ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຍົາວະຊົນຈາກ ສະໂມສອນກິລາບານເຕະ ນໍ້າທາ ຢູໄນເຕັດ ສ້າງຜົນງານເດັ່ນຢູ່ ສປ ຈີນ

Jul 29, 2025

ນັກເຕະບານເຍົາວະຊົນຈາກສະໂມສອນ ນໍ້າທາ ຢູໄນເຕັດ ສາມາດຄວ້າຂັນຊະນະເລີດ 2 ລາຍການ ບານເຕະເຍົາວະຊົນ-ຊາວໜຸ່ມ ແລກປ່ຽນວັດທະນາທຳ 3 ປະເທດ: ລາວ, ໄທ, ຈີນ (ເຈົ້າພາບ) ແຂ່ງຂັນທີ່ສິບສອງພັນນາ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2025 ທີ່ຜ່ານມາ.
ການແຂ່ງຂັນແມ່ນມີທັງຫມົດ 4 ຮຸ່ນອາຍຸຄື: U8, U9, U10, U12 ປີ ຮູບແບບແຂ່ງຂັນພົບກັນຫມົດ ເອົາທີມຄະແນນດີທີ່ສຸດເປັນແຊ້ມ, ສະໂມສອນ ນໍ້າທາ ຢູໄນເຕັດ ສົ່ງເຂົ້າຮ່ວມ 3 ລາຍການຄື: U8, U9 ແລະ U12 ຜົນການແຂ່ງຂັນປະກົດວ່າ:
U8 ປີ ແຂ່ງຂັນ 8 ນັດ ຊະນະ 8 ນັດ ມີ 24 ຄະແນນ ໄດ້ຊະນະເລີດ
U9 ປີ ແຂ່ງຂັນ 7 ນັດ ຊະນະ 7 ນັດ ມີ 21 ຄະແນນ ໄດ້ຊະນະເລີດ
U12 ປີ ລົງແຂ່ງຂັນ 7 ນັດ ຊະນະ 6 ນັດ ເສຍ 1 ນັດ ມີ 18 ຄະແນນ ໄດ້ຮອງຊະນະເລີດ.
ນອກຈາກນີ້ ນັກກິລາພາຍໃນທີມ ຍັງໄດ້ຮັບລາງວັນນັກຮັບດີເດັ່ນທັງ 3 ລາຍການ ແລະ ນັກເຕະດີເດັ່ນລຸ້ນ 9 ປີ.
May be an image of 4 people and text
May be an image of ‎8 people, people playing football, people playing soccer, people playing voleyball and ‎text that says '‎อจ EVO 日ク EVO ام‎'‎‎