ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປັນຫຍັງຈີນ ແລະ ອາຊຽນສາມາດເປັນຄູ່ການຄ້າໃຫຍ່ ອັນດັບທີ 1 ຂອງກັນແລະກັນເປັນຫຼາຍປີລຽນຕິດ?

Jan 16, 2025

ຕົວເລກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນ ເປີດເຜີຍໃນວັນທີ 13 ມັງກອນ 2025 ສະແດງໃຫ້ເຫັນວ່າ: ປີ 2024, ມູນຄ່າການຄ້າຂາເຂົ້າ-ຂາອອກ ລະຫວ່າງ ຈີນ ແລະ ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ປີ 2023, ກວມຫຼາຍກວ່າ 50% ຂອງຍອດມູນຄ່າການຄ້າຂາເຂົ້າ-ຂາອອກຂອງຈີນເປັນຄັ້ງທຳອິດ. ໃນນັ້ນ, ຈີນ ແລະ ອາຊຽນຕ່າງເປັນຄູ່ການຄ້າໃຫຍ່ອັນດັບທີ 1 ຂອງກັນແລະກັນເປັນເວລາ 5 ປີລຽນຕິດ, ປີ 2024, ການຄ້າຂາເຂົ້າ-ຂາອອກລະຫວ່າງຈີນ ແລະ ອາຊຽນໄດ້ເພີ່ມຂຶ້ນ 9% ເມື່ອທຽບໃສ່ປີ 2023, ໄດ້ຮັກສາການເຕີບໂຕເປັນ 9 ປີລຽນຕິດ.
ການຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດເປັນທາດແທ້ແຫ່ງການຮ່ວມມືດ້ານເສດຖະກິດການຄ້າ. ເປັນຫຍັງຈິ່ງໄດ້ຮັບຜົນງານທີ່ໂດດເດັ່ນປານນີ້, ເປັນຫຍັງຈີນ ແລະ ອາຊຽນສາມາດເປັນຄູ່ການຄ້າໃຫຍ່ອັນດັບທີ 1 ຂອງກັນແລະກັນເປັນຫຼາຍປີລຽນຕິດ?
ເສດຖະກິດການຄ້າຈີນ ແລະ ອາຊຽນມີຄວາມຕາບຈູນກັນຫຼາຍ, ນີ້ເປັນປັດໄຈສຳຄັນຢ່າງໜຶ່ງ. ບັນດາປະເທດອາຊຽນມີທ່າແຮງໃນດ້ານກະສິກຳ ແລະ ຊັບພະຍາກອນບໍ່ແຮ່, ເປັນແຫຼ່ງນຳເຂົ້າຜະລິດຕະພັນກະສິກຳ ແລະ ພະລັງງານທີ່ສຳຄັນສຳລັບຈີນ. ສ່ວນຈີນມີການພັດທະນາອ່າວສູງໃນດ້ານອຸດສາຫະກຳການຜະລິດ ແລະ ອຸດສາຫະກຳເຕັກນິກໃໝ່ທັນສະໄໝ, ການສົ່ງອອກແບດເຕີຣີລີທຽມ, ແບດເຕີຣີພະລັງງານແສງຕາເວັນ ແລະ ຜະລິດຕະພັນກົນຈັກແລະເຄື່ອງໄຟຟ້າຕໍ່ອາຊຽນຂອງຈີນ ລ້ວນແຕ່ໄດ້ເພີ່ມຂຶ້ນອ່າວໄວ, ສອງຝ່າຍໄດ້ບັນລຸຄວາມຕາບຈູນກັນດ້ານການຄ້າດ້ວຍທ່າແຮງດ້ານຊັບພະຍາກອນ ແລະ ອຸດສາຫະກຳ.
ສິ່ງທີ່ຄວນເວົ້າເຖິງນັ້ນກໍຄື: ການຄ້າຜະລິດຕະພັນກະສິກຳໄດ້ກາຍເປັນຈຸດເດັ່ນໃນການຄ້າລະຫວ່າງຈີນກັບບັນດາປະເທດອາຊຽນ. ໃນຊຸມປີຜ່ານມາ, ການນຳເຂົ້າຜະລິດຕະພັນກະສິກຳຈາກບັນດາປະເທດອາຊຽນຂອງຈີນໄດ້ເພີ່ມຂຶ້ນຄູ່ປີ. ຕົວເລກຂໍ້ມູນຈາກອົງການພາສີແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ປີ 2023, ອາຊຽນເປັນແຫຼ່ງນຳເຂົ້າຜະລິດຕະພັນກະສິກຳໃຫຍ່ອັນດັບທີ 2 ຂອງຈີນ ເຊິ່ງໄດ້ກວມ 15,6% ຂອງຍອດມູນຄ່າການນຳເຂົ້າຜະລິດຕະພັນກະສິກຳຂອງຈີນ. ເພື່ອຊ່ວຍຊຸກຍູ້ໃຫ້ຜະລິດຕະພັນກະສິກຳຂອງອາຊຽນເຂົ້າສູ່ຕະຫຼາດຈີນໄດ້ໄວກວ່າເກົ່າ, ສອງຝ່າຍໄດ້ປະຕິບັດມາດຕະການຕ່າງໆໃນດ້ານອຳນວຍຄວາມສະດວກໃຫ້ແກ່ການແຈ້ງຜ່ານດ່ານ ເຊັ່ນ: ເປີດ “ຊ່ອງທາງສີຂຽວ” ສຳລັບຜະລິດຕະພັນກະສິກຳແຈ້ງຜ່ານດ່ານຢ່າງວ່ອງໄວ, ເປີດ “ທາງດ່ວນສຳລັບໝາກໄມ້” ຢູ່ທ່າກຳປັ່ນອ່າວເປີຍປູ້, ການບໍລິການນັດໝາຍແຈ້ງຜ່ານດ່ານໃນມື້ບຸນຫຼືວັນພັກລັດຖະການ, ສ້າງສະຖານີທີ່ຕິດຕາມຄຸ້ມຄອງໝາກໄມ້ນຳເຂົ້າເປັນການສະເພາະ ແລະອື່ນໆ ເຊິ່ງໄດ້ຍົກປະສິດທິພາບໃນການແຈ້ງຜ່ານດ່ານໃຫ້ສູງຂຶ້ນຢ່າງຫຼວງຫຼາຍ ແລະ ໄດ້ຫຼຸດຕົ້ນທຶນດ້ານການຄ້າຂອງວິສາຫະກິດໃຫ້ໜ້ອຍລົງ.
ສອງຝ່າຍຍັງໄດ້ຕັ້ງໜ້າດຳເນີນການຮ່ວມມືກັນ ແລະ ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນຕ່າງໆ ເຊິ່ງກໍໄດ້ຊຸກຍູ້ການພັດທະນາການຄ້າລະຫວ່າງສອງຝ່າຍ. ໃນລະດັບພາກພື້ນ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ເຊື່ອມຕໍ່ກັບ “ແຜນລວມການເຊື່ອມຈອດອາຊຽນປີ 2025” ແລະ “ວິໄສທັດອາຊຽນປີ 2025” ຢ່າງແໜ້ນແຟ້ນກວ່າເກົ່າ. ໃນລະດັບການພົວພັນລະຫວ່າງສອງຝ່າຍ, ຈີນ ແລະ 10 ປະເທດສະມາຊິກອາຊຽນລ້ວນແຕ່ໄດ້ເຊັນເອກະສານຮ່ວມມືສອງຝ່າຍ ແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຊື່ອມຕໍ່ຢ່າງເລິກເຊິ່ງກັບ “ຍຸດທະສາດສູນກາງມະຫາສະໝຸດໂລກ” ຂອງອິນໂດເນເຊຍ, ຂໍ້ລິເລີ່ມ “ສອງແລວທາງໜຶ່ງວົງ” ຂອງຫວຽດນາມ, ຍຸດທະສາດ “ຫັນຈາກປະເທດບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງພາກພື້ນ” ຂອງລາວ ແລະ “ຍຸດທະສາດ 5 ແຈ” ຂອງກຳປູເຈຍ ເພື່ອຮ່ວມກັນຊຸກຍູ້ໃຫ້ໂຄງການຮ່ວມມືທາງຍຸດທະສາດໄດ້ຮັບການຈັດຕັ້ງປະຕິບັດ.
ໃນຊຸມປີຜ່ານມາ, ຈີນ ແລະ ອາຊຽນໄດ້ເພີ່ມທະວີການຮ່ວມມືໃນການກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມຢ່າງບໍ່ຢຸດຢັ້ງ ເຊັ່ນ: ການເປີດນຳໃຊ້ທາງລົດໄຟລາວ-ຈີນ, ຫວ່າງມໍ່ໆມານີ້, ປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນມີຫຼາຍກວ່າ 50 ລ້ານໂຕນແລ້ວ; ການເປີດນຳໃຊ້ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຂອງອິນໂດເນເຊຍ; ປັດຈຸບັນ, ແຕ່ລະອາທິດກໍຈະມີຖ້ຽວບິນໂດຍກົງ 2.300 ກວ່າຖ້ຽວໄປມາລະຫວ່າງຕົວເມືອງຕ່າງໆຂອງຈີນ ແລະ ອາຊຽນ. ການປັບປຸງສິ່ງກໍ່ສ້າງພື້ນຖານໂຄງລ່າງເຫຼົ່ານີ້ໃຫ້ດີຂຶ້ນ ໄດ້ຍົກປະສິດທິພາບດ້ານການຈໍລະຈອນສິນຄ້າ, ຫຼຸດຕົ້ນທຶນການຄ້າໃຫ້ໜ້ອຍລົງ ແລະ ຊຸກຍູ້ການໄປມາຫາສູ່ດ້ານການຄ້າລະຫວ່າງສອງຝ່າຍ.
ການປະຕິບັດສັນຍາການຄ້າເສລີໄດ້ອຳນວຍຄວາມສະດວກຫຼາຍຢ່າງໃຫ້ແກ່ການຄ້າລະຫວ່າງສອງຝ່າຍ ເຊັ່ນ: ການປະຕິບັດ “ສັນຍາການພົວພັນຄູ່ເສດຖະກິດຮອບດ້ານຂອງພາກພື້ນ” ຫຼື RCEP ຢ່າງຮອບດ້ານ ແລະ ການເລັ່ງຊຸກຍູ້ການເຈລະຈາເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ໄດ້ຫຼຸດ ຫຼື ຍົກເວັ້ນພາສີໃຫ້ແກ່ການຄ້າລະຫວ່າງສອງຝ່າຍ, ໄດ້ປະຕິບັດກະຕິກາສະສົມທີ່ຜະລິດເດີມ ແລະ ນະໂຍບາຍອື່ນໆ ເຊິ່ງໄດ້ຊຸກຍູ້ການໄປມາຫາສູ່ດ້ານການຄ້າ ແລະ ການສ້າງຕ່ອງໂສ້ອຸດສາຫະກຳ ພ້ອມທັງໄດ້ເຮັດໃຫ້ການຄ້າລະຫວ່າງສອງຝ່າຍມີຄວາມແໜ້ນແຟ້ນຍິ່ງຂຶ້ນຕື່ມອີກ.
ໃນອະນາຄົດ, ການພົວພັນດ້ານການຄ້າລະຫວ່າງຈີນ ແລະ ອາຊຽນຍັງຈະຮັກສາທ່ວງທ່າເຕີບໂຕທີ່ແຂງແຮງ. ຄຽງຄູ່ກັບການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ລົງສູ່ລວງເລິກ, ສອງຝ່າຍຍັງຈະສາມາດດຳເນີນການຮ່ວມມືຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໃນຫຼາຍຂົງເຂດທີ່ຈະເລີນໃໝ່ ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ເສດຖະກິດດີຈີຕອນ, ພະລັງງານສີຂຽວ ແລະອື່ນໆ, ຮ່ວມກັນສ້າງເສດຖະກິດໂລກທີ່ເປີດກວ້າງ, ຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ ແລະ ປະກອບສ່ວນກຳລັງສຳຄັນໃຫ້ແກ່ການພັດທະນາເສດຖະກິດຂອງໂລກ.