ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະຄາມຄັ້ງທີ VIIIຢ່າງເປັນທາງການ.

Feb 13, 2025

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະຄາມຄັ້ງທີ VIIIຢ່າງເປັນທາງການ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະຄາມຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 13 ກຸມພາ 2025 ນີ້ ຢູ່ທີ່ສຳນັກງານປົກຄອງເມືອງຊະນະຄາມແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງວຽງຈັນ, ມີສະຫາຍ ແກ້ວ ພິມມະວົງ ເລຂາພັກເມືອງ ເຈົ້າເມືອງຊະນະຄາມ,ມີການນຳຂອງແຂວງ,ຄະນະຊີ້ນຳການກະກຽມກອງປະຊຸມ,ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງພ້ອມດ້ວຍຜູ້ແທນກອງປະຊຸມເຂົ້າຮ່ວມທັງໝົດ118 ສະຫາຍ,ຕາງໜ້າສະມາຊິກພັກຈໍານວນ 1.367 ສະຫາຍ ໃນທົ່ວເມືອງ.
ສະຫາຍ ແກ້ວ ພິມມະວົງ ເລຂາພັກເມືອງເຈົ້າເມືອງຊະນະຄາມກ່າວເປີດກອງປະຊຸມຄັ້ງນີ້ວ່າ:ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະຄາມຄັ້ງທີVIII ໄຂຂຶ້ນໃນທາມກາງບັນຍາກາດທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວພວມຂຸ້ນຂ້ຽວຈັດຕັ້ງປະຕິບັດມະຕິXIຂອງພັກ, ມະຕິVIຂອງອົງຄະນະພັກແຂວງວຽງຈັນ ມະຕິກອງປະຊຸມໃຫຍ່ຄັ້ງທີVIIຂອງອົງຄະນະພັກເມືອງຊະນະຄາມ ຕິດພັນກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢ່າງເປັນຂະບວນການກ້ວາງຂວາງ, ທົ່ວເມືອງມີສະຖຽນລະພາບທາງການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມມີການພັດທະນາດ້ວຍຈັງວະທີ່ດີ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນທັງມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງລັດຕາມທິດສ້າງລັດແຫ່ງກົດໝາຍເທື່ອລະກ້າວ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ໂດຍປະຊາຊົນແລະເພື່ອປະຊາຊົນ, ຖັນແຖວສະມາຊິກພັກ, ພະນັກງານໄດ້ຮັບການຍົກລະດັບບຳລຸງສ້າງໃນຂະບວນການວຽກງານຕົວຈິງ; ຖານະບົດບາດແລະອິດທິພົນຂອງອົງຄະນະພັກເມືອງໄດ້ຮັບການເຊີດຊູສູງຂຶ້ນ ສາມາດນຳພາເມືອງຊະນະຄາມພັດທະນາໄປສູ່ຈຸດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ຄັ້ງທີVIIIນີ້ ແມ່ນມີໜ້າທີ່ຄົ້ນຄ້ວາແລະຮັບຮອງເອົາຮ່າງລາຍງານການເມືອງຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີIV (2025-2029); ພ້ອມກັນນັ້ນກໍ່ຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນຳພາຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາແລະພັດທະນາເມືອງຊະນະຄາມໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງໜັກແໜ້ນໄປສູ່ຈຸດໝາຍທີ່ວາງໄວ້ ແລະ ກອງປະຊຸມຈະໄດ້ດຳເນີນໄປຮອດວັນທີ 14ກຸມພາ 2025 ຈຶ່ງຈະປິດລົງ.