ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ຈັດຂຶ້ນໃນວັນທີ 17 ກັນຍາ 2024 ທີ່ໂຮງແຮມຄຣາວພາຊ່າ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ. ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ ແລະ ບັນດາທ່ານຫົວໜ້າຄະນະຜູ້ ແທນຂອງປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືລົງເລິກ ໃນຫຼາຍປະເດັນ, ແນໃສ່ເພື່ອເຮັດໃຫ້ພາກພື້ນອາຊຽນຂອງພວກເຮົາ ກາຍເປັນພາກພື້ນທີ່ດຶງດູດການລົງທຶນຂອງຕ່າງປະເທດ ແລະ ພ້ອມທີ່ຈະຮັບມືກັບສະພາບການຜັນແປໃນປັດຈຸບັນ ເປັນຕົ້ນ ລົງເລິກປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດບັນດາແຜນວຽກບູລິມະສິດ ສໍາລັບປີ 2024, ຄວາມຄືບໜ້າຂອງການສ້າງປະຊາຄົມເສດຖະກິດອາຊຽນ 2025 ແລະ ວິໄສທັດຮອດປີ 2045, ແຜນການພັດທະນາແບບຍືນຍົງຂອງອາຊຽນ ແລະ ການຮ່ວມມືດ້ານເສດຖະກິດກັບພາຍນອກ.
ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້, ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ສະແດງເຖິງຄວາມໝາຍໝັ້ນຂອງສະມາຊິກອາຊຽນ ທີ່ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດວິໄສທັດການສ້າງປະຊາຄົມເສດຖະກິດອາຊຽນຮອດປີ 2025 ແລະ ການກໍານົດວິໄສທັດການສ້າງປະຊາຄົມເສດຖະກິດອາຊຽນຮອດປີ 2045 ເຊິ່ງຈັດຂຶ້ນໃນທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ສະພາບເສດຖະກິດ ແລະ ການເງິນ ຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປະເຊີນກັບຄວາມບໍ່ໝັ້ນທ່ຽງ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມຂັດແຍ້ງທາງດ້ານພູມສາດ ການເມືອງ ໃນພາກພື້ນ ແລະ ສາກົນ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຊອກຫາມາດຕະການທີ່ເໝາະສົມ ໃນການແກ້ໄຂບັນດາສິ່ງທ້າທາຍເຫຼົ່ານັ້ນ ແລະ ພ້ອມກັນປະຕິບັດຄໍາຂວັນຂອງອາຊຽນສໍາລັບປີ 2024 ຄື: “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ”.
ທ່ານກ່າວຕື່ມວ່າ: ບັນດາເຫດການດັ່ງກ່າວໄດ້ສ້າງໂອກາດ ແລະ ສິ່ງທ້າທາຍ ຕໍ່ກັບພາກພື້ນອາຊຽນ ເຊິ່ງສະແດງອອກຕົວເລກການຂະຫຍາຍທາງດ້ານເສດຖະກິດ ຂອງອາຊຽນ ສະເລ່ຍ ແມ່ນ 4.1% ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນເປັນ 4.6% ໃນປີ 2024. ການລົງທຶນໃນອາຊຽນ ໄດ້ເພີ່ມຂຶ້ນ 0.3% ຈາກ 229 ຕື້ໂດລາ ໃນປີ 2022 ມາເປັນ 230 ຕື້ໂດລາ ໃນປີ 2023. ມູນຄ່າການຄ້າດ້ານສິນຄ້າຂອງອາຊຽນ ໄດ້ຫຼຸດລົງ 1.2% ຈາກ 3,846 ຕື້ໂດລາ ໃນ ປີ 2022 ມາເປັນ 3,525 ຕື້ໂດລາ ໃນປີ 2023 ແລະ ຄາດວ່າຈະເພີ່ມຂຶ້ນມາເປັນ 3,617 ຕື້ໂດລາ ໃນປີ 2024.
ທ່ານ ມະໄລທອງ ກົມມະສິດ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານລັດຖະມົນຕີ ໃຫ້ການສະໜັບສະໜູນ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອສ້າງຄວາມເຂັ້ມແຂງ ແກ່ ປະຊາຄົມເສດຖະກິດອາຊຽນ ແລະ ນໍາເອົາຜົນປະໂຫຍດ ມາໃຫ້ປະຊາຊົນອາຊຽນຂອງພວກເຮົາ ຢ່າງເປັນຮູບປະທໍາ ໂດຍຢຶດໝັ້ນບົດບາດການເປັນແກນກາງຂອງອາຊຽນ ໃນການເສີມຂະຫຍາຍການຮ່ວມມືກັບພາຍນອກ. ພ້ອມທັງເຊີນຊວນບັນດາທ່ານ ລັດຖະມົນຕີ ແລະ ບັນດາຄະນະຜູ້ແທນທີ່ມາຮ່ວມກອງປະຊຸມໃນຄັ້ງນີ້ ຫາໂອກາດໄປຢ້ຽມຊົມ ສະຖານທີ່ທ່ອງທ່ຽວຕ່າງໆ ທີ່ມີຊື່ສຽງ ແລະ ໜ້າສົນໃຈຂອງ ສປປ ລາວ ເຊີ່ງຈະໄດ້ຮັບການຕ້ອນຮັບອັນອົບອຸ່ນຈ່ກປະຊາຊົນລາວ ກໍຄື ຊາວນະຄອນຫຼວງວຽງຈັນ ທີ່ພວມສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024.




