ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປັນຫຍັງຕຸກກະຕາແຟຊັນຂອງຈີນ ຈິ່ງໄດ້ຮັບຄວາມນິຍົມຊົມຊອບໃນໂລກ

Sep 23, 2024

ໃນຊຸມປີ ຜ່ານມາ, ຄຽງຄູ່ກັບຕະຫລາດບໍລິໂພກຂອງຈີນ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ຕຸກກະຕາແຟຊັນທີ່ສາມາດຕອບສະໜອງຄວາມຕ້ອງການດ້ານການຄົບຄ້າສະມາຄົມລະຫວ່າງໄວລຸ້ນ ໄດ້ພັດທະນາຢ່າງວ່ອງໄວຢູ່ຈີນ. ຈຳນວນ ປະເພດຕຸກກະຕາທີ່ມີຊື່ສຽງແມ່ນນັບມື້ນັບຫລາຍຂຶ້ນ, ຕຸກກະຕາແຟຊັນຈີນ ຕ່າງໆເຊັ່ນ: ຕຸກກະຕາໃນກັບມືດເປັນຕົ້ນໄດ້ຮັບຄວາມນິຍົມຊົມຊອບ ຈາກລູກຄ້າ ແລະໄດ້ເຜີຍແຜ່ໄປສູ່ຕ່າງປະເທດ.
ຕຸກກະຕາແຟຊັນຂອງຈີນ ໄດ້ປາກົດຕົວຢູ່ພາກພື້ນອາຊີຕາ ເວັນອອກສຽງໃຕ້ ນັບມື້ນັບຫລາຍຂຶ້ນ. ນັບແຕ່ໄດ້ເປີດຮ້ານຢູ່ບາງກອກ ປະເທດໄທ ໃນເດືອນກັນຍາ ປີກາຍເປັນຕົ້ນມາ, ຕຸກກະຕາ LABUBU ຂອງບໍລິສັດ POP MART ຂອງຈີນ ໄດ້ຂາຍດິບຂາຍດີຍ້ອນຮູບຊົງທີ່ໜ້າຮັກ ແລະການອອກ ແບບທີ່ເປັນເອກະລັກພິເສດ. ນາງ ລີຊາ ດາລາຊື່ດັງຂອງໄທ ໄດ້ໂພດວິດີໂອ ຕອນທີ່ລາວກຳລັງໄປຊື້ຕຸກກະຕາຢູ່ຮ້ານ POP MART ຢູ່ວົງສື່ສັງຄົມອອນລາຍເປັນຫລາຍມື້ລຽນຕິດ, ຈົນເຖິງຂັ້ນເຈົ້າຍິງລາຊະອານາຈັກໄທ ກໍໄດ້ ຫ້ອຍຕຸກກະຕາ LABUBU ຢູ່ກະເປົາຕິດໂຕຂອງຕົນ. ໃນຮ້ານຄ້າໃຫຍ່ ແຫ່ງຕ່າງໆຂອງໄທ, ລູກຄ້າທັງຫລາຍໄດ້ລຽນຄິວເປັນແຖວຍາວໆຢູ່ໜ້າປະຕູຮ້ານ POP MART ເລື້ອຍໆ, ຮ້ານ POP MART ພາຍໃນປະເທດຈີນ ກໍເຫັນມີຄົນໄທຫລາຍຄົນມັກເຂົ້າໄປຊື້ຕຸກກະຕາເລື້ອຍໆ. ນອກຈາກ ໄທແລ້ວ, ບໍລິສັດ POP MART ຍັງໄດ້ເປີດຮ້ານຢູ່ສິງກະໂປ, ມາເລເຊຍ ແລະຫວຽດນາມ ເຊັ່ນດຽວກັນ ແລະກໍໄດ້ຮັບຄວາມນິຍົມຊົມຊອບຈາກ ລູກຄ້າທັງຫລາຍ.
ນອກຈາກ ບໍລິສັດ POP MART ແລ້ວ, ນັບແຕ່ບໍລິສັດ 52TOYS ທີ່ເປັນອີກຍີ່ຫໍ້ຕຸກກະຕາແຟຊັນຂອງຈີນ ໄດ້ເປີດຮ້ານຢູ່ໄທ ແຕ່ເດືອນ ທັນວາ ປີກາຍເປັນຕົ້ນມາ, ກໍມີຜົນງານທີ່ດີເຊັ່ນກັນ, ຫລາຍຮູບຊົງ ຕຸກກະຕາຂອງບໍລິສັດດັ່ງກ່າວລ້ວນແຕ່ໄດ້ຮັບຄວາມນິຍົມຊົມຊອບຈາກ ລູກຄ້າ.
ຕຸກກະຕາ POP MART ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າອາດ ຈະເປັນເລື່ອງບັງເອີນ, ແຕ່ຕຸກກະຕາແຟຊັນຂອງຈີນ ກ້າວໄປສູ່ໂລກ ພັດຈະເປັນເລື່ອງທີ່ຕ້ອງເປັນໄປ. ຄຽງຄູ່ກັບອຸດສາຫະກຳການຜະລິດ ຂອງຈີນ ແລະອິດທິພົນດ້ານວັດທະນະທຳຂອງຈີນ ໄດ້ຖືກຍົກສູງຂຶ້ນໃນ ຕະຫລາດສາກົນ, ພ້ອມທັງທຸລະກິດເອເລັກໂຕຣນິກຂ້າມຊາດຂອງຈີນ ໄດ້ພັດທະນາຢ່າງວ່ອງໄວ, ຕຸກກະຕາແຟຊັນຂອງຈີນ ເລີ່ມບຸກເບີກ ຕະຫລາດຕ່າງປະເທດທີ່ໃຫຍ່ກວ່າເກົ່າ. ປັດຈຸບັນ, ຍີ່ຫໍ້ຕຸກກະຕາ ແຟຊັນຕ່າງໆຂອງຈີນ ໄດ້ເພີ່ມທະວີການລົງທຶນຢູ່ຕະຫລາດຕ່າງປະເທດ ນັບມື້ນັບຫລາຍຂຶ້ນ.
ໃນຖານະເປັນປະເທດໃຫຍ່ດ້ານການຜະລິດເຄື່ອງຫລິ້ນໃນໂລກ, ຈີນໄດ້ຜະລິດເຄື່ອງຫລິ້ນປະມານ 70% ຂອງທົ່ວໂລກ ແລະເປັນຂອດໜຶ່ງ ທີ່ສຳຄັນໃນຕ່ອງໂສ້ອຸດສາຫະກຳເຄື່ອງຫລິ້ນຂອງໂລກ. ຄຽງຄູ່ກັບຂະແໜງ ການບັນເທີງດ້ານວັດທະນະທຳພາຍໃນປະເທດ ແລະວັດທະນະທຳແຟຊັນ ຈີນ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ອຸດສາຫະກຳເຄື່ອງຫລິ້ນຂອງຈີນ ໄດ້ຈາກ ການຮັບຈ້າງຜະລິດຕາມທີ່ໄດ້ຮັບມອບໝາຍຈາກລູກຄ້າໃນອະດີດ ພັດທະນາມາເປັນການພັດທະນາດ້ວຍຄຸນນະພາບສູງເຊັ່ນ: ການປະດິດສ້າງ ເນື້ອໃນ, ການສ້າງທຸລະກິດຍີ່ຫໍ້ຂອງຕົນ ແລະການສ້າງຍີ່ຫໍ້ໃໝ່ຂອງຕົນ.
ການເຊື່ອມໂຍງເຂົ້າກັບປັດໄຈວັດທະນະທຳທ້ອງຖິ່ນໃນການອອກແບບ ຕຸກກະຕາແຟຊັນ ຈະສາມາດໄດ້ຮັບສຽງຕອບຮັບທີ່ດີຈາກຕະຫລາດ ທ້ອງຖິ່ນ ແລະຍົກຊື່ສຽງຂອງຍີ່ຫໍ້ໃຫ້ສູງຂຶ້ນ. ຢູ່ໄທ, ບໍລິສັດ POP MART ໄດ້ຮ່ວມມືກັບທ່ານນາງ ໂມລີ ສິລະ ປິນໄທ, ໄດ້ອອກແບບຕຸກກະຕາເດັກໄຫ້ ເຊິ່ງກໍໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າໄທຢ່າງຫລວງຫລາຍ.
ຕຸກກະຕາແຟຊັນຂອງຈີນ ໄດ້ຮັບຄວາມນິຍົມຊົມຊອບຢູ່ຕ່າງປະເທດ ນັບມື້ນັບຫລາຍຂຶ້ນ ກໍໄດ້ເພີ່ມພະລັງຊີວິດໃໝ່ເຂົ້າໃນການແລກປ່ຽນ ວັດທະນະທຳລະຫວ່າງຈີນ ກັບປະເທດຕ່າງໆ. ຫວ່າງມໍ່ໆມານີ້, ອົງການ ທ່ອງທ່ຽວແຫ່ງຊາດໄທ ໄດ້ຈັດພິທີຕ້ອນຮັບຕຸກກະຕາ LABUBU ຢູ່ສະໜາມບິນສຸວັນນະພູມ ແລະໄດ້ມອບນາມມະຍົດ “ຜູ້ສຳຜັດໄທ ທີ່ມີ ຄວາມອັດສະຈັນ” ໃຫ້ຕຸກກະຕາ LABUBU ພ້ອມທັງຫວັງວ່າ: ຕຸກກະຕາ LABUBU ສາມາດກາຍເປັນສາຍພານທີ່ສຳຄັນໃນການຊຸກຍູ້ການໄປມາ ຫາສູ່ດ້ານວັດທະນະທຳແຟຊັນລະຫວ່າງ ໄທ-ຈີນ. ນີ້ກໍແມ່ນທາງການໄທ ໄດ້ມອບນາມມະຍົດລະດັບສູງສຸດໃຫ້ແກ່ຕຸກກະຕາແຟຊັນແບບນີ້ເປັນຄັ້ງທຳອິດ.
ຍີ່ຫໍ້ຕຸກກະຕາແຟຊັນຕ່າງໆເຊັ່ນ: POP MART ແລະ 52TOYS ໄດ້ຮັບ ຄວາມນິຍົມຊົມຊອບຫລາຍຢູ່ຕ່າງປະເທດ ເຊິ່ງສ່ອງແສງໃຫ້ເຫັນວ່າ: ອຸດສາຫະກຳການຜະລິດຂອງຈີນ ນັບມື້ນັບມີຫົວຄິດປະດິດສ້າງໃນການ ອອກແບບຕຸກກະຕາຕ່າງໆ. ໃນອະນາຄົດ, ຈີນກໍຈະມີຜະລິດຕະພັນ ວັດທະນະທຳແຟຊັນທີ່ມີຄຸນນະພາບດີຫລາຍກວ່າເກົ່າໃຫ້ແກ່ລູກຄ້າ ປະເທດຕ່າງໆ ພ້ອມທັງຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ສາກົນນັບມື້ນັບດີຂຶ້ນ.