ແລະ ແນວຄິດລິເລີ່ມໃນການສ້າງຕັ້ງກົນໄກການຮ່ວມ ມືເພີ່ມເຕີມທີ່ມີຄວາມວ່ອງໄວຂຶ້ນກວ່າເກົ່າ.



