ກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນ ປະຈຳປີ 2025 (China Development Forum 2025 ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງໃນລະຫວ່າງວັນທີ 23-24 ມີນານີ້ ເຊິ່ງຖືເປັນເວທີສໍາຄັນໃນການແລກປ່ຽນຄວາມຄິດເຫັນກ່ຽວກັບການພັດທະນາເສດຖະກິດຂອງຈີນ. ເວທີດັ່ງກ່າວ ໄດ້ເລີ່ມຈັດຂຶ້ນນັບແຕ່ປີ 2000 ເປັນຕົ້ນມາ ໂດຍແມ່ນສູນວິໄຈເພື່ອການພັດທະນາແຫ່ງຄະນະລັດຖະມົນຕີຈີນ ແລະ ມູນນິທິວິໄຈການພັດທະນາຮ່ວມກັນຈັດຂຶ້ນ.
ເວທີນີ້ ໄດ້ກາຍເປັນເວທີແຫ່ງການພັດທະນາການຮ່ວມມືລະ ຫວ່າງຈີນກັບພາກສ່ວນຕ່າງໆ ຈາກທົ່ວໂລກ. ທຸກໆ ປີແມ່ນມີຜູ້ບໍລິຫານອົງການຈາກພາກລັດ, ພາກເອກະຊົນ ແລະ ນັກວິຊາ ການຈາກປະເທດຕ່າງໆ ມາຮ່ວມກັນສໍາມະນາກ່ຽວກັບບັນຫາສໍາຄັນທີ່ເປັນແຮງຂັບເຄື່ອນການພັດທະນາດ້ານເສດຖະກິດຂອງຈີນ ກໍຄືຂອງໂລກ.
ສໍາລັບກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນ ປະຈຳປີ 2025 ດໍາເນີນພາຍໃຕ້ຫົວຂໍ້: “ຊຸກຍູ້ການພັດທະ ນາ ເພື່ອການເຕີບໂຕທີ່ໝັ້ນຄົງຂອງໂລກ” ໂດຍມີຕາງໜ້າຈາກຕ່າງປະເທດ 100 ກວ່າຄົນທີ່ມາຈາກອົງການຈັດຕັ້ງສາກົນ, ວິສາຫະກິດຂ້າມຊາດທີ່ຢູ່ໃນບັນຊີລາຍຊື່ 500 ວິສາຫະກິດທີ່ເຂັ້ມແຂງທີ່ສຸດໃນໂລກ ພ້ອມດ້ວຍວົງການອຸດສາຫະກຳ ແລະການຄ້າທົ່ວໂລກ ເຂົ້າຮ່ວມ, ໃນນັ້ນ ລວມທັງລວມມີບໍລິສັດທີ່ນໍາໜ້າຂອງໂລກ ເຊັ່ນ: Schneider Electric TCP Group BMW ແລະ Takeda Pharmaceutical ຮ່ວມຢູ່ດ້ວຍ ເພື່ອແລກປ່ຽນ ແລະ ປຶກສາຫາລືກັນໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ນະໂຍບາຍມະຫາພາກ ແລະການເຕີບໂຕຂອງເສດຖະກິດ, ການປະຕິຮູບຊຸກຍູ້ແຮງຂັບເຄື່ອນໃໝ່ດ້ານການເຕີບໂຕຂອງເສດຖະກິດ, ການກະຕຸກຊຸກຍູ້ການບໍລິໂພກ ແລະເປີດກວ້າງຄວາມຕ້ອງການພາຍໃນ, ການນຳພາການພັດທະນາຂອງກຳລັງຜະລິດໃນຄຸນນະພາບໃໝ່ດ້ວຍການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ການພັດທະນາປັນຍາປະດິດແບບມີຜົນປະໂຫຍດທົ່ວເຖິງ ແລະກວມລວມ ແລະຫົວຂໍ້ສໍາຄັນອື່ນໆ.
ທ່ານ ຫຼີສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ເຂົ້າ ຮ່ວມ ແລະ ກ່າວຄໍາປາໄສຕໍ່ພິທີໄຂກອງປະຊຸມຄັ້ງນີ້ວ່າ: ໃນກອງປະຊຸມສອງສະພາແຫ່ງຊາດຈີນ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ຈີນໄດ້ວາງເປົ້າໝາຍການເຕີບໂຕດ້ານເສດຖະກິດຂອງຈີນປີນີ້ໃຫ້ຢູ່ໃນລະດັບປະມານ 5% ໂດຍພິຈາລະນາຈາກເງື່ອນໄຂຕົວຈິງ ແລະ ປັດໄຈພື້ນຖານທາງດ້ານເສດຖະກິດທີ່ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ນະໂຍບາຍການພັດທະນາ ແລະ ປະສິດທິພາບໃນການພັດທະນາເສດຖະກິດຈີນໃນອະນາຄົດ. ເຖິງວ່າປັດຈຸບັນ ຕ້ອງປະ ເຊີນກັບສິ່ງທ້າທາຍຈາກຫຼາຍປັດໄຈພາຍນອກ ແຕ່ລັດຖະບານຈີນ ຈະເນັ້ນໃສ່ຂັບເຄື່ອນນະໂຍບາຍຕ່າງໆ ເພື່ອເຮັດໃຫ້ເສດຖະ ກິດຂອງຈີນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພາະຈີນເປັນຕະ ຫຼາດການບໍລິໂພກຂະ ໜາດໃຫຍ່ຂອງໂລກ, ເຕັມໄປດ້ວຍໂອກາດ, ເສດຖະກິດຈີນມີປະສິດຕິພາບຢ່າງມະຫາສານ, ຂະຫຍາຍຕົວ ຢ່າງແຂງແຮງ ແລະ ມີສ່ວນຊ່ວຍເຮັດໃຫ້ເສດຖະກິດໂລກຟື້ນຕົວ. ສະນັ້ນ ຈຶ່ງຫວັງວ່າ ຜູ້ປະກອບການຈາກປະເທດຕ່າງໆ ທົ່ວໂລກຈະໃຫ້ຄວາມສົນໃຈໃນການຂະຫຍາຍຕະຫຼາດຢູ່ຈີນນັບມື້ຫຼາຍຂຶ້ນກວ່າເກົ່າ.
ສ່ວນ ທ່ານ Han Wenxiu ຮອງຜູ້ອໍານວຍການບໍລິຫານສໍານັກງານຄະນະກໍາມະການກາງດ້ານການເງິນ ແລະ ເສດຖະກິດ ກ່າວໃນເວທີປຶກສາຫາລືຄັ້ງນີ້ວ່າ: ໃນໄລຍະຊຸມປີມໍ່ໆ ມານີ້ ຈີນໃຫ້ຄວາມສໍາຄັນກັບການຂັບເຄື່ອນເສດຖະກິດດ້ວຍນະວັດຕະກໍາ ແລະ ຄວາມຄິດສ້າງສັນ, ສົ່ງເສີມການເພິ່ງພາອາໄສຕົນເອງດ້ວຍການພັດທະນາເຕັກໂນໂລຊີລະດັບສູງ ເພື່ອພັດທະນາກໍາລັງການຜະລິດທີ່ມີຄຸນນະພາບສູງ, ພັດທະນາ ແລະ ສົ່ງເສີມອຸດສາຫະກໍາໃໝ່ ໂດຍເນັ້ນໃສ່ສົ່ງເສີມເຕັກໂນໂລຊີດິຈິຕອລ, ເຕັກໂນໂລຊີສີ ຂຽວ ແລະ ເຕັກໂນໂລຊີປັນຍາປະດິດ ຫຼື AI ເພື່ອຍົກລະດັບອຸດ ສາຫະກໍາດັ້ງເດີມ.
ໂດຍລວມແລ້ວ, ບຸກຄົນສາກົນທີ່ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນປະຈຳປີ 2025 ກ່າວຢືນຢັນວ່າ: ການທີ່ຈີນຊຸກຍູ້ການພັດທະນາເສດຖະກິດທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງ ຈະເພີ່ມແຮງຂັບເຄື່ອນ ແລະ ຄວາມແນ່ນອນຫຼາຍຂຶ້ນກວ່າເກົ່າໃຫ້ແກ່ເສດຖະກິດໂລກ. ຈີນພວມສະສົມແຮງຂັບເຄື່ອນໃໝ່ໃນຂົງເຂດຕ່າງໆໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ນີ້ຈະເປັນພະລັງແຮງທີ່ຍືນຍົງ ແລະ ເຂັ້ມແຂງໃນການຊຸກຍູ້ການພັດທະນາເສດຖະກິດຈີນ, ທັງເປັນກາລະໂອກາດໃໝ່ຂອງໂລກ. ນອກນີ້, ການປະດິດສ້າງຂອງຈີນພວມໄດ້ຮັບຜົນສຳເລັດຢ່າງວ່ອງໄວ, ເຮັດໃຫ້ຜູ້ຮ່ວມປະຊຸມໄດ້ສຳຜັດເຖິງກຳລັງບົ່ມຊ້ອນອັນມະຫາສານແຫ່ງການພັດທະນາຂອງຕະຫຼາດຈີນ.
ກ່ອນໜ້ານີ້, ຈີນໄດ້ວາງ 20 ມາດຕະການທີ່ຕິດແທດຕົວຈິງ ເພື່ອເຮັດໃຫ້ທຶນຕ່າງປະເທດມີຄວາມ ໝັ້ນຄົງ, ຂະນະດຽວກັນ ນັກລົງທຶນຕ່າງປະເທດ ກໍໄດ້ຄົ້ນພົບເງື່ອນໄຂໃນການພັດທະນາໃໝ່ຢູ່ຈີນໂດຍຜ່ານຂໍ້ມູນເສດຖະກິດໃນໄລຍະ 2 ເດືອນຕົ້ນປີນີ້ທີ່ລັດຖະບານຈີນໄດ້ເປີດເຜີຍ ເຊິ່ງຈະເຮັດໃຫ້ວິສາຫະກິດຕ່າງປະເທດມີຄວາມໝັ້ນໃຈຕໍ່ການສືບຕໍ່ພັດທະນາທຸລະກິດໃນໄລຍະຍາວຢູ່ຈີນຢ່າງໜັກແໜ້ນ.
ສະນັ້ນ, ຈິ່ງເຮັດໃຫ້ໝັ້ນໃຈໄດ້ວ່າ: ຈາກນະໂຍບາຍຂອງຈີນ ທີ່ສືບຕໍ່ພັດທະນາປະເທດດ້ວຍການເປີດປະຕູສູ່ພາຍນອກຢ່າງກວ້າງຂວາງ ແລະ ເນັ້ນໃສ່ຊຸກຍູ້ສົ່ງເສີມການຮ່ວມມືລະດັບໂລກ ເພື່ອຮັກສາການເຕີບໂຕຂອງເສດຖະກິດໃນໄລຍະຍາວຢ່າງໝັ້ນທ່ຽງ ໂດຍໃຫ້ຄວາມສໍາຄັນກັບການດໍາເນີນນະໂຍບາຍສົ່ງເສີມການລົງທຶນຈາກຕ່າງປະເທດ ເພາະເຫັນວ່າຜູ້ປະກອບການຈາກຕ່າງປະເທດມີບົດບາດສໍາຄັນຫຼາຍໃນການຮ່ວມພັດທະນາເສດ ຖະກິດຈີນ ຈະເຮັດໃຫ້ຜູ້ປະກອບການຈາກປະເທດຕ່າງໆ ຮ່ວມ ກັບຈີນຂັບເຄື່ອນໂລກາພິວັດທາງດ້ານເສດຖະກິດ, ຮ່ວມກັນພັດທະນາເສດຖະກິດຂອງໂລກທີ່ເປີດກວ້າງ ແລະ ຍືນຍົງຂຶ້ນກວ່າເກົ່າ.
BT, ວສລ



