ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປັນ​ຫຍັງ​ເຮືອ​ບິນ​ທຸ​ລະ​ກິດ​ຂອງ​ຈີນຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມຊົມ​ຊອບ​ຈາກ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້

Oct 18, 2024

ວັນ​ທີ 12 ຕຸ​ລາ​ນີ້, ​ຈີນ ແລະ ລາວ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ໂດຍ​ມີ​ເນື້ອ​ໃນ​ລະ​ບຸ​ວ່າ: ທັງສອງ​ປະ​ເທດ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ. ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຝ່າຍ​ລາວ​ທີ່​ມີ​ຄວາມ​ສົ​ນ​ໃຈຕໍ່​ເຮືອບິນ​ທຸ​ລະ​ກິດ​ຂອງ​ຈີນ ແລະ ເຈດ​ຈຳ​ນົງ​ແຫ່ງ​ການ​ຮ່ວມ​ມື, ຊົມ​ເຊີຍ​ວິ​ສາ​ຫະ​ກິດ​ການ​ບິນ​ພົນ​ລະ​ເຮືອນຂອງ​ຝ່າຍ​ລາວ​ທີ່​ນຳ​ເຂົ້າ​ເຮືອ​ບິນ​ທຸ​ລະ​ກິດ​ຂອງ​ຈີນ, ຍິນ​ດີ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ຝ່າຍ​ລາວ​ໃນ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເຕັກ​ນິກ​ບໍ​ລິ​ຫານ​ເຮືອ​ບິນ​ທຸ​ລະ​ກິດ​ຂອງ​ຈີນ ແລະ ການ​ສ້າງ​ເຄືອ​ຂ່າຍ​ບໍ​ລິ​ການ​ລູກ​ຄ້າ. ​ສິ່ງນີ້​ບໍ່​ພຽງ​ແຕ່​ໄດ້​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ​ໃຫ້​ແກ່​​ປະ​ເທດ​ລາວ ແລະ ປະ​ເທດ​ອື່ນໆ​ໃນອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເພື່ອນຳ​ເຂົ້າ​ເຮືອ​ບິນ​ທີ່​ໃຊ້​ໃນ​ການ​ບິນ​ທາງ​ທຸ​ລ​ະ​ກິດ​ຂອງ​ຈີນ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ສະ​ໜອງ​ສິ່ງ​ຮັບ​ປະ​ກັນ​ທີ່​​ເຂັ້ມແຂງ​​ໃຫ້​ແກ່​ການ​ຂະ​ຫຍາຍ​ຕະຫຼາດ​ຢູ່​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ສຳ​ລັບ​ເຮືອ​ບິນ​ທຸ​ລະ​ກິດ​ຂອງ​ຈີນອີກ​ດ້ວຍ.
ປັດ​ຈຸ​ບັນ​ນີ້, ເຮືອ​ບິນ​ທຸ​ລ​ະ​ກິດ​ຂອງ​ຈີນ​ໄດ້​ນຳ​ສະ​ເໜີ​ເຮືອ​ບິນ 3 ລຸ້ນ ຄື ARJ 21, C919 ແລະ C929, ໃນ​ນັ້ນ ARJ 21 ແລະ C919​ ໄດ້​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ທຸ​ລ​ະ​ກິດ​ແລ້ວ ແລະ ຍັງ​ໄດ້​ຮັບ​ໃບ​ສັ່ງ​ຊື້​ຈາກ​ຕ່າງ​ປະ​ເທດອີກ. ເຮືອ​ບິນ​ໂດຍ​ສານ​ຂະ​ໜາດ​ໃຫຍ່ C919 ໄດ້​ບິນທົດ​ລອງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2017, ​ແລະ ​ເລີ່ມ​ປະ​ຕິ​ບັດການ​ບິນ​ທາງ​ທຸ​ລະ​ກິດໃນ​ເດືອນພຶດ​ສະ​ພາ​ປີ 2023. ປັດ​ຈຸ​ບັນ​ນີ້, ​ເຮືອ​ບິນ​ C919 ຈຳ​ນວນ 10 ລຳໄດ້​ສົ່ງ​ມອບ​ໃຫ້​ແກ່​ລູກ​ຄ້າ​ແລ້ວ.​ສ່ວນ​ເຮືອ​ບິນ ARJ 21ເປັນ​ເຮືອ​ບິນໂດຍ​ສານ​​ສາຍ​ຍ່ອຍ ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ຕາມ​ມາ​ດ​ຕະ​ຖານ​ສາ​ກົນ ແລະ ມີ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຕົນ. ໃນ​ເດືອນ​ທັນ​ວາ​ປີ 2022, ບໍ​ລິ​ສັດ​ການ​ບິນ TransNusa ຂອງ​ອິນ​ໂດ​ເນ​ເຊຍ​ກາຍ​ເປັນ​ລູກ​ຄ້າ​ຕ່າງ​ປະ​ເທດ​ຜູ້​ທຳ​ອິດ​ຂອງ​ເຮືອ​ບິນ​ອາຍ​ພົ່ນ ARJ 21 ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິ​ດ​ເອງ ແລະ ມີ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ.
​ຄັນ​ຊັ້ນ, ເປັນ​ຫຍັງ​ເຮືອ​ບິນ​ທຸ​ລະ​ກິດ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບຈາກ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ລວມ​ທັງ​ປະ​ເທດ​ລາວ? ກ່ອນ​ອື່ນ​ໝົດ, ໃນ​ດ້ານ​ລາ​ຄາ, ARJ 21 ແລະ C919​ ແມ່ນ​ມີ​ສະ​ມັດ​ຖະ​ພາບ​ສູງ ແຕ່​ລາ​ຄາ​ບໍ່​ແພງ, ສາ​ມາດ​ປະ​ຢັດ​ຕົ້ນ​ທຶນ​ໃຫ້​ແກ່​ບໍ​ລິ​ສັດ​ການ​ບິນ, ເຊິ່ງ​ເປັນ​ແຮງ​ຈູງ​ໃຈ​ທີ່​ແຂງ​ແຮງ​ພໍ​ສົມ​ຄວນ. ອີກ​ຢ່າງ​ໜຶ່ງ, ເຮືອ​ບິນ​ທຸ​ລະ​ກິດ​ຂອງ​ຈີນ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ດີ​ເດັ່ນ, ໂດຍ​ໄດ້​ນຳ​ໃຊ້​ເຕັກ​​ນິກການ​ບິນ​ທີ່​ກ້າວ​ໜ້າ ຕົວ​ຢ່າງວ່າ: ວັດ​​ສະ​ດຸ​ປະ​ສົມ, ເຕັກ​ນິກຄວບ​ຄຸມ​ເຮືອ​ບິນ​ດ້ວຍ​ສັນ​ຍານ​ເອ​ເລັກ​ໂຕ​ຣ​ນິກ ແລະ​ອື່ນໆ ເຊິ່ງ​ເຮັດ​ໃຫ້​ເຮືອ​ບິນ​ມີ​ປະ​ສິດ​ທິ​ພາບ​ການ​ນຳ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ ​ແລ​ະ​ປະ​ສິດ​ທິພາບ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທີ່​ດີ​ເດັ່ນ.
ໃນ​ເດືອນ​ກຸມ​ພາ​ປີ 2024ນີ້, ​ຢູ່​ງານ​ວາງ​ສະ​ແດງ​ການ​ບິນ​ສິງ​ກະ​ໂປ, ເຮືອ​ບິນ ARJ 21 ແລະ C919​ ທີ່​ຜະ​ລິດ​ຈາກ​ປະ​ເທດ​ຈີນ​ໄດ້​ສາ​ທິດ​ການ​ບິນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ຫຼັງ​ຈາກ​ນັ້ນກໍ​ໄດ້​ສາ​ທິດ​ການ​ບິນ​ຢ່າງ​ໜ້າ​ປະ​ທັບ​ໃຈ​ຢູ່​ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ ແລະ ຫວຽດ​ນ​າມ​ຕາມ​ລຳ​ດັບ. ການ​ສາ​ທິດ​ການ​ບິນ​ເຫຼົ່າ​ນີ້ ເຮັດ​ໃຫ້​ບໍ​ລິ​ສັດ​ການ​ບິນ ແລະ ປະ​ຊາ​ຊົນ​ໃນປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ໄດ້ຮັບ​ຮູ້​ເຖິງ​ປະ​ສິດ​ທິ​ພາບ​ທີ່​ດີ​ເດັ່ນ​ຂອງ​ເຮືອ​ບິນ​ທຸ​ລ​ະ​ກິດ​ທີ່​ຜະ​ລິດ​ຈາກ​ຈີນ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ບຸກ​ເບີກ​ຕະຫຼາດ​ຢູ່​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ການ​ບິນ​ລາວ​ເຄີຍ​ກ່າວ​ວ່າ, ​ການ​ອອກ​ແບບ​ຂອງເຮືອ​ບິນ​ທຸ​ລະ​ກິດ​ທີ່​ຜະ​ລິດ​ໂດຍ​ຈີນ​ແມ່ນ​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ສາ​ກົນ, ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ການ​ບໍ​ລິ​ການ​ຢູ່​ເທິງ​ເຮືອ​ບິນ​ແມ່ນ​ສະ​ດວກ​ສະ​ບາຍ ແລະ ມີຄວາມ​ປອດ​ໄພ​. ການ​ຕີ​ລາ​ຄາ​ໃນ​ລະ​ດັບ​ສູງ​ຄື​ແນວ​ນີ້ເປັນ​ການ​ຢືນ​ຢັນ​ໃນ​ລະ​ດັບ​ສູງ​ຕໍ່​ເຮືອ​ບິນ​ທຸ​ລະ​ກິດ​ຂອງ​ຈີນ.
ປະ​ເທດ​ລາວ​ເປັນ​ລູກ​ຄ້າ​ທີ່​ນິ​ຍົມ​ເຮືອ​ບິນຫຼາຍ​ລຸ້ນ​ທີ່​ຜະ​ລິດ​ຈາກ​ຈີນ, ໃນ​ນັ້ນ​ມີ ເຮືອ​ບິນໂດຍ​ສານສາຍ​ຍ່ອຍ “ຊິ່ນ​ໂຈ່ວ 600”, ເຮ​ລີ​ກົບ​ແຕ​ຂົນ​ສົ່ງ​ລຸ້ນ Z-9A ແລະ​ອື່ນໆ. ເຮືອ​ບິນ​ເຫຼົ່າ​ນີ້​ໄດ້​ປະ​ຕິ​ບັດ​ການ​ບິນໃນປະ​ເທດ​ລາວເລື້ອຍໆ​, ກາຍ​ເປັນ​ພາບທີ່​ສາ​ມາດ​ພົບ​ເຫັນ​​ເປັນ​ປະ​ຈຳຢູ່​ເທິງ​ທ້ອງ​ຟ້າປະ​ເທດ​ລາວ ​ທັງ​ໄດ້​ປະ​ກອບ​ສ່ວນ​ຢ່າງຫຼວງຫຼາຍ​ເຂົ້າ​ໃນ​ການ​ຂົນ​ສົ່ງ​ທາງ​ອາ​ກາດ ກໍ​ຄື​ການ​ອົບ​ຮົມ​ນັກ​ບິນ​ຂອງ​ລາວ.
ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ສ່ວນການ​ຂົນ​ສົ່ງ​ທາງ​ອາ​ກາດ​ເປັນ​ຮູບ​ແບບ​ຄົມ​ມະ​ນາ​ຄົມທີ່​ມີ​ປະ​ສິດ​ທິ​ພາບ​ສູງ ແລະ ສະ​ດວກ​ວ່ອງ​ໄວ, ມີ​ບົດ​ບາດ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ດ້​ານ​ທຸ​ລະ​ກິດ​ການ​ຄ້າ ແລະ ບຸ​ລະ​ຫວາງ​ປະ​ຊາ​ຊົນ​ໃນພາກ​ພື້ນ. ເຊື້ອ​ໝັ້ນ​ວ່າ​ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ເຮືອ​ບິນ​ທຸ​ລ​ະ​ກິດ​ທີ່​ຜະ​ລິດ​ຈາກ​ຈີນ​ຈະ​ເປັ່ງ​ສີ​ສັນ​ຢ່າງ​ສະ​ຫວ່າງ​ສະ​ໄຫວໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ບໍ່​ພຽງ​ແຕ່​ຈະ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ອັນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ດ້ານ​ການ​ບິນ​ຂອງ​ຈີນ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ສ້າງ​ໂອ​ກາດ​ການ​ພັດ​ທະ​ນາ​ອັນ​ໃໝ່​ໃຫ້​ແກ່​ຂະ​ແໜງການ​ຂົນ​ສົ່ງ​ທາງ​ອາ​ກາດ​ຂອງ​ພາ​ກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ອີກ​ດ້ວຍ.