ເທສະການໝາກພ້າວນາໄຊ ຕິດພັນກັບບຸນໃຫຍ່ລະປືບ ເຜົ່າກະຕາງ ບ້ານນາໄຊນ້ອຍ, ເມືອງສາລະວັນ, ແຂວງສາລະວັນ ປະຈໍາປີ 2025 ຈັດຂຶ້ນໃນວັນທີ 6 ມີນາ 2025 ທີ່ຕະຫລາດບ້ານນາໄຊນ້ອຍ ເມືອງສາລະວັນ ໂດຍການເຂົ້າຮ່ວມຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ.
ທ່ານ ນາງ ວົງຈັນ ພັນທະວົງ ປະທານບໍລິສັດສຸກໃຈ ສາລະ ວັນ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ຕາງໜ້າຄະນະຮັບຜິດຊອບການຈັດງານ ໃຫ້ຮູ້ວ່າ: ເທສະການໝາກພ້າວນາໄຊ ຕິດພັນກັບບຸນໃຫຍ່ລະປືບ ໄດ້ຈັດຂຶ້ນມາແລ້ວ 4 ຄັ້ງ ນັບແຕ່ປີ 2022 ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນ ມີລາຍຮັບທີ່ໝັ້ນຄົງ, ຂຸດ ຄົ້ນທ່າແຮງບົ່ງຊ້ອນ ຂອງທ້ອງຖິ່ນທາງດ້ານການຜະລິດ, ການບໍລິການ, ການແປຮູບຜົນຜະລິດກະສິກໍາ ໂດຍສະເພາະ ໝາກພ້າວ ຢູ່ບ້ານນາໄຊ ໃຫ້ມີຄວາມຫລາກຫລາຍເຂົ້າສູ່ຕະ ຫລາດກວ້າງຂຶ້ນ, ສ້າງບັນຍາກາດການຈໍລະຈອນແລກປ່ຽນຊື້-ຂາຍສິນຄ້າ ຕິດພັນກັບການທ່ອງທ່ຽວ, ວິຖີຊີວິດແບບພື້ນບ້ານ, ອີກດ້ານໜຶ່ງກໍເພື່ອເປັນການປົກປັກຮັກສາ, ສືບທອດດ້ານຮີດຄອງປະເພນີອັນດີງາມຂອງເຜົ່າ ໂດຍສະເພາະເຜົ່າກະຕາງ.
ບ້ານນາໄຊນ້ອຍ ແມ່ນບ້ານໜຶ່ງທີ່ນອນໃນ 124 ບ້ານ ຂຶ້ນກັບເມືອງສາລະວັນ ແຂວງສາລະວັນ ຫ່າງຈາກຕົວເມືອງປະມານ 21 ກິໂລແມັດ ເປັນບ້ານທີ່ມີເສັ້ນທາງການສັນຈອນໄປ-ມາຫາກັນສະດວກສະບາຍ, ມີພົນລະເມືອງ 1.698 ຄົນ ຍິງ 806 ຄົນ, ມີ 275 ຫລັງຄາເຮືອນ, ປະກອບມີ 3 ຊົນເຜົ່າ ໃນນັ້ນ, ເຜົ່າກະຕາງ ກວມເອົາ 70% ຫລາຍກວ່າໝູ່ຂອງປະຊາຊົນພາຍໃນບ້ານ.
ເທສະການໝາກພ້າວນາໄຊ ຕິດພັນກັບບຸນໃຫຍ່ລະປືບ ປະຈໍາປີ 2025 ຈະໄດ້ດໍາເນີນໄປເຖິງວັນທີ 10 ມີນາ 2025, ງານດັ່ງກ່າວປະກອບມີບັນດາກິດຈະກໍາຫລັກເປັນຕົ້ນ ວາງສະແດງສິນຄ້າ, ຂາຍສິນຄ້າ, ຕະຫລາດນັດສັນຈອນ ແລະ ກິດຈະກໍາອື່ນໆ ເພື່ອສ້າງບັນຍາກາດໃຫ້ມີຄວາມຄຶກຄື້ນມ່ວນຊື່ນ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ






