ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງວຽງພູຄາ ຄັ້ງທີ X

Jan 15, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງວຽງພູຄາ ຄັ້ງທີ X ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ມັງກອນ 2025ນີ້ ຢູ່ທີ່ສະໂມສອນເມືອງວຽງພູຄາ ແຂວງຫຼວງນໍ້າທາ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ ພ້ອມຄະນະ, ສະຫາຍ ບຸນຊົງ ວາໄຊຢີ ເລຂາພັກເມືອງ ເຈົ້າເມືອງວຽງພູຄາ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ – ສໍາຮອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສະຫາຍ ນາງ ຈັນຄຳ ທອງມີໄຊ ຮອງເລຂາພັກເມືອງວຽງພູຄາ ໄດ້ຜ່ານຮ່າງບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຊຶ່ງໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ຂອງຄະນະພັກ, ສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ, ຄະນະຮັບຜິດຊອບໄດ້ເປັນຈິດໜຶ່ງໃຈດຽວ ສາມາດດຳເນີນກອງປະຊຸມໄດ້ຕາມແຜນການທີ່ກໍານົດໄວ້ ພ້ອມກັນສຸມໃສ່ດຳເນີນໜ້າທີ່ສຳຄັນໃນການຮັບຟັງ ການຕີລາຄາໝາກຜົນການນຳພາ – ຊີ້ນໍາວຽກງານຮອບດ້ານຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ພ້ອມທັງຜ່ານທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນຳພາແຕ່ນີ້ ຫາ ປີ 2030 ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX (2020-2024) ແລະ ວາງທິດທາງແຜນການຄັ້ງທີ X (2025-2029) ຂອງເມືອງວຽງພູຄາ; ຮັບຟັງການປະກອບຄຳຄິດຄຳເຫັນຂອງຄະນະພັກຮາກຖານບ້ານ, ຕົວແບບກຸ່ມການຜະລິດສິນຄ້າ, ຕົວແບບໂຮງແຮມດີເດັ່ນ, ຕົວແບບກອງທຶນພັດທະນາບ້ານ ແລະ ຄອບຄົວຕົວແບບການຜະລິດກະສິກຳ; ຮັບຟັງການຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ ຕະຫຼອດ ໄລຍະ 5 ປີ ຜ່ານມາ. ພ້ອມນີ້ກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດປະຊາມະຕິ ໃນການດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່.
ຂ່າວ: ແກ້ວ ກ໋ວາງບັນແຄັດ