ງານເທສະການສະແດງຜົນຜະລິດກະສິກຳ ໝາກແຕງຊ້າງ, ໝາກຖົ່ວຫຼາ ໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2024 ນີ້ ທີ່ແຄມຫ້ວຍເຊືອກ ບ້ານກຸດລໍາພອງ ເມືອງລະຄອນເພັງ ແຂວງສາລະ ວັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານຮອບດ້ານເມືອງລະຄອນເພັງ, ທ່ານ ທອງດີ ຈັນ ທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ.
ການຈັດການຄັ້ງນີ້ເພື່ອເປັນໜໍ່ແໜງໃນການສົ່ງເສີມການທ່ອງທ່ຽວເຊີງກະເສດ ແລະຊົມວິຖີຊີວິດທຳມະຊາດຂອງຊາວສວນຕາມຫ້ວຍລຳພອງ, ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນກະສິກຳປອດສານພິດ ໝາກແຕງ-ໝາກຖົ່ວ, ເພື່ອສ້າງລາຍຮັບໃຫ້ແກ່ຜູ້ປູກ ແລະໂຄສະນາເຜີຍແຜ່ຜະລິດຕະພັນດັ່ງກ່າວໃຫ້ກວ້າງຂວາງອອກສູ່ສັງຄົມໄດ້ຮັບຮູ້, ເພື່ອຊອກຕະຫຼາດຮອງຮັບສິນຄ້າກະສິກຳ ສົ່ງອອກຂາຍພາຍໃນເມືຶອງ, ຕ່າງເມືອງ, ຕ່າງແຂວງ ເພື່ອຫາລາຍໄດ້ພັດທະນາເສດຖະກິດຄອບຄົວ ຊຸມຊົນ ແລະບ້ານ.
ພາຍໃນງານມີຫຼາຍກິດຈະກຳຄື: ການວາງສະແດງ ແລະຈຳໜ່າຍສິນຄ້າກະສິກຳ ໝາກແຕງ-ໝາກຖົ່ວ ແລະສິນຄ້າກະສິກຳອື່ນໆ, ກິດຈະກຳທ່ຽວຊົມ-ຊິມໝາກແຕງ-ໝາກຖົ່ວ ຕາມສວນແຄມນ້ຳຫ້ວຍເຊືອກ, ກິດຈະກຳຍ່າງຊົມປ່າທຳມະຊາດ(ປ່າມະເຫສັກຂອງບ້ານ) ທີ່ມີເນື້ອທີ່ກວ່າ 28 ເຮັກຕາ ເຊິ່ງຍັງຄົງຄວາມເປັນທຳມະ ຊາດຂອງປ່າ ແລະມີຕົ້ນໄມ້ໃຫຍ່ທີ່ອຸດົມສົມບູນ ແລະຊົມກຸດ (ໜອງນໍ້າ) ທີ່ຄຽງຄູ່ກັບບ້ານກຸດລຳພອງຈົນມາຮອດປະຈຸບັນ.
ງານເທສະການສະແດງຜົນຜະລິດກະສິກຳ ໝາກແຕງຊ້າງ, ໝາກຖົ່ວຫຼາ ແມ່ນ 1 ໃນ 6 ກິດຈະກຳທ່ອງທ່ຽວ ຕາມປະຕິທິນທ່ອງທ່ຽວ 2024 ຂອງເມືອງລະຄອນເພັັງ ທີ່ກຳນົດຈັດ(ຂັ້ນບ້ານ) ເຊິ່ງຈັດເປັນກິດຈະກຳທີ 2 ຂອງເມືອງ ຕໍ່ຈາກງານນະມັດສະການສຸວັນມະຫາທາດບ້ານໜອງແສງ ແລະໃນວັນທີ 18-24 ກຸມພາ ທີ່ຈະມາເຖິງນີ້ ເມືອງລະຄອນເພັງ ກໍຈະໄດ້ຈັດງານເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນປະເພ ນີນະມັດສະການຮອຍພຣະບາດນາດູ່ ເຊິ່ງແມ່ນກິດຈະກຳທີ 3 ທີ່ກຳນົດຈັດ( ຂັ້ນແຂວງ).








