ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຮ້ຽມ ຄັ້ງທີ XI

Jan 16, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຮ້ຽມ ຄັ້ງທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 16 ມັງກອນ 2025 ນີ້ ຢູ່ທີ່ສະໂມສອນເມືອງຮ້ຽມ ແຂວງຫົວພັນ. ໂດຍການເປັນປະທານຂອງ ສະຫາຍ ວຽງສອນ ພົມມະສອນ ເລຂາພັກເມືອງ, ເຈົ້າເມືອງໆຮ້ຽມ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ມີແຂກຖືກເຊີນຂັ້ນແຂວງ, ເມືອງ 10 ເມືອງ ແລະ ຜູ້ແທນສົມບູນ – ສໍາຮອງເຂົ້າຮ່ວມນໍາ.
ໃນພິທີ, ສະຫາຍ ວຽງສອນ ພົມມະສອນ ເລຂາພັກເມືອງ, ເຈົ້າເມືອງໆຮ້ຽມ ໄດ້ມີຄຳເຫັນກ່າວເປີດກອງປະຊຸມໃຫຍ່ຢ່າງເປັນທາງການ ໂດຍ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຕະຫຼອດໄລຍະ 5 ປີທີ່ຜ່ານມາຊື່ງອົງຄະນະພັກ ແລະ ປະຊາຊົນບັນດາເຜົ່າທົ່ວເມືອງຮ້ຽມ ໄດ້ເອົາໃຈໃສ່ຕັ້ງໜ້າເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີເອກະພາບ ເຊີດຊູຈິດໃຈຮັກຊາດ, ຮັກລະບອບໃໝ່, ເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມຮັ່ງມີເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ ພາຍໃຕ້ການນໍາພາຂອງພັກ, ເຮັດໃຫ້ທົ່ວເມືອງຮ້ຽມມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ເສດຖະກິດມີບາດກ້າວຂະຫຍາຍຕົວ ຫຼາຍດ້ານຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ສິ່ງທີ່ພົ້ນເດັ່ນກວ່າໝູ່ ແມ່ນການສືບຕໍ່ປະຕິບັດຍຸດທະສາດ ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຂອງພັກ ຢ່າງເປັນຂະບວນການພົດພື້ນ, ກວ້າງຂວາງໜັກແໜ້ນ ແລະ ລຽນຕິດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງລະບອບປະຊາທິປະໄຕ, ປະຊາຊົນ ຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ, ນໍາພາປະຊາຊົນບັນດາເຜົ່າປະຕິບັດແນວທາງການເມືອງຂອງພັກໄດ້ເປັນຢ່າງດີ.
ໂອກາດນີ້, ສະຫາຍເລຂາພັກເມືອງ, ເຈົ້າເມືອງໆຮ້ຽມ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຜູ້ແທນ ກອງປະຊຸມໃຫຍ່ ເຊີດຊູຄວາມຮັບຜິດຊອບທາງການເມືອງຂອງຕົນ, ເສີມຂະຫຍາຍປະຊາທິປະໄຕ, ສຸມສະຕິປັນຍາຄົ້ນຄວ້າ ແລະ ປະກອບຄວາມເຫັນໃຫ້ເລິກເຊິ່ງ, ສ້າງຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆ ຂອງກອງປະຊຸມ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ບັນລຸຜົນສໍາເລັດຢ່າງສະຫງ່າງາມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຮ້ຽມ ຄັ້ງທີ XI, ຄະນະຜູ້ແທນກອງປະຊຸມຈະໄດ້ພ້ອມກັນສັງເກດຕີລາຄາເຖິງຜົນສໍາເລັດ ຂອງການຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກເມືອງໃນໄລຍະ 5 ປີທີ່ຜ່ານມາ; ສະຫຼຸບສັງລວມ, ຖອດຖອນເປັນບົດຮຽນອັນສໍາຄັນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າຕົກລົງຢ່າງ ເປັນເອກະພາບ ຮັບຮອງເອົາທິດທາງ-ໜ້າທີ່ສະເພາະໜ້າ (2025-2029) ຊຶ່ງເປັນ ຊ່ວງໄລຍະແຫ່ງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ 10 ກໍຄືວິໄສທັດ ປີ 2030 ໂດຍເນັ້ນໃສ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ເພື່ອຫຼຸດພົ້ນຈາກຄວາມດ້ອຍພັດທະນາໃນຕໍ່ໜ້າ ດ້ວຍມາດຕະການຊຸກຍູ້ຜະລິດເປັນສິນຄ້າຢ່າງແຂງແຮງ, ລົບລ້າງຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າ, ນໍາພາສ້າງຄອບຄົວ, ບ້ານ, ກຸ່ມບ້ານພັດທະນາໃຫ້ເປັນກ້າວໆ, ສ້າງເມືອງຮ້ຽມໃຫ້ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະກອບສ່ວນທຸກກໍາລັງແຮງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກອງປະຊຸມຈະໄດ້ດໍາເນີນເປັນເວລາ 2 ວັນຈຶ່ງສໍາເລັດ.