ວັນທີ 29 ພະຈິກ 2024 ນີ້, ຜູ້ສັນຈອນຜ່ານເສັ້ນທາງພູ 9 ຫລັກ ກາສີ-ເມືອງນານສ່ອງແສງວ່າ: ເຂດພູດັ່ງກ່າວມີນ້ຳໝອກ ແລະ ຝົນຕົກ ເຮັດໃຫ້ທາງມື່ນ, ການສັນຈອນໄປມາຫຍຸ້ງຍາກ, ລົດບັນທຸກບາງຄັນໄດ້ນອນຄ້າງຄືນ. ພົບເຫັນມີລົດປີ້ນສະແຄງຂ້າງຢູ່ກາງພູ 1 ຄັນ ແລະ ອີກຄັນ 1 ເຈືອກອອກຂ້າງທາງເສຍຫາຍສົມຄວນ ໂຊກດີອຸປະຕິເຫດທັງສອງບໍ່ມີຄົນໄດ້ຮັບບາດເຈັບ.
ຈຶ່ງຝາກເຕືອນຜູ້ຂັບຂີ່ທຸກທາງທີ່ມີຈຸດປະສົງເດີນທາງຜ່ານເສັ້ນທາງດັ່ງກ່າວຄ່ອຍໄປຄ່ອຍມາ ເພື່ອຄວາມປອດໄພ ຫລື ສຶກສາຂໍ້ມູນກ່ອນອອກເດີນທາງ.






