ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປັນ​ຫຍັງ​ປະ​ຊາ​ຊົນ​ຈີນ​ຈິ່ງ​ມັກພາ​ກັນ​ໄປ​ຊົມ​ພິ​ທີ​ຊັກ​ທຸ​ງ​ຊາດ​ຂຶ້ນ​ເສົາຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ

Sep 30, 2024

ມວນຊົນ​ພາ​ກັນ​ເຂົ້າ​ແຖວລຽນ​ຄິວ​ຕະຫຼອດ​​ທັງຄືນ, ​ເມື່ອ​ປະ​ຕູ​ເປີດ​ອອກ​ແລ້ວ​ກໍ​ຟ້າວແລ່ນ​ເຂົ້າ​ໄປ​ຈົນ​ສຸດ​ຄວາມ​ສາ​ມາດ ​ເພື່ອ​ຈັບ​ຈອງບ່ອນ​ຊົມ​ທີ່​ດີ​ທີ່​ສຸດ…ເມື່ອ​ມື້​ບຸນ​ທີ່​ສຳ​ຄັນ​ຕ່າງໆ​​ໄດ້ໝູນ​ວຽນ​ມາ​ເຖິງ​ອີກ​ຄັ້ງ​ໜຶ່ງ, ການ​ໄປ​ຊົມ​ພິ​ທີ​ຊັກ​ທຸງ​ຊາດ​​ຈີນຂຶ້ນ​ສູ່ຍອດເສົາ​ຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງ ​ກໍໄດ້​ກາຍ​ເປັນ “​ລາຍ​ການ​ທີ່​ຂາດ​ບໍ່​ໄດ້” ສຳ​ລັບ​ປະ​ຊາ​ຊົນ​ຕ່າງ​ແຂວງ​ທີ່​ເດີນ​ທາງ​ເຂົ້າ​ມາ​ທ່ຽວ​​ຢູ່ນະ​ຄອນຫຼວງ​ປັກ​ກິ່ງ.
“ການໄປ​ຊົມ​ພິ​ທີ​ຊັກ​ທຸງ​ຊາດ​ຈີນ​ຂຶ້ນ​ສູ່ຍອດເສົາ​ຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ” ​ແມ່ນມີ​ຄວາມ​ໝາຍ​ສຳ​ຄັນ​​ເປັນພິ​ເສດ​ສຳ​ລັບ​ປະ​ຊ​າ​ຊົນ​ຈີນ. ໃນ​ສື່​ສັງ​ຄົມ​ອອນ​ລາຍ​ຕ່າງໆ, ຫົວ​ຂໍ້ “ເຄັດ​ລັບ​ໃນ​ການ​ຊົມ​ພິ​ທີ​ຊັກ​ທຸງ​ຊາດ​ຈີນຂຶ້ນສູ່ຍອດ​ເສົາ” ໄດ້​ກາຍ​ເປັນ​ຈຸດ​ດຶງ​ດູດ​ສາຍ​ຕາ​ຂອງ​ຄົນ​ຈີນຫຼາຍ​ສົມ​ຄວນ: ຈຸດ​ຊົມ​ພິ​ທີ​ທີ່​ດີ​ເລີດ, ການ​ຈັດ​ວາງ​ເວ​ລາ, ຂໍ້​ມູນ​ດ້ານ​ການ​ເດີນ​ທາງ​ເປັນ​ຕົ້ນ​ແມ່ນ​ມີ​ຄົບ​ໝົດ​ທຸກ​ຢ່າງ. ໂດຍ​​ພິ​ຈາ​ລະ​ນາ​ເຖິງ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ, ການ​ໄປ​ຊົມ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນ​ເສົາ​ໃນ​ປັດ​ຈຸ​ບັນ​ຈະ​ຕ້ອງ​ເສຍ​ເວ​ລາ ແລະ ​ອອກ​ເຫື່ອ​ແຮງຫຼາຍກວ່າ ເມື່ອ​ທຽບ​ໃສ່​ການ​ໄປ​ທ່ຽວ​ຊົມ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ດາ​ອື່ນໆ, ແຕ່​ເປັນ​ຫຍັງ, ຄົນ​ທັ​ງຫຼາຍ​ຍັງ​ຢາກ​ໄປ​ຊົມ​ພິ​ທີ​ດັ່ງ​ກ່າວ​​ເຖິງ​ຈະ​ລຳ​ບາກ​ແນວ​ໃດ​ກໍ​ຕາມ?
ເວົ້າ​ສຳ​ລັບ​ຊາວ​ຈີນທົ່ວ​ໄປ​ແລ້ວ, ການ​ໄປ​ຊົມ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນເສົາ​ຢູ່​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ ເປັນ​ປະ​ສົບ​ການ​ທີ່​ຕ້ອງ​ມີ​ໃນ​ຊີ​ວິດ​ຂອງ​ຕົນ ໂດຍ​ສະ​ເພາະ​ແມ່ນ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນຍອດ​ເສົາ-ລົງ​​ຈາກຍອດເສົາ ໄດ້​ເລີ່ມ​ດຳ​ເນີນ​ຢ່າງ​ເປັນ​ພິ​ທີ​ທີ່​ຍິ່ງ​ໃຫຍ່ ແລະ ມີ​ບັນ​ຍາ​ກາດ​ເຄັ່ງ​ຂຶມກວ່າ​ແຕ່​ກ່ອນຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ ທີ່​ເລີ່​ມມີ​ຂຶ້ນແຕ່​ວັນ​ທີ 1 ພຶດ​ສະ​ພາ​ປີ 1991 ເປັນ​ຕົ້ນ​ມາ. ນອກ​ນີ້, ນັບ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2018 ເປັນ​ຕົ້ນ​ມາ, ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນ​ເສົາ​ຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ ໄດ້​ມມອບໝາຍ​ໃຫ້​ກອງ​ກຽດ​ຕິ​ຍົດ ແລະ ​ກອງ​ດຸ​ລິ​ຍາງ​ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ເປັນ​ຜູ້​ຮັບ​ຜິດ​ຊອບ, ພິ​ທີ​ດັ່ງ​ກ່າວ​ໄດ້​ມີ​ການ​ປ່ຽນ​ແປງອີກ​ຄັ້ງ​ໃໝ່. ການ​ຈັດ​ພິ​ທີ​ຊັກ​ທຸ​ຊາດ​ຂຶ້ນ​ເສົາ​ຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ ໄດ້​ເກີດ​ມີ​ພາບ​ລັກ​ໃໝ່ ແລະ ໂສມ​ໜ້າ​ໃໝ່. ຄວາມ​ມີ​ກຽດ ແລະ ຄວາມ​ເຄັ່ງ​ຂຶມ​ຂອງ​ພິ​ທີ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ໃນ​ດວງ​ໃຈ​ຂອງ​ຊາວ​ຈີນ​ຢູ່​ທຸກ​ແຫ່ງ​ຫົນ ຄຽງ​ຄູ່​ກັບ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ປະ​ເທດ​ຈີນ.
ໃນ​ຊຸມ​ປີ​ຜ່ານ​ມາ, ເມື່ອເຖິງມື້​ບຸນ​ສຳ​ຄັນ​ຕ່າງໆ ເຊັ່ນ: ວັນ​ກຳ​ມະ​ກອນ​ສາ​ກົນ, ວັນ​ຊາດ​ຈີນ ແລະ​ອື່ນໆ​ໄດ້​ໝູນ​ວຽນ​ມາ​ເຖິງ​, “ການ ໄປ​ຊົມ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນເສົາ​ຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ” ຈະ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ເດັ່ນ​ໃນ​ທາງ​ອິນ​ເຕີ​ເນັດ​ເລື້ອຍໆ ແລະ ຄົນ​ທັງຫຼາຍ​ຈະ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເໝິນ​ຢ່າງ​ລົ້ນ​ເຫຼືອ​ເພື່ອ​ເບິ່ງ​ພິ​ທີ​ດັ່ງ​ກ່າວ. ທີ່​ຈິງ​ແລ້ວ, ຜູ້​ທີ່​ໄປ​ຊົມ​ພິ​ທີ​ຢູ່​ກັບ​ທີ່​ມີ​ຢູ່​ຢ່າງຫຼວງຫຼາຍ, ແຕ່​ຜູ້​ທີ່​​ໄດ້ເບິ່ງ​ແຈ້ງ​ພິ​ທີ​ອາດ​ຈະ​ບໍ່​ມີຫຼາຍ​ປານ​ໃດ, ຄົນ​ສ່ວນຫຼາຍ​ເດີນ​ທາງ​ໄປ​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ ​ແມ່ນ​ຕ້ອງ​ການ​ສຳ​ຜັດ​ກັບ​ບັນ​ຍາ​ກາດ​​ໃນ​ພິ​ທີຊັກ​ທຸງ​ຊາດ​ຂຶ້ນ​ເສົາ ແລະ ເພື່ອ​​ສະ​ແດງ​ເຖິງ​ຄວາມ​ຮັກ​ຊາດ. ຄຽງ​ຄູ່​ກັບ​ສຽງ​ຄຳ​ສັ່ງ​ໃນ​ພິ​ທີ​ດັງ​ຂຶ້ນ, ກອງ​ດຸ​ລິ​ຍາງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ເປີດ​ສາກ​ການ​ບັນ​ເລງ​ເພງ​ຊາດ”, ມື​ທຸງ​ໄດ້​ຊັກ​ທຸງ​ຊາດ​ຂຶ້ນ​ສູງໆ, ທຸງ​ແດງ 5 ດາວ ທີ່​ເປັນ​ທຸງ​ຊາດ​ຈີນ​ທີ່​ສົດ​ໃສ​ໄດ້​ປິວ​ສະ​ບັດ​ໄປ​ຕາ​ມ​ສາຍ​ລົມ​ໃນ​ທ່າມ​ກາງ​ສຽງ​ທຳ​ນອງ​ຂອງ​ເພງ​ຊາດ. ຜູ້​ຊົມ​ຢູ່​ກັບ​ທີ່​ໄດ້​​ພາ​ກັນຮ້ອງ​ເພງ​ຊາດ​ໄປ​ຕາມ​​ສຽງ​ເພງ​ດ້ຍ​ຄວາມ​ສະ​ໝັກ​ໃຈ, ສຽງ​ເພງ​ດັງ​ກ້ອງ​ກາງວານ, ເຮັດ​ໃຫ້​ຄົນ​ຮູ້​ສຶກ​ມີ​ຄວາມ​ຈູບ​ຈ້າວ​ຫ້າວ​ຫັນ​ທີ່​ສຸດ.
ສື່ມວນ​ຊົນ​ຕ່າງ​ປະ​ເທດ​ກໍ​ເຄີຍ​ໄດ້​​ສະ​ແດງ​ຄວາມ​ເຫັນ​ຢ່າງ ຫຼວງຫຼາຍກ່ຽວ​ກັບ​ຫົວ​ຂໍ້ “ເປັນ​ຫຍັງຄົນ​ຈີນ​ມັກໄປ​ຊົມ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນ​ເສົາ​ຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ”, ຄຳ​ຕອບ​ສ່ວນຫຼາຍ​ກໍ​ແມ່ນ “ຮັກ​ຊາດ”. “ບໍ່​ຮູ້​ວ່າ​ເປັນ​ຫຍັງ​ຂ້ອຍ​ກໍ​ໄດ້​ກະ​ຕຸ້ນ​ໃຈ​ນຳ” “ມີ​ແຕ່​ປະ​ເທດ​ແບບ​ນີ້​ຈິ່ງ​ຈະ​ນັບ​ມື້​ນັບ​ເຂັ້ມ​ແຂງ​ຂຶ້ນ”, ປະ​ເທດ​ໜຶ່ງ​ທີ່​ມີ​ນ້ຳ​ໃຈ​ສາ​ມັກ​ຄີ, ປະ​ເທດ​ໜຶ່ງ ທີ່​ທາງ​ລັດ​ແລະ​ປະ​ຊາ​ຊົນ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ຍ່ອມ​ຈະສາ​ມາດ​ສືບ​ຕໍ່​ບຸກເບີກ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ. ຄົນ​ຈີນ​ມັກໄປ​ຊົມ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນເສົາ​ຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝິນ​ ​ໄດ້​ກາຍ​ເປັນ​ສັນ​ຍະ​ລັກທີ່​ໝາຍ​ເຖິງ​ຄວາມ​ຮັກ​ຊາດ​ຂອງ​ຊາວ​ຈີນອັນ​ຍິ່ງ​ໃຫຍ່.
ທີ່ມາ : CMG FM93