ພິທີເປີດສູນບໍລິການຜ່ານປະຕູດຽວ ຢູ່ເຊໂນ ເມືອງອຸທຸມ ພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 12 ທັນວານີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ເຈົ້າເມືອງອຸທຸມພອນ.
ທ່ານ ເຈົ້າເມືອງອຸທຸມພອນ ໃຫ້ຮູ້ວ່າ: ການເປີດສູນບໍລິການຜ່ານປະຕູດຽວ ແມ່ນມີຈຸດປະສົງຕົ້ນຕໍເພື່ອເຮັດໃຫ້ການບໍລິ ຫານລັດຂອງອົງການຈັດຕັ້ງຕ່າງໆ, ປັບປຸງການພົວພັນລະຫວ່າງອົງການບໍລິຫານລັດ ກັບ ປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆຂອງເມືອງໃຫ້ມີການປ່ຽນແປງໃໝ່ຢ່າງເລິກເຊິ່ງ, ເຮັດໃຫ້ການບໍລິ ການໃນການຂໍອະນຸຍາດຕ່າງໆຂອງປະຊາຊົນ ຫຼື ອົງການຈັດຕັ້ງມີຄວາມສະດວກ, ວ່ອງໄວ, ທັນເວລາ ສາມາດກວດກາໄດ້, ເອື້ອອໍາອວຍໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງລັດຢ່າງມີປະສິດ ທິພາບ ແລະ ປະສິດທິຜົນສູງ ສອດຄ່ອງກັບການບໍລິຫານລັດແບບໃໝ່ໃນໜ້າວຽກຕ່ງາໆໃຫ້ເລິກເຊິ່ງກວ້າງຂວາງ ແລະ ເວົ້າໄດ້ວ່າການປະກາດເປີດສູນບໍລິການຜ່ານປະຕູດຽວຂອງເມືອງອຸທຸມ ພອນໃນຄັ້ງນີ້ ເປັນໄຊຊະນະອັນໃຫຍ່ຫຼວງ ແລະ ມີຄຸນຄ່າສູງ, ຊຶ່ງນອກຈາກຈະເປັນການຢັ້ງຢືນເຖິງສະຖິຕິເປັນເມືອງທີສອງຂອງແຂວງສະຫວັນນະເຂດ, ຖັດຈາກເມືອງໄຊບູລີ, ຍັງເປັນການຢັ້ງ ຢືນເຖິງການຜັນຂະຫຍາຍນະໂຍບາຍຂອງພັກ-ລັດຖະບານແຫ່ງ ສປປ ລາວຢ່າງຕັ້ງໜ້າ.
ຂ່າວ: ບຸນຊູ ພົມມະເທບ





