ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເນື້ອໃນການສະແດງບິນໂດຣນ ແລະ​ ຍິງດອກພຸໄຟ ໃນບຸນວັດພູ​ຈໍາປາສັກ​ ປະຈໍາປີ​ 2025​

Feb 5, 2025

ການສະແດງໂດຣນປະກອບພາບ ຕົວອັກສອນ ແສງ ສີ ສຽງ​ ແລະ​ ການຍິງດອກພຸໄຟ​ ແມ່ນກິດຈະກໍາພິເສດ​ 2 ກິດຈະກໍາໜຶ່ງ​ ທີ່ຈະມີຂຶ້ນໃນວັນທີ​ 10​ ກຸມພາ​ 2025​ ເຊິ່ງເປັນມື້ເປີດງານບຸນນະມັດສະການຜາສາດຫີນວັດພູ.​
ສໍາລັບຮູບແບບ​ ແລະ​ ເນື້ອໃນບິນໂດຣນ ນັ້ນ,​ ທ່ານ​ ນາງ​ ສົມເລັດ ໂພສາລາດ ປະທານກຸ່ມບໍລິສັດ​ ຍິ່ງໂຊກໄຊ ຜູ້ທີ່ຮັບຜິດ ຊອບກິດຈະກໍາບິນໂດຣນ ຕາງໜ້າຄະນະຮັບຜິເຊອບຈັດງານ​ ໃຫ້ຮູ້ວ່າ: ການບິນໂດຣນຊຸດທີ 1 ຈໍານວນ​ 100 ລໍາ​ ຈະມີບັນຍາຍກ່ຽວກັບທີ່ຕັ້ງຂອງເມືອງຈຳປາສັກ.​ ບິນໂດຣນ​ ຊຸດທີ 2 ຈໍານວນ​ 200 ລໍາ​ ຈະບັນຍາຍກ່ຽວກັບການສ້າງຕົວເມືອງ ແລະ ສ້າງສາສະນະ ສະຖານຂອງຮີນດູ.​ ບິນໂດຣນຊຸດທີ 3 ຈໍານວນ​ 200 ລໍາ​ ຈະບັນຍາຍກ່ຽວກັບ ຈອມພູເກົ້າ​ ແຮງບັນດານໃຈເຖິງສັດທາອັນແຮງກ້າ ແລະ​ ຄວາມເຊື່ອໃນສາສະໜາອິນດູຈີນ.
ສ່ວນການຍິງດອກພຸໄຟໃນມື້ເປີດງານ,​ ທ່ານ​ ພັນເອກ​ ຄໍາເວົ້າ​ ຜູ້ຮັບຜິດຊອບການຍິງດອກພຸໄຟ​ ໃຫ້ຮູ້ວ່າ: ມີບັ້ງຂະໜາດ 3″ ຈຳນວນ 54 ບັ້ງ,​ ບັ່ງ້ງຂະໜາດ 4″ ຈຳນວນ 60 ບັ້ງ,​ ບັ້ງຂະໜາດ 5″ ຈຳນວນ 16 ບັ້ງ,​ ບັ້ງຂະໜາດ 6″ ຈຳນວນ 11 ບັ້ງ,​ ບັ້ງຂະໜາດ 10″ ຈຳນວນ 1 ບັ້ງ​ ແລະ​ ຊຸດຫາງນົກຍຸງ 300 ນັດ 1 ຊຸດ, ຊຸດພັດ 10 ນັດ 6 ຊຸດ,​ ຊຸດພັກ 130 ນັດ 1 ຊຸດ, ຊຸດແບບຕັ້ງ 40 ນັດ 2 ຊຸດ.​
​
Cr: ທູນທອງໃຈ
May be a doodle of baby's-breath
May be an image of 1 person