ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊໂນ ສຶກສາອົບຮົມກຸ່ມມົ້ວສຸມສິ່ງເສບຕິດ

Oct 7, 2024

ເມືອງ ອຸທຸມພອນ (ເຊໂນ) ແຂວງສະຫວັນນະເຂດ ໄດ້ສຶກສາອົບຮົມກຸ່ມຄົນທີ່ມົ້ວສຸມສິ່ງເສບຕິດ. ທ່ານ ພັນໂທ ສວນ ໄຊຍະລິນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ເປັນກຽດເຜີຍແຜ່ຄໍາແນະນໍາຂອງຫົວໜ້າອົງການໄອຍະການ ປະຊາຊົນ ສຸງສຸດ ກ່ຽວກັບການຕິດຕາມກວດກາການດໍາເນີນຄະດີຕໍ່ກັບການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ, ນໍາເຂົ້າ, ສົ່ງອອກ, ເສບ ທີ່ໃຫ້ສານເສບຕິດເຊັ່ນ: ໃບກະທ້ອມ, ນໍ້າກະທ້ອມ ຫຼື ສານລະເຫີຍທີ່ມີສານເສບຕິດອື່ນໆເປັນຕົ້ນ: ປຸ່ມເປົ້າອັດແກັສສານໄນຕຼັດອອກໄຊ, ຢາສູບໄຟຟ້າ-ຊີຊ່າ ( ບາລາກູ ), ພ້ອມນີ້ ກໍໄດ້ເຜີຍແຜ່ແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ແລະ ແຈ້ງການຂອງທ່ານເຈົ້າແຂວງສະຫວັນນະເຂດຕື່ມອີກ
ຕໍ່ກັບບັນຫາການອະນຸຍາດໃຫ້ບໍລິການເປີດ-ປິດ ສະຖານທີ່ຮ້ານບັນເທິງ, ຮ້ານກິນດື່ມພາຍໃນເມືອງອຸທຸມພອນ ທ່ານ ຄໍາຜັ້ນ ສຸນີນຸວົງສາ ວ່າການຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ຍັງຍົກໃຫ້ເຫັນເຖິງແຈ້ງການຂອງທ່ານຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງໃນການຈັດຕັ້ງປະຕິບັດຕາມລະບຽບການ ໃນການຄຸ້ມຄອງການບໍລິການ ຮ້ານເທັກ-ບາຣ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຮ້ານບັນເທີງພາຍໃນແຂວງ, ສໍາລັບຮ້ານເທັກ-ບາຣ, ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງປິດບໍລິການແສງ, ສີ, ສຽງໃນເວລາ 23:30 ໂມງ ຮອດ 24:00 ໂມງ ຕ້ອງປິດສະຖານທີ່ບໍລິການ, ຮ້ານກິນດື່ມ ແມ່ນປິດບໍລິການດ້ານສຽງໃນເວລາ 22:00 ໂມງ, ຫ້າມຜູ້ມາໃຊ້ບໍລິການທີ່ມີອາຍຸຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການໃນຮ້ານບັນເທີງ, ຫ້າມນໍາໃຊ້ສະຖານທີ່ເປັນບ່ອນມົ້ວສຸມ ແລະ ສິ່ງທີ່ຜິດກົດໝາຍ, ຖ້າຫາກໃນກໍລະນີຝ່າຝືນຈົນຮອດສາມຄັ້ງ ຈະຖືກຍຸບເລິກການບໍລິການດໍາເນີນທຸລະກິດ ພ້ອມທັງຖອນໃບອະນຸຍາດດໍາເນີນທຸລະກິດຖາວອນ ແລະ ປັບໃໝເປັນເງິນ 10 ລ້ານກີບ
ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ເນັ້ນວ່າ: ບັນດາກຸ່ມມົ້ວສຸມສິ່ງເສບຕິດທີ່ນໍາມາສຶກສາອົບຮົມຄັ້ງນີ້ ກໍເພື່ອຢາກໃຫ້ລູກຫຼານຂອງພວກເຮົາຮູ້ເຖິງລະບຽບກົດໝາຍບ້ານເມືອງ, ຮູ້ເຖິງຜົນຮ້າຍຂອງສິ່ງເສບຕິດ ມັນມີຜົນເສຍແນວໃດຕໍ່ຮ່າງກາຍຂອງຄົນເຮົາ, ມີການກິນດື່ມ ມົ້ວສຸມກາຍໂມງ ກາຍເວລາ ແລະ ວຽກງານອື່ນໆ. ສໍາລັບກຸ່ມທີ່ມົ້ວສຸມສິ່ງເສບຕິດຖືກເຈົ້າໜ້າທີ່ກັກໂຕນໍາມາສຶກສາອົບຮົມຄັ້ງນີ້, ມີທັງໝົດ 70 ຄົນ, ຍິງ 28 ຄົນ, ພ້ອມດ້ວຍຍານພາຫະນະລົດຈັກ 33 ຄັນ, ລົດໃຫຍ່ 7 ຄັນ. ໃນນີ້ ຜູ້ມາໃຊ້ບໍລິການທີ່ມີອາຍຸຕໍ່າກວ່າ 18 ປີ ມີ 5 ຄົນ, ຍິງ 3 ຄົນ, ນອກນີ້ ທາງເຈົ້າໜ້າທີ່ ຍັງໄດ້ກວດສານເສບຕິດ 1 ຂີດ, ມີ 39 ຄົນ ຍິງ 8 ຄົນ,ກວດສານເສບຕິດ 2 ຂີດ,ມີ 31 ຄົນ ຍິງ 20 ຄົນ
ພິທີສຶກສາອົບຮົມໄດ້ຈັດຂຶ້ນໃນວັນທີ 5 ຕຸລາຜ່ານມາ ທີ່ສະໂມສອນກອງບັນຊາການ ປກສ ເມືອງ,ໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ສົມສັກ ຈັນທະລາສອນ, ມີບັນດາຄະນະກອງບັນຊາການ ປກສ ເມືອງ, ພໍ່ແມ່ຜູ້ປົກຄອງ ແລະ ກຸ່ມມົ້ວສຸມ ເຂົ້າຮ່ວມຮັບຟັງ.
ຂ່າວ: ສະຫວັນນະເຂດ