ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເນື້ອທີ່ນາປີ ຢູ່ແຂວງຄໍາມ່ວນ ເສຍຫາຍຈາກນໍ້າຖ້ວມ ແລະ ສັດຕູພືດ 197 ເຮັກຕາ

Jul 28, 2025

ພາຍຫລັງເກີດສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ແລະ ກະຈາຍໄປທົ່ວທຸກເມືອງຂອງແຂວງຄຳມ່ວນ ໄດ້ສົ່ງຜົນເຮັດໃຫ້ນໍ້າຖ້ວມຂັງ ພ້ອມທັງໄຫລເຂົ້າຖ້ວມເນື້ອທີ່ການຜະລິດຂອງປະຊາຊົນ. ໃນຂະນະດຽວກັນ ກໍໄດ້ເກີດມີສັດຕູພືດ (ບົ້ງ) ທໍາລາຍເນື້ອທີ່ນາປີ ແລະ ພືດລະດູຝົນ ເສຍຫາຍ 197 ເຮັກຕາ.
May be an image of grass May be an image of water hyacinth and grass
ອີງຕາມການລາຍງານຂອງຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 01-23 ກໍລະກົດ 2025 ໄດ້ມີການຕິດຕາມເກັບກໍາຂໍ້ມູນເນື້ອທີ່ນາປີ ແລະ ພືດລະດູຝົນ ທີ່ໄດ້ຮັບຜົນກະທົບຈາກການທໍາລາຍຂອງສັດຕູພືດ (ບົ້ງ) ແລະ ນໍ້າຖ້ວມ. ສໍາລັບເນື້ອທີ່ນາປີ ຕາມການເກັບກໍາຂໍ້ມູນເບື້ອງຕົ້ນທົ່ວແຂວງ ມີເມືອງທີ່ຖືກຜົນກະທົບ ແລະ ເສຍຫາຍຈາກສັດຕູພືດທໍາລາຍມີ 05 ເມືອງ, ມີ 56 ບ້ານ, ມີ 2.111 ຄອບຄົວ, ເນື້ອທີ່ຖືກທໍາລາຍ 1.753 ເຮັກຕາ, ເນື້ອທີ່ເສຍຫາຍ 68 ເຮັກຕາ ໃນນີ້, ເມືອງມະຫາໄຊ 01 ບ້ານ, ມີ 34 ຄອບຄົວຄົວ, ເນື້ອທີ່ຖືກທໍາລາຍ 32 ເຮັກຕາ; ເມືອງຍົມມະລາດ ມີ 10 ບ້ານ, ມີ 336 ຄອບຄົວ, ເນື້ອທີ່ຖືກທໍາລາຍ 89 ເຮັກຕາ; ເມືອງບົວລະພາ 15 ບ້ານ, ມີ 564 ຄອບຄົວ, ເນື້ອທີ່ຖືກທໍາລາຍ 438 ເຮັກຕາ, ເນື້ອທີ່ເສຍຫາຍ 68 ເຮັກຕາ; ເມືອງນາກາຍ 5 ບ້ານ, ມີ 171 ຄອບຄົວ, ເນື້ອທີ່ຖືກທໍາລາຍ 127 ເຮັກຕາ; ເມືອງໄຊບົວທອງ ມີ 25 ບ້ານ, ມີ 1.006 ຄອບຄົວ, ເນື້ອທີ່ຖືກທໍາລາຍ 1.067 ເຮັກຕາ.
May be an image of 1 person and grass
ສ່ວນເນື້ອທີ່ນາປີ ມີເມືອງທີ່ຖືກຜົນກະທົບ ແລະ ເສຍຫາຍຈາກນໍ້າຖ້ວມ 09 ເມືອງ, ມີ 201 ບ້ານ, ມີ 7.718 ຄອບຄົວ, ເນື້ອທີ່ຖືກນໍ້າຖ້ວມ 8.172 ເຮັກຕາ, ເນື້ອທີ່ເສຍຫາຍ 129 ເຮັກຕາ ໃນນີ້, ເມືອງທ່າແຂກ 30 ບ້ານ, ມີ 393 ຄອບຄົວ, ເນື້ອທີ່ຖືກຖ້ວມ 400 ເຮັກຕາ; ເມືອງມະຫາໄຊ 30 ບ້ານ, ມີ 413 ຄອບຄົວ, ເນື້ອທີ່ຖືກຖ້ວມ 356 ເຮັກຕາ; ເມືອງໜອງບົກ 7 ບ້ານ, ມີ 296 ຄອບຄົວ, ເນື້ອທີ່ຖືກຖ້ວມ 319 ເຮັກຕາ; ເມືອງຫີນບູນ 59 ບ້ານ, ມີ 3.199 ຄອບຄົວ, ເນື້ອທີ່ຖືກຖ້ວມ 3.263 ເຮັກຕາ; ເມືອງຍົມມະລາດ 15 ບ້ານ, ມີ 676 ຄອບຄົວ, ເນື້ອທີ່ຖືກຖ້ວມ 567 ເຮັກຕາ; ເມືອງບົວລະພາ 9 ບ້ານ, ມີ 296 ຄອບຄົວ, ເນື້ອທີ່ຖືກຖ້ວມ 331 ເຮັກຕາ; ເມືອງເຊບັ້ງໄຟ 12 ບ້ານ, ມີ 254 ຄອບຄົວ, ເນື້ອທີ່ຖືກຖ້ວມ 312 ເຮັກຕາ; ເມືອງໄຊບົວທອງ 25 ບ້ານ, ມີ 917 ຄອບຄົວ, ເນື້ອທີ່ຖືກຖ້ວມ 985 ເຮັກຕາ; ເມືອງຄູນຄໍາ 14 ບ້ານ, ມີ 1.274 ຄອບຄົວ, ເນື້ອທີ່ຖືກຖ້ວມ 1.639 ເຮັກຕາ, ເນື້ອທີ່ເສຍຫາຍ 129 ເຮັກຕາ, ເຊິ່ງເນື້ອທີ່ແຜນການປູກເຂົ້ານາປີ ໃນປີນີ້ທົ່ວແຂວງຄຳມ່ວນ ມີ 92.791 ເຮັກຕາ, ເນື້ອທີ່ປະຕິບັດຕົວຈິງ 91.637 ເຮັກຕາ ເທົ່າກັບ 98,75% ຂອງເນື້ອທີ່ແຜນການທົ່ວແຂວງ.