ລັດຖະບານແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົດສະຕຣາລີ ແລະ ອົງການອຸຍນີເຊັບ ມອບອຸປະກອນຊ່ວຍເຫລືອ ສຳລັບເດັກພິການ 239 ຄົນ ແລະ ຄອບຄົວພວກເຂົາ ຢູ່ເມືອງແປກ, ເມືອງພູກູດ ແລະ ເມືອງຄູນ ແຂວງຊຽງຂວາງ ໃນວັນທີ 25 ພະຈິກ 2024, ຊຶ່ງປະກອບມີ: ລໍ້ນັ່ງແບບພິເສດ, ອຸປະກອນຊ່ວຍຢືນ, ເກີບປັບລະດັບ ແລະ ອຸປະກອນການຮຽນ.
ການຊ່ວຍເຫລືອໃນຄັ້ງນີ້ ເປັນສ່ວນໜຶ່ງຂອງໂຄງການອຸດໜຸນເງິນສົດ ໃຫ້ເດັກພິການ ປັດຈຸບັນ ໄດ້ໃຫ້ການຊ່ວຍເຫລືອເດັກ 496 ຄົນ ແລະ 464 ຄອບຄົວ ໂດຍຜ່ານການສະໜອງເງິນຊ່ວຍເຫລືອລ້າເປັນລາຍເດືອນ ແລະ ອຸປະກອນການຊ່ວຍ ເຫລືອທີ່ຈໍາເປັນອື່ນໆ, ຊຶ່ງອຸປະກອນເຫລົ່ານີ້ ມີຄວາມສຳຄັນຫລາຍ ຕໍ່ການອຳນວຍຄວາມສະດວກ ແກ່ເດັກພິການ ເພື່ອໃຫ້ພວກເຂົາສາມາດເຂົ້າເຖິງການສຶກສາ, ການດູແລສຸຂະພາບ ແລະ ກິດຈະກຳພາຍໃນຊຸມຊົນ.
ໃຫ້ກຽດເຂົ້າຮ່ວມພິທີມອບເຄື່ອງຊ່ວຍເຫລືອຄັ້ງນີ້ ມີ ທ່ານ ລີປາວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າອົງການປົກ ຄອງແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ.





