ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປັນ​ຫຍັງ​ປະ​ຊາ​ຊົນ​ຈີນ​ມັກ​ໄປ​ຊົມ​ຮູບ​ເງົາ​ຢ່າງຫຼວງຫຼາຍ​ໃນ​ຕົ້ນ​ປີ 2025 ນີ້

Feb 5, 2025

​ ໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນ​ປີ​ນີ້, ຮູບເງົາຈີນໄດ້​ຮັບ​ຜົນ​ງານ​ທີ່​ໂດ​ດ​ເດັ່ນ: ລາຍຮັບ​ຈາກ​ການ​ຂາຍ​ປີ້ຮູບເງົາໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນ​ປີ​ນີ້​ໄດ້​ມີຫຼາຍກວ່າ 8.8 ຕື້ຢວນ ​ແລະ ຜູ້​ເຂົ້າ​ຊົມ​ຮູບ​ເງົາ​ມີຫຼາຍກວ່າ 170 ລ້ານ​ເທື່ອຄົນ, ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ! ນັບ​ມາ​ຮອດປັດຈຸບັນ ລາຍຮັບ​ຈາກ​ການ​ຂາຍ​ປີ້ຮູບເງົາຈີນ ໃນປີ 2025 ​ລວມ​ທັງ​ໝົດ​ເປັນ 101.21 ຕື້ຢວນ ​ເຊິ່ງເຮັດໃຫ້ຕະຫຼາດ​ຮູບ​ເງົາຈີນຂຶ້ນເປັນອັນດັບ 1 ຂອງ​ໂລກ ໂດຍໄດ້​ລື່ນ​ກາຍຕະຫຼາດອາເມລິກາເໜືອ ​ແລະ ໄດ້ສະແດງໃຫ້ເຫັນ​ເຖິງພະລັງດຶງດູດ​ທີ່​ແຂງ​ແຮງ​ຂອງ​ຕະຫຼາດ​ຮູບ​ເງົາ​ຈີນ..
ເຫັນວ່າ ​ຜົນສຳເລັດຂອງຮູບເງົາຈີນມີສາ​ເຫດ​ດັ່​ງ​ຕໍ່​ໄປ​ນີ້:
1. ​ຮູບ​ເງົາ​ມີຫຼາກຫຼາຍເລື່ອງ: ທັງ​ສືບ​ທອດຈາກ IP ປະຫວັດສາດ​ນະ​ວະ​ນິ​ຍາຍ​ຕ່າງໆ ເຊັ່ນ “ເນີ​ຈາ​ສູ້​ກັບ​ກະ​ສັດ​ມັງ​ກອນ” ແລະ “ສົງຄາມເມືອງຊີສີ ພາກ 2” ຈົນເຖິງການຕີຄວາມໝາຍ​ໃໝ່ຂອງເລື່ອງ “ເລື່ອງ​ເລົ່າ​ຂອງ​ນັກ​ສືບ​ຜູ້​ກກ້າຫານ” ຫຼືເລື່ອງສືບສວນ​ຄະ​ດີແບບຕະຫລົກ “ສືບ​ຄະ​ດີ​ຢູ່​ຖະ​ໜົນ​ຊາວ​ຈີນ​ປີ 1900” ແລະເລື່ອງການທະຫານແບບຕື່ນເຕັ້ນ “ການ​ປະ​ຕິ​ບັດ​ງານ​ມັງ​ກອນ” ທີ່ຕອບສະໜອງຕາມຄວາມຕ້ອງການຂອງຜູ້​ຊົມ​ທີ່​ມີ​ອາ​ຍຸ​ຕ່າງ​ກັນ.
2. ​ແມ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກ​ນິກ: ການນຳໃຊ້ເຕັກໂນໂລຊີຖ່າຍທຳຈຳລອງ (Virtual Shooting) ແລະ AI ​ໄດ້ສ້າງພື້ນຖານ​ທີ່​ດີ​ໃຫ້​ແກ່​ຮູບ​ເງົາ​ເລື່ອງ “ສົງຄາມເມືອງຊີສີ ພາກ 2” ທີ່ນຳໃຊ້ເຕັກນິກທັນ​ສ​ໄໝ ເພື່ອສະແດງໃຫ້​ເຫັນ​ເຖິງ​ຄວາມ​ໃຫຍ່​ໂຕ​ມະ​ໂຫລານ​ຂອງ​ສົງ​ຄາມສະໄໝບູຮານ. ​ນອກ​ນີ້, ການພັດທະນາລະບົບສາຍ​ຮູບ​ເງົາລະດັບສູງ ເຊັ່ນ CINITY ແລະ IMAX ທີ່ເພີ່ມຄຸນນະພາບຮູບພາບສູງ ແລະ VR ​ໂດຍ​ໄດ້ເຮັດໃຫ້ຜູ້ຊົມ​ມີ​ຄວາມ​ຮູ້​ສຶກ​ທີ່​ດີກວ່າ​ເກົ່າ​ໃນ​ການ​ຊົມ​ຮູບ​ເງົາ.
3. ອຸດສາຫະກຳຮູບ​ເງົາໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ອຸດ​ສາ​ຫະ​ກຳ​ອື່ນໆ​ຢ່າງ​ເລິກ​ເຊິ່ງ: ​ອຸດ​ສາ​ຫະ​ກຳຮູບເງົາ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ອຸດ​ສາ​ຫະ​ກຳ​ການທ່ອງທ່ຽວ ເຊັ່ນ ເມືອງຖ່າຍ​ທຳ​ຮູບ​ເງົາ​ເລື່ອງ “ສືບ​ຄະ​ດີ​ຢູ່​ຖະ​ໜົນ​ຊາວ​ຈີນ​ ປີ 1900” ໃນເມືອງເລລິງ ແຂວງ​ຊານ​ຕຸ່ງ​ ໄດ້​ຈັດ​ກິດ​ຈະ​ກຳ​ສະຫຼອງ​ບຸນ​ປີ​ໃໝ່​ຈີນ, ຮູບ​ເງົາ​ເລື່ອງ “ເນີ​ຈາ​ສູ້​ກັບ​ກະ​ສັດ​ມັງ​ກອນ” ໄດ້​ເປີດ “ເສັ້ນ​ທາງ​ຄົ້ນ​ຄວ້າ​ນະ​ວະ​ນິ​ຍາຍ” ກັບ​ນະ​ຄອນ​ໂລ້​ຢາງ​ແຂວງ​ເຫີ​ໜານ ເຊິ່ງ​ໄດ້​ກະ​ຕຸກ​ຊຸກ​ຍູ້​ຕ່ອງ​ໂສ້​ການ​ບໍ​ລິ​ໂພກ​ດ້ວຍ​ຊ່ອງ​ທາງ​ອອນ​ລາຍ ແລະ ອັອ​ຟ​ລາຍ.
ສິ່ງ​ທີ່​ຄວນ​ເວົ້າ​ເຖິງ​ນັ້ນ​ກໍ​ຄື: ວັດ​ທະ​ນະ​ທຳ​ຈີນ​ໄດ​ສ້າງ​ຜົນ​ສະ​ທ້ອນ​ຢ່າງຫຼວງຫຼາຍ​ໃຫ້​ແກ່​ຮູບ​ເງົາຫຼາຍ​ເລື່ອງ​ທີ່​ສາຍ​ຢູ່​ໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນ​ປີ​ນີ້.
ກ່ອນ​ອື່ນ, ຕົວ​ລະ​ຄອນ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຂອງ​ຈີນ​ໄດ້​ປະ​ກົດ​ມີ​ມີ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃໝ່​ໃນ​ການ​ປະ​ດິດ​ສ້າງ​ໃໝ່ ເຊັ່ນ: ຮູບ​ເງົາ​ເລື່ອງ “ເນີ​ຈາ​ສູ້​ກັບ​ກະ​ສັດ​ມັງ​ກອນ” ໄດ້ນຳເຕັກໂນໂລຊີ 4D ​ເພື່ອ ນຳເອົາວັດທະນະທຳ​ດັ້ງ​ເດີມ​ປະ​ສານ​ສົມ​ທົບ​ກັບ​ປັດ​ໄຈທັນສະໄໝ, ດ້ານ​ໜຶ່ງ, ໄດ້​ຮັກ​ສາ​ປັດ​ໄຈ​ວັດ​ທະ​ນະ​ທຳ​ດັ້ງ​ເດີ່ມ​ຢູ່​ໃນ​ຮູບ​ເງົາ, ອີກ​ດ້ານ​ໜຶ່ງ, ກໍ​ໄດ້​ເພີ່ມ​ປັດ​ໄຈ​ເຕັກ​ນິກ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ຮູບ​ເງົາ ເຊິ່ງ​ໄດ້​ສືບ​ທອດ​ວັດ​ທະ​ນະ​ທຳ​ທີ່​ມີ​ມູນ​ເຊື້ອ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່.
ສອງ, ການ​ເຜີຍ​ແຜ່​ຄ່າ​ນິ​ຍົມ​ທົ່ວ​ໄປ ເຮັດ​ໃຫ້​ຜູ້​ຊົມ​ເກີດ​ມີ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ ເຊັ່ນ: ຮູບ​ເງົາ​ທີ່​ສາຍ​ໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນ​ປີ​ນີ້​ໄດ້​ປິ່ນ​ອ້ອມ​ຄ່າ​ນິ​ຍົມ​ທີ່​ມີ​ມູນ​ເຊື້ອ​ຕ່າງໆ​ຂອງ​ຈີນ ເຊັ່ນ: ຄວາມ​ຮັກ​ແພງ​ໃນຄອບຄົວ ມິດຕະພາບ​ລະ​ຫວ່າງ​ໝູ່​ເພື່ອນ ແລະ ຄວາມ​ເປັນ​ທຳ​ເປັນ​ຕົ້ນ​. ​ຕົວ​ຢ່າງ​ຄື: ຮູບ​ເງົາ​ເລື່ອງ “ສືບ​ຄະ​ດີ​ຢູ່​ຕາມ​ຖະ​ໜົນ​ຊາວ​ຈີນ​ ປີ 1900” ໄດ້​ຖ່າຍ​ທຳ​ເຖິງ​ເລື່ອງ​ທີ່​ແຮງ​ງານ​ຈີນ​ໄປ​ອອກ​ແຮງ​ງານ​ຢູ່​ຕ່າງ​ປະ​ເທດ​ໃນ​ທ້າຍ​ລາ​ຊະ​ວົງ​ຊິງ ໄດ້​ເອົາ​ປັດ​ໄຈ​ຕະຫຼົກ​ປະ​ສານ​ສົມ​ທົບ​ກັບ​ຄວາມ​ຮັກ​ຊາດ ແລະ ຮັກ​ບ້ານ​ເກີ​ດ​ເມືອງນອນ ເຊິ່ງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຜູ້​ຊົມ​ທັງຫຼາຍ. ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນປີ​ນີ້, ຄອບ​ຄົວ​ໄດ້​ພາ​ກັນ​ໄປ​ຊົມ​ຮູບ​ເງົາ​ໄດ້​ກວມຫຼາຍກວ່າ 60% ຂອງຍອດ​ຈຳ​ນວນ​ຜູ້​ຊົມ​ຮູບ​ເງົາ. ການ​ຊົມ​ຮູບ​ເງົາ​ໄດ້​ກາຍ​ເປັນ​ປະ​ເພ​ນີ​ໃໝ່​ຂອງ​ຊາວ​ຈີນ ໃນ​ການ​ສະເຫຼີມ​ສະຫຼອງ​ບຸນ​ກຸດ​ຈີນ.
ນອກ​ນີ້, ຮູບ​ເງົາ​ກໍ​ໄດ້​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຈີນ​ໄປ​ສູ່​ຕ່າງ​ປະ​ເທດ. ຕົວ​ຢ່າງ​ຄື: ຮູບ​ເງົາ​ເລື່ອງ “ສົງຄາມເມືອງຊີສີ ພາກ 2” ໄດ້​ສາຍ​ຢູ່​ໃນ 16 ປະເທດພ້ອມ​ກັນ ຊຶ່ງ​ໄດ້​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຈີນ​ໄປ​ສູ່​ທົ່ວ​ໂລກ ແລະ ສ່ອງ​ແສ​ງ​ໃຫ້​ເຫັນ​ເຖິງ​ຄວາມ​ມີ​ສະ​ເໜ່​ຂອງວັດ​ທະ​ນະ​ທຳ​ຈີນ.
ດ້ວຍເຫດນີ້ ການຊົມຮູບເງົາຈຶ່ງກາຍເປັນພາຍະກຳໃໝ່ຂອງການສະເຫຼີມສະຫຼອງປີໃໝ່ຈີນ ພ້ອມການສະແດງໃຫ້ເຫັນພະລັງອ່ອນຂອງວັດທະນະທຳທີ່ມີຊີວິດຊີວາ!