ເດືອນຜ່ານມາ ມີຜູ້ເສຍຊີວິດເຖິງ 101 ຄົນ ຈາກອຸບັດເຫດໃນທົ່ວປະເທດ

ອີງຕາມຂໍ້ມູນຈາກກົມຕຳຫຼວດຈາລະຈອນ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໃນເດືອນມັງກອນ 2025 ທີ່ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 101 ຄົນ ຈາກອຸບັດເຫດເກີດຂຶ້ນທັງໝົດ 817 ຄັ້ງ ຖ້າທຽບເດືອນທັນວາ 2024 ຜ່ານມາ ຈໍານວນຜູ້ເສຍຊີວິດໃນເພີ່ມຂຶ້ນ 9 ຄົນ.
ສາເຫດທີ່ເຮັດໃຫ້ເກີດອຸບັດເຫດ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ. ອຸບັດເຫດ ເກີດຂຶ້ນຫລາຍແມ່ນໃນກຸ່ມອາຊີບກໍາມະກອນ ແລະ ນັກຮຽນ-ນັກສຶກສາ.
ຂໍ້ມູນ: ກົມຕຳຫຼວດຈາລະຈອນ


