ໜ່ວຍງານຄົ້ນຄວ້າຮ່ວມ ລາວ-ຈີນສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດໄດ້ຮຽບຮຽງບົດຄວາມທີ່ມີຫົວຂໍ້ວ່າ: “ເທສະການທີ່ຍິ່ງໃຫຍ່ທີ່ສຸດຂອງຈີນ” ເພື່ອໃຫ້ຊາວລາວ, ຊາວລາວເຊື້ອສາຍຈີນ ຫຼືມວນຊົນ ຜູ້ທີ່ສົນໃຈກ່ຽວກັບວັດທະນະທໍາການສະຫຼອງກຸດຈີນ ໄດ້ຮັບຮູ້ ແລະເຂົ້າໃຈຢ່າງລະອຽດ, ບົດຄວາມດັ່ງກ່າວມີເນື້ອໃນດັ່ງລຸ່ມນີ້:
ເທສະການກຸດຈີນ ຫຼືເອີ້ນອີກຢ່າງວ່າ ເທສະການລະດູໃບໄມ້ປົ່ງ ຫຼືວັນກຸດຈີນ ເປັນເທສະການທີ່ສຳຄັນທີ່ຍິ່ງໃຫຍ່ທີ່ສຸດໃນບັນດາເທສະການດັ່ງເດີມຂອງຄົນຈີນ ໂດຍປົກກະຕິຈະມີວັນພັກຍາວ 8 ວັນ. ເນື່ອງຈາກເປັນງານປະຈໍາປີທີ່ມີສີສັນຫຼາຍທີ່ສຸດ, ການສະເຫຼີມສະຫຼອງກຸດຈີນແບບດັ່ງເດີມຈຶ່ງກິນເວລາດົນເຖິງ 2 ອາທິດ ແລະເປັນເທດ ສະການທີ່ສຳຄັນຢູ່ໃນບັນດາປະເທດຕ່າງໆ ໂດຍສະເພາະຢູ່ຂົງເຂດພາກພື້ນອາຊີຕາເວັນອອກ. ຕົ້ນກຳເນີດຂອງເທສະການກຸດຈີນ ແມ່ນໄດ້ສືບສານກັນມາ ໄດ້ປະມານ 3,500 ປີກ່ອນ. ວັນກຸດຈີນໄດ້ມີວິວັດທະນາການມາ ເປັນໄລຍະເວລາຢ່າງຍາວນານ ແລະ ປະເພນີກຸດຈີນໄດ້ຜ່ານຂະບວນພັດທະນາມາຢ່າງຍາວນານ.
ກຸດຈີນ ເປັນເທສະການທີ່ສະເຫຼີມສະຫຼອງການເລີ່ມຕົ້ນວັນຂຶ້ນປີໃໝ່ຕາມປະຕິທິນຈັນທຣາຄະຕິ ຂອງຈີນ (the traditional Chinese lunisolar calendar) (ຄ້າຍຄືກັນກັບກຸດສົງການປີໃໝ່ລາວ). ຕາມທໍານຽມປະເພນີແລ້ວ ເປັນເວລາຂອງຊາວຈີນທີ່ຈະຕ້ອງເຄົາລົບບູຊາເທບພະເຈົ້າ ແລະບັນພະບູລຸດ, ເຊິ່ງມັນໄດ້ກາຍເປັນເວລາແຫ່ງຄວາມສຳຄັນໃນການລ້ຽງສະຫຼອງ ແລະເປັນເວລາແຫ່ງສະມາຊິກຄອບ ຄົວຈະໄດ້ເຕົ້າໂຮມກັນຢ່າງຄົບໜ້າຄົບຕາ.
ທຸກໆ ປີ, ວັນກຸດຈີນແມ່ນຈະປ່ຽນແປງໄປຕາມປະຕິທິນຈັນທຣາຄະຕິຂອງຈີນ, ສ່ວນໃຫຍ່ ເທສະການກຸດຈີນ ແມ່ນຈະມັກຈັດຂຶ້ນຢູ່ໃນໄລຍະວັນທີ 21 ມັງກອນ ເຖິງ 20 ກຸມພາ ຂອງແຕ່ລະປີ. ສໍາລັບ ວັນກຸດຈີນ ປີ 2025 ແມ່ນກົງກັບວັນພຸດ, ວັນທີ 29 ມັງກອນ 2025.
ໃນປະຕິທິນແຕ່ລະປີຂອງຈີນ ແມ່ນຈະກ່ຽວພັນກັບສັດຕ່າງໆ, ເຊິ່ງເປັນສັດແຫ່ງສັນຍາລັກຂອງສັດຕາມຮອບວຽນຂອງກົງຈັກລາສີກະສັດຂອງຈີນ. ປີ 2025 ເປັນປີ ງູຕາມລາສີກະສັດຈີນ (Chinese zodiac). ປີນີ້ເປັນປີ ງູໄມ້ (Wood Snake) ສະເຫລີມສະຫລອງກັນ ເລີ່ມຕັ້ງແຕ່ວັນທີ 29 ມັງກອນ 2025 ເຖິງວັນທີ 16 ກຸມພາ 2026. ປີງູເປັນປີລໍາດັບທີ 6 ໃນຮອບວຽນ 12 ປີຂອງລາສີກະສັດຈີນ (Chinese zodiac). ງູມີຄວາມໝາຍເຖິງຄວາມອາຄາດແຄ້ນ, ຄວາມເຈົ້າເລ້, ຄວາມລຶກລັບ, ລວມເຖິງຄວາມສຽບແຫຼມ ແລະການທໍານາຍດວງຊະຕາ. ສ່ວນໃຫຍ່ສັດຊະນິດນີ້ເປັນສິ່ງຊົ່ວຮ້າຍ ແລະຮ່າງກາຍທີ່ຍາວ ແລະບໍ່ມີຂາ ເຮັດໃຫ້ຜູ້ຄົນຢ້ານຢູ່ສະເໝີ. ຢ່າງໃດກໍຕາມໃນປະເພນີຈີນບູຮານ, ງູ ເຄີຍເປັນຮູບປັ້ນທີ່ເຄົາລົບບູຊາ ແລະເປັນໜຶ່ງໃນສັນຍາລັກທີ່ເກົ່າແກ່ທີ່ສຸດຂອງຊາດຈີນ. ເຈົ້າແມ່ ນີ໋ຫວາ (Nüwa) ເປັນເທບທິດາໃນຕໍານານຈີນ ເຊິ່ງເປັນທີ່ຮູ້ຈັກຈາກການເປັນຜູ້ສ້າງມະນຸດຂຶ້ນມາທີ່ມີຮ່າງກາຍເປັນງູ ແລະ ມີຫົວເປັນມະນຸດ. ມັງກອນຈີນກໍມີຮ່າງກາຍເປັນງູເຊັ່ນກັນ. ທຸກມື້ນີ້ ໃນບາງເຂດຂອງຈີນ ຜູ້ຄົນຍັງມີຄວາມເຊື່ອວ່າ ງູ ທີ່ພົບເຫັນໃນບ້ານເຮືອນຂອງຕົນຈະນໍາໂຊກລາບມາໃຫ້ໄດ້.
ຕໍານານໄດ້ ກ່າວວ່າ: ວັນກຸດຈີນໄດ້ກຳເນີດເກີດຂຶ້ນຈາກການຕໍ່ສູ້ກັບ ໜຽນ “Nian” ໃນສະໄໝດຶກດໍາບັນ (/nyen/, ເຊິ່ງອອກສຽງຄືກັນກັບ “ປີ” ໃນພາສາຈີນ), ສັດຮ້າຍທີ່ໜ້າຢ້ານທີ່ໄດ້ປະກົດຕົວອອກມາທຸກມື້ກ່ອນວັນຂຶ້ນປີໃໝ່ (Lunar New Year’s Eve) ຕາມປະຕິທິນຈັນທຣາຄະຕິ ເພື່ອກິນຜູ້ຄົນ ແລະ ສະບຽງອາຫານສັດ. ເພື່ອເປັນການຂັບໄລ່ສັດຮ້າຍປະຫລາດດັ່ງກ່າວ, ຜູ້ຄົນທັງຫຼາຍຈຶ່ງໄດ້ນໍາເອົາເຈ້ຍສີແດງມາຕິດຕາມສະຖານທີ່ຕ່າງໆ, ຈູດເຜົາໄມ້ໄຜ່, ທຽນ ແລະ ນຸ່ງຖືໃສ່ເສື້ອຜ້າສີແດງ. ຮີດຄອງປະເພນີເຫຼົ່ານີ້ ໄດ້ສືບທອດກັນມາຈົນເຖິງປະຈຸບັນ. ເພື່ອເປັນການສະເຫຼີມສະຫຼອງການມາເຖິງຂອງລະດູໃບໄມ້ຫຼົ່ນ ແລະ ການເລີ່ມຕົ້ນປີໃໝ່ຕາມປະຕິທິນຈັນທຣາຄະຕິຂອງຈີນ (Chinese lunisolar calendar).
ການສະເຫຼີມສະຫຼອງກຸດຈີນ ຕາມປະເພນີຊາວຈີນ ຈະສະເຫຼີມສະຫຼອງກັນເປັນເວລາ 16 ວັນ ເລີ່ມຕັ້ງແຕ່ວັນສົ່ງທ້າຍປີເກົ່າ ໄປຈົນເຖິງເທສະການໂຄມໄຟ ຫຼື (Chinese New Year’s Eve to the Lantern Festival). ໃນ 7 ມື້ທຳອິດຂອງວັນພັກທາງການ ນັບຕັ້ງແຕ່ວັນທີ 28 ມັງກອນ – 04 ກຸມພາ 2025. ວັນສໍາຄັນໃນການສະເຫຼີມສະຫຼອງວັນກຸດຈີນ ປີ 2025 ມີຄື: 7 ວັນກ່ອນປີໃໝ່ (小年 Xiǎonián) ຈະເຮັດອະນາໄມເຮືອນຊານບ້ານຊ່ອງ ແລະ ສະຖານທີ່ຕ່າງໆໃຫ້ຈົບງາມ ແລະ ແຕ່ງກິນອາຫານຫຼາກຫຼາຍຊະນິດ ແລະ ໃນວັນສົ່ງທ້າຍປີເກົ່າ (除夕 Chúxì) ໄປອະນາໄມ ແລະ ເສັນໄຫວ້ອາຫານເຄື່ອງດື່ມ ຂໍຂະມາຕໍ່ໜ້າຫຼຸມຝັງສົບ ບັນພະບູລຸດ, ເພີດເພີນມ່ວນຊື່ນກິນເຂົ້າແລງ ກັບບັນດາສະມາຊິກຄອບຄົວຍາດຕິພີ່ນ້ອງ, ມອບຫົງເປົາ (Hongbao: ເງິນ, ຄໍາ ຫຼື ຊັບສິນມີຄ່າອື່ນໆ), ນັ່ງລົມກິນດື່ມກັນຈົນເຖິງທ່ຽງຄືນ ແລະ ຈູດບັ້ງກະໂພກ ແລະ ບັ້ງໄຟດອກ. ວັນຂຶ້ນປີໃໝ່初一 (Chūyī) ຢ້ຽມຢາມ ແລະ ທັກທາຍຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ແລະ ມອບຂອງຂວັນ.
ເທສະການໂຄມໄຟ (元宵节 Yuánxiāojié) ຖືເປັນຈຸດສິ້ນສຸດຂອງເທສະການ ດ້ວຍເທສະການໂຄມໄຟ ແລະ ການສະແດງໂຊເຊີດສິງໂຕ ແລະ ມັງກອນ ອື່ນໆ.
ປະເພນີກຸດຈີນ: ໃນຂະນົບທຳນຽມ ແລະປະເພນີກຸດຈີນ ຢູ່ໃນແຕ່ລະພາກພື້ນ ແລະ ຂົງເຂດ ແມ່ນມີຄວາມແຕກຕ່າງກັນໄປ, ແຕ່ມີສີ່ງດຽວອັນທີ່ຄືກັນແມ່ນການສົ່ງທ້າຍປີເກົ່າ ແລະ ການຕ້ອນຮັບຄວາມໂຊກລາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງປີໃໝ່. ການສະເຫຼີມສະຫຼອງກຸດຈີນໃນແຕ່ລະວັນຈະມີ ຄື:
• ໜຶ່ງວັນກ່ອນວັນເທສະການລະດູໃບໄມ້ປົ່ງ, ຜູ້ຄົນຈະເຮັດອະນາໄມເຮືອນຊານບ້ານຊ່ອງໃຫ້ມີຄວາມສະອາດສວຍງາມ ແລະ ປະດັບປະດາຕົກແຕ່ງເຮືອນຊານບ້ານຊ່ອງເຊັ່ນ: ບານປະຕູ, ປ່ອງຢ້ຽມ ແລະສະຖານທີ່ຕ່າງໆດ້ວຍເຈ້ຍສີແດງ, ເຊິ່ງເປັນສີ ແຫ່ງສັນຍາລັກ ໃນການປັດເປົ່າສິ່ງອັບປະມຸງຄຸນໃນປີເກົ່າອອກໄປໃຫ້ໝົດສິ້ນ ແລະກຽມເຮືອນໃຫ້ພ້ອມເພື່ອຕ້ອນຮັບເອົາຄວາມໂຊກດີໃນວັນປີໃໝ່ທີ່ຈະເຂົ້າມາ. ສີແດງຖືໄດ້ວ່າເປັນສີທີ່ມີຄວາມສຳຄັນຫຼັກຂອງເທສະການ, ດ້ວຍຄວາມເຊື່ອທີ່ວ່າ ສີແດງເປັນສີອັນເປັນມຸງຄຸນສໍາລັບວັນກຸດຈີນ, ເຊິ່ງເປັນສີແຫ່ງຄວາມຈະເລີນຮຸ່ງເຮືອງ ແລະມີພະລັງ ທີ່ສາມາດຂັບໄລ່ວີນຍານອັນຊົ່ວຮ້າຍຕ່າງໆໃຫ້ພົ້ນໄປ ດ້ວຍການແຂວນ-ຫ້ອຍໂຄມໄປສີແດງຕາມສະຖານທີ່ສາທາລະນະຕ່າງໆ ແລະການຕິດຮູບພາບສີແດງທີ່ມີສັນຍາລັກປີໃໝ່ ແລະ ຄໍາອວຍພອນຕ່າງໆຂຽນດ້ວຍໂຕໜັງສືຈີນໃສ່ເຈ້ຍສີແດງຕິດໃສ່ໜ້າປະຕູ ແລະຮູບພາບສີແດງອັນເປັນມຸງຄຸນປີໃໝ່ຕິດໄວ້ຝາປະຕູເຮືອນ ແລະ ອື່ນໆ.
• ວັນໄຫວ້ກຸດຈີນ: ເປັນຂະນົບທໍານຽມປະເພນີປີໃໝ່ຂອງຈີນ ທີ່ຍຶດຖືປະຕິບັດສືບທອດກັນມາແຕ່ເຫີງນານ. ກ່ອນງານລ້ຽງອາຫານຄໍ່າ ຈະໄຫວ້ເທບພະເຈົ້າຕ່າງໆ ແລະ ການໄຫວ້ບັນພະບູລຸດ, ພໍ່ແມ່ ຫຼື ຍາດຕິພີ່ນ້ອງ ແລະ ໄຫວ້ຜີພີ່ນ້ອງທີ່ໄດ້ລ່ວງຫຼັບໄປແລ້ວ. ເປັນການສະແດງເຖິງວ່າເປັນການຂໍຂະມາ ແລະ ຂໍຄໍາອວຍພອນຈາກບັນພະບູລຸດ. ພ້ອມນີ້, ຍັງເປັນການສະແດງໃຫ້ເຫັນວ່າ ໃຫ້ພະບູລຸດກິນເຂົ້າ ແລະ ກິນອາ ຫານກ່ອນ. ນອກນີ້, ກໍຍັງໄດ້ມີຈອກເຫຼົ້າພິເສດໜ່ວຍໜຶ່ງວາງໃວ້ເທິງໂຕະອາຫານໃນຄໍ່າຄືນຂອງງານລ້ຽງສົ່ງທ້າຍປີເກົ່າ.
• ການຄົບໜ້າພ້ອມຕາກັນຂອງສະມາຊິກຄອບຄົວກິນເຂົ້າແລງສັງສັນຮ່ວມກັນໃນວັນສົ່ງທ້າຍປີເກົ່າ ເປັນວັນທີ່ຄຶກຄື້ນ ແລະ ສຳຄັນທີ່ສຸດສຳລັບຄົນຈີນ ເພາະເປັນວັນເວລາທີ່ສະມາຊິກຄອບຄົວຈະໄດ້ຢູ່ພ້ອມໜ້າພ້ອມຕາກັນ ເພື່ອສະເຫຼີມສະຫຼອງເທສະການທີ່ສຳຄັນນີ້ກັບຄອບຄົວ. ອາຫານຄໍ່າໃນວັນສົ່ງທ້າຍປີເກົ່າຂອງຈີນເອີ້ນວ່າ ການຫວນຄືນງານລ້ຽງອາຫານຄໍ່າ, ສະມາຊິກຄອບຄົວທັງຫຼາຍຈະນັ່ງອ້ອມໂຕະອາຫານ, ເພີດເພີ່ນກັບການກິນອາຫານທີ່ຫຼາກຫຼາຍຊະນິດ ແລະ ຍົກຈອກອວຍພອນປີໃໝ່ກັນ ພາຍໃຕ້ຮອຍຍີ້ມ ແລະ ສຽງຫົວອັນເບີກບານມ່ວນຊື່ນ, ໂອ້ລົມກັນຢ່າງສະໜຸນສະໜານ ແລະ ມ່ວນຊື່ນກັບການກິນດື່ມ.
• ວັນປີໃໝ່ ເປັນວັນທີ່ຜູ້ຄົນທັງຫຼາຍຕ່າງກໍອອກໄປທ່ອງທ່ຽວພັກຜ່ອນ, ນຸ່ງຖືເສື້ອ ຜ້າທີ່ມີສີສັນສວຍສົດງົດງາມ ໄປໄຫວຂໍພອນຍາດຕິພີ່ນ້ອງຜູ້ຫຼັກຜູ້ໃຫຍ່.
• ການມອບໃຫ້ ແລະ ແລກປ່ຽນຊອງຫົງເປົາ ແລະ ຂອງຂວັນຕ່າງໆເພື່ອເປັນສິ່ງມຸງຄຸນ: ວັນກຸດຈີນ ຖືໄດ້ວ່າເປັນເທສະການແຫ່ງຫົງເປົາກໍວ່າໄດ້. ຢູ່ພາຍໃນຊອງຫົງເປົາສີແດງ ຈະມີເງິນ ແລະ ສ່ວນຫຼາຍຈະມອບຊອງຫົງເປົາໃຫ້ເດັກນ້ອຍ ແລະ ຜູ້ສູງອາຍຸ. ຊອງສີແດງ (ເງິນ) ຫຼື ເອີ້ນວ່າ ya sui qian (压岁钱 /yaa sway chyen/) ເຊິ່ງມີຄວາມໝາຍວ່າ ປາບປາມ Sui [the demon] ຜີສາດເງິນ. ຜູ້ທີ່ໄດ້ຮັບຊອງອັງເປົ໋າກໍຈະອວຍພອນໃຫ້ທຸກຄົນມີຄວາມປອດໄພ ແລະ ມີຄວາມສຸກ. ນອກນັ້ນ, ຊາວຈີນ ຍັງນິຍົມມອບຂອງຂວັນອື່ນໆ ເຊັ່ນ: ເຄື່ອງດື່ມເຫຼົ້າ, ຊາ, ໝາກໄມ້ ແລະ ເຂົ້າໜົມ.
• ການຈູດບັ້ງກະໂພກ ແລະ ຈູດບັ້ງໄຟ: ໄດ້ຈັດສະແດງຂຶ້ນຕໍ່ສາທາລະນະໃນເມືອງໃຫຍ່ຕ່າງໆ ຈົນຮອດແຕ່ລະເຮືອນກໍ່ໄດ້ຈູດເພື່ອເປັນການສະເຫຼີມສະຫຼອງ ຈາກຕົວເມືອງຈົນຮອດຊົນນະບົດຂອງຈີນ, ການຈູດກະໂພກ ແລະ ບັ້ງໄຟດອກ ເປັນກິດຈະ ກຳມ່ວນຊື່ນທີ່ຂາດບໍ່ໄດ້, ເປັນການຂັບໄລ່ຜູ້ຜີສິ່ງຊົ່ວຮ້າຍທັງຫຼາຍ ແລະ ຕ້ອນຮັບປີໃໝ່ທີ່ຈະມາເຖິງ. ພວກເຮົາຈະເຫັນດອກໄມ້ໄຟຫຼາຍລ້ານລູກຖືກຈູດຂຶ້ນທົ່ວທ້ອງຟ້າໃນປະເທດຈີນ ໃນເວລາ 00.00 ໂມງ ຫຼາຍທີ່ສຸດທຸກໄລຍະເວລາຂອງປີ.
• ການຊົມການສະແດງເຊີດສິງໂຕ ແລະ ການສະແດງເຊີດມັງກອນ ຈະເຫັນຢູ່ທຸກຫົນແຫ່ງໃນຈີນ ແລະ ຢູ່ເມືອງຈີນໃນຫຼາຍໆປະເທດຕາເວັນຕົກໃນໄລຍະເທສະການວັນກຸດຈີນ. ການເຊີດສິງໂຕ ແລະ ເຊີດມັງກອນ ເປັນການສະແດງເພື່ອເປັນສິຣິມຸງ ຄຸນ ເພື່ອນໍາມາຊຶ່ງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໂຊກລາບໃນປີດຽວກັນ ແລະ ປີຕໍ່ໆໄປ. ນອກນີ້, ຂະນົບທໍານຽມວັນກຸດຈີນ ຊາວຈີນ ຈະນຸ່ງເສື້ອຜ້າໃໝ່, ນອນເດິກໃນວັນກຸດຈີນ, ຊົມງານລ້ຽງສະຫຼອງເທສະການລະດູໃບໄມ້ປົ່ງເປັນຕົ້ນ.
ການສະເຫຼີມສະຫຼອງບຸນປະເພນີຂອງລາວ ກໍ່ມີຄວາມຄ້າຍຄືກັນກັບການສະເຫຼີມສະຫຼອງກຸດຈີນ ເຊັ່ນດຽວກັນໂດຍໄດ້ຍຶດຖືເອົາຕາມປະຕິທິນຈັນທະລາຄະຕິ. ພ້ອມນີ້ ການກະກຽມ ກິດຈະກຳການສະເຫຼີມສະຫຼອງ ກຸດຈີນກໍ່ຄ້າຍກັນກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ເຊັ່ນ: ເປັນເວລາເຕົ້າໂຮມສະມາຊິກພາຍໃນຄອບຄົວພີ່ນ້ອງ ກິນເຂົ້າ ດື່ມສະຫຼອງຮ່ວມກັນ, ພີ່ນ້ອງ, ລູກຫຼານ, ໝູ່ເພື່ອນມາຊຸມແຊວຢູ່ເຮືອນຊານ, ນໍາສິ່ງຂອງມາສົມມາພໍ່ແມ່ຜູ້ຫຼັກຜູ້ໃຫຍ່, ອະນາໄມເຮືອນຊານ, ອະນາໄມ ແລະ ເຊັດໄຫວ້ທາດຂອງພໍ່ແມ່ບັນພະບູລຸດຜູ້ທີ່ລ່ວງລັບໄປແລ້ວ; ຫົດສົງອວຍພອນເຊິ່ງກັນແລະກັນເປັນຕົ້ນ. ບຸນປະເພນີປີໃໝ່ລາວ ແລະ ກຸດຈີນ, ເປັນສິ່ງປັດເປົ່າສິ່ງຊົ່ວຮ້າຍບໍ່ດີຕ່າງໆອອກຈາກຕົນເອງ ແລະຄອບຄົວເຮືອນຊານ, ສ້າງສັງຄົມມີຄວາມສາມັກຄີຮັກແພງກັນ, ສ້າງຄວາມຈະເລີນຮຸ່ງເຮືອງ ແລະ ສ້າງໃຫ້ຜູ້ຄົນເປັນຄົນດີຮູ້ຈັກຕໍ່າສູງ ແລະ ຮູ້ເຄົາລົບນັບຖືຜູ້ຫຼັກຜູ້ໃຫຍ່ ຜູ້ອາວຸໂສ ແລະ ບັນພະບູລຸດຂອງຕົນ.
Cr. CMG FM93



