ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດກອງປະຊຸມແລກປ່ຽນບົດຮຽນປະສົບການພັດທະນາການທ່ອງທ່ຽວ

Dec 11, 2024

ວັນທີ 11 ທັນວາ 2024, ຢູ່ນະຄອນຮ້າລອງ ແຂວງກວ້າງນິງ ສສ ຫວຽດນາມ, ໄດ້ຈັດກອງປະຊຸມຝຶກອົບຮົມ, ແລກປ່ຽນບົດຮຽນປະສົບການ ການທ່ອງທ່ຽວ ໃຫ້ແກ່ພະນັກງານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ສປປ ລາວ. ຝ່າຍແຂວງຫົວພັນ ນຳໂດຍ ທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ, ຝ່າຍຫວຽດນາມ ນຳໂດຍ ທ່ານ ຮສຈ. ດຣ ວູ່ວັນວ້ຽນ ຫົວໜ້າຄະນະທ່ອງທ່ຽວ ມະຫາວິທະຍາໄລຮ້າລອງ. ມີຫົວໜ້າຫ້ອງການ ຖວທ ເມືອງ, ພະນັກງານຂະແໜງການທ່ອງທ່ຽວ ພະແນກ ຖວທ ແຂວງຫົວພັນ, ແຂວງກວ້າງນິງ ແລະ ອາຈານສອນມະຫາວິທະຍາໄລຮ້າລອງ ເຂົ້າຮ່ວມນຳ.
ກອງປະຊຸມເຝິກອົບຮົມ, ແລກປ່ຽນບົດຮຽນປະສົບການ ການທ່ອງທ່ຽວ ໃຫ້ແກ່ພະນັກງານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ສປປ ລາວ ຄັ້ງນີ້ ຈະດຳເນີນເປັນເວລາ 3 ວັນ ໂດຍຈະໄດ້ແລກປ່ຽນບາງບົດຮຽນກ່ຽວກັບການຊຸກຍູ້ເຜີຍແຜ່ການໂຄສະນາສະຖານທີ່ທ່ອງທ່ຽວ-ຕະຫຼາດການທ່ອງທ່ຽວ, ການພັດທະນາທ່ອງທ່ຽວຊຸມຊົນ, ຂະບວນການສຳຫຼວດ-ເກັບກຳຂໍ້ມູນ-ວາງແຜນພັດທະນາເຂດທ່ອງທ່ຽວ. ພ້ອມນັ້ນ, ຍັງຈະໄດ້ພົບປະແລກປ່ຽນບົດຮຽນຮ່ວມກັບພະແນກທ່ອງທ່ຽວ ແຂວງກວ້າງນິງ ແລະ ລົງພາກປະຕິບັດຕົວຈິງໃນການຢ້ຽມຢາມ, ທັດສະນະບາງສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນຂອງແຂວງກວ້າງນິງ ເປັນຕົ້ນແມ່ນ ວັດອຽນຕື້ ແລະ ອ່າວຮ້າລອງ.
ຂ່າວ-ພາບ: ໄອແກ້ວ