ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນທ້າຍເດືອນມັງກອນນີ້

Jan 8, 2026

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍຈະມີເປັນການປະສົມປະສານລະຫວ່າງ ການຄ້າ, ສິລະປະ ແລະ ວັດທະນະທຳພື້ນເມືອງ ໃຫ້ມີຄວາມຫຼາກຫຼາຍ ໃນນີ້, ຈະມີການຈັດຕະຫຼາດນັດວັດທະນະທຳ ຊຶ່ງຈະເລີ່ມແຕ່ວັນທີ 17 ມັງກອນ 2026 ທີ່ດອນຊາວ ພ້ອມທັງຈະມີການວາງສະແດງສິນຄ້າ ຜະລິດຕະພັນທ້ອງຖິ່ນ ຈົນໄປຮອດທ້າຍເດືອນ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮັບປະສົບການທີ່ເລິກເຊິ່ງໃນວິຖີຊີວິດ ແລະ ວັດທະນະທຳຂອງລາວ ໂດຍສະເພາະຂອງແຂວງບໍ່ແກ້ວ.
ເທສະການດອກງິ້ວບານ ຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືລະຫວ່າງແຂວງບໍ່ແກ້ວ ກັບສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ສໍາລັບວັນທີ 30 ແລະ 31 ມັງກອນ ແມ່ນຈະໄດ້ມີການສະເຫຼີມສະຫຼອງ ເທສະການດອກງິ້ວບານ ຄັ້ງທີ 23 ຢ່າງຍິ່ງໃຫຍ່ ໂດຍຈະມີກິດຈະກຳ ການປະກວດ “ນາງສາວດອກງິ້ວບານ” ທີ່ເວທີສະແດງ ດອນຊາວ, ຊຶ່ງເປັນກິດຈະກຳຫຼັກ ສະແດງໃຫ້ເຫັນເຖິງມົນສະເໜ່ ຂອງສະຖານທີ່ທ່ອງທ່ຽວທີ່ທັນສະໄໝ, ຄວາມງົດງາມທີ່ເປັນເອກະລັກສະເພາະ ຄວບຄູ່ກັບຄວາມທັນສະໄໝຂອງແມ່ຍິງລາວ. ນອກນັ້ນ, ໃນໂຮງແຮມດາວງິ້ວຄຳ ຍັງໄດ້ຈັດວາງສະແດງສິລະປະສາກົນ ສາມຫຼ່ຽມຄຳສັນຕິພາບ ທີ່ເປັນການບັນທຶກການປ່ຽນແປງທາງປະຫວັດສາດ ໂດຍຜ່ານສິລະປະ, ເຜີຍແຜ່ວິໄສທັດຂອງການພັດທະນາ ແລະ ສັນຕິພາບ. ພ້ອມນີ້, ຍັງມີການສະແດງສິລະປະ-ວັດທະນະທຳລາວ ແລະ ສະແດງຄອນເສີດ “ລາວ-ຈີນ ຄວາມຮັກແພງສະໜິດສະໜົມແບບຄອບຄົວ” ຕື່ມອີກ.
ປັດຈຸບັນ, ຄະນະຮັບຜິດຊອບຈັດງານ ໄດ້ມີການກະກຽມງານ ແລະ ມີຄວາມພ້ອມເປັນທີ່ຮຽບຮ້ອຍແລ້ວ. ສະນັ້ນ, ຂໍເຊີນຊວນນັກທ່ອງທ່ຽວ ແລະ ນັກທຸລະກິດຈາກທົ່ວໂລກມາເຕົ້າໂຮມກັນຢູ່ລຽບແຄມແມ່ນ້ຳຂອງ ເພື່ອສຳຜັດກັບບັນຍາກາດທີ່ຕື່ນເຕັ້ນໃນປີນີ້ ຈາກການປະສົມປະສານປະເພນີ ແລະ ຄວາມທັນສະໄໝທີ່ຫຼາກຫຼາຍ ແລະ ໜ້າປະທັບໃຈ.