ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປັນຫຍັງ ທ່ານ ລີຊຽນລົງ ມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ອະນາຄົດຂອງຈີນ.

Nov 29, 2024

“ ການພັດທະນາຂອງຈີນເປັນພາລະກິດອັນຍິ່ງໃຫຍ່ຮ້ອຍປີ ” “ຈີນໄດ້ຄົ້ນພົບເສັ້ນທາງພັດທະນາແບບທັນສະໄໝຢ່າງສຳເລັດຜົນ, ສິງກະໂປມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ອະນາຄົດຂອງຈີນ ແລະ ເຊື່ອວ່າ: ຈີນຈະຮັກສາການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ເຊິ່ງຈະປະກອບສ່ວນ ໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງໂລກໄດ້ຫຼາຍກວ່າເກົ່າ”… ຫຼາຍມື້ມໍ່ໆມານີ້, ການກ່າວຄວາມເຫັນຕ່າງໆຂອງທ່ານລີຊຽນລົງ ລັດຖະມົນຕີອາວຸໂສຂອງສິງກະໂປ ທີ່ພວມຢ້ຽມຢາມຢູ່ຈີນ ໄດ້ເຮັດໃຫ້ສື່ມວນຊົນໂລກສົນໃຈຢ່າງກວ້າງຂວາງ.
ວັນທີ 26 ພະຈິກນີ້, ໃນເວລາທ່ານສີຈິ້ນຜິງ ປະທານປະເທດຈີນຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານລີຊຽນລົງ, ທ່ານລີຊຽນລົງໄດ້ສະແດງຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ອະນາຄົດຂອງຈີນອີກຄັ້ງໜຶ່ງ ແລະ ກ່າວວ່າ: ສິງກະໂປຈະສືບຕໍ່ສຸມໃສ່ລົງເລິກການຮ່ວມມືກັບຈີນ ແລະ ຕັ້ງໜ້າເຂົ້າຮ່ວມຂະບວນການທັນສະໄໝແບບຈີນ.
ຈາກການຢ້ຽມຢາມເຂດນິຄົມອຸດສາຫະກຳຊູໂຈ່ວຈີນ-ສິງກະໂປ, ເຖິງການແລກປ່ຽນກັບຜູ້ນຳສູງສຸດຈີນຢູ່ນະຄອນຫຼວງປັກກິ່ງ, ເປັນຫຍັງທ່ານລີຊຽນລົງໄດ້ຕີລາຄາຢ່າງສູງຕໍ່ຈີນຫຼາຍເທື່ອ? ນີ້ບໍ່ພຽງແຕ່ມາຈາກບົດຮຽນຄວາມສຳເລັດແຫ່ງການຮ່ວມມືລະຫວ່າງສິງກະໂປ-ຈີນເທົ່ານັ້ນ, ຫາກຍັງມາຈາກການສັງເກດຢ່າງພາວະວິໄສ, ຮອບດ້ານ ແລະ ເລິກເຊິ່ງຕໍ່ທ່າອ່ຽງການພັດທະນາເສດຖະກິດສັງຄົມຂອງຈີນ. ໃນຂະນະດຽວກັນ, ທ່ານຍັງໄດ້ສັງເກດເຫັນນ້ຳໃຈຮັບຜິດຊອບຂອງປະເທດໃຫຍ່ ຈາກການເຄື່ອນໄຫວຕ່າງໆຂອງຈີນ ໃນການປົກປ້ອງເສດຖະກິດໂລກາພິວັດ, ລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກ ແລະ ຊຸກຍູ້ການຮ່ວມມືກັບຕ່າງປະເທດຢ່າງເດັດດ່ຽວໜຽວແໜ້ນ.
ທ່າມກາງໂລກທີ່ປັ່ນປ່ວນ, ທ່ານລີຊຽນລົງໄດ້ສະແດງຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ຈີນ ເຊິ່ງບໍ່ພຽງແຕ່ໝາຍຄວາມວ່າ: ຈີນມີອະນາຄົດການພັດທະນາທີ່ດີເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນເຖິງຄວາມຮັບຮູ້ເຂົ້າໃຈແບບມີເຫດຜົນຕໍ່ທ່າອ່ຽງການພັດທະນາຂອງໂລກອີກດ້ວຍ. ດັ່ງຄຳເວົ້າຂອງທ່ານສີຈິ້ນຜິງທີ່ກ່າວໃນການຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານລີຊຽນລົງທີ່ວ່າ: ໂດຍປະເຊີນໜ້າກັບຄວາມສ່ຽງ ແລະ ສິ່ງທ້າທາຍ, ປະເທດໃດໆກໍບໍ່ສາມາດພັດທະນາໄປພຽງລຳພັງໄດ້, ການຍຶດໝັ້ນຄວາມສາມັກຄີ, ຮ່ວມມືກັນ, ເປີດປະຕູສູ່ພາຍນອກ ແລະ ມີທ່າທີກວມລວມ ຈິ່ງແມ່ນເສັ້ນທາງແຫ່ງການພັດທະນາທີ່ຖືກຕ້ອງ.