ວັນທີ 28 ກຸມພາ 2025, ພິທີເປີດນຳໃຊ້ຕຶກປັນຍາປະດິດຫຼື AI ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ແລະ ທ່ານຈ້າວເສີນຊິນ ຮອງປະທານຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ໄດ້ກ່າວຄຳເຫັນໃນພິທີດັ່ງກ່າວ ແລະ ເປີດປ້າຍຕຶກປັນຍາປະດິດ CMG.
ທ່ານຫົງຕ້າຢົ້ງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ທ່ານຫວາງສ້ຽວເຈິ່ນ ຮອງຜູ້ອຳນວຍການໃຫຍ່ CMG ພ້ອມດ້ວຍແຂກທີ່ເຂົ້າຮ່ວມພິທີ ໄດ້ຮ່ວມກັນເປີດນຳໃຊ້ AI ຂອງສື່ມວນຊົນທັງພາບແລະສຽງ CMG, ພ້ອມນີ້, “ປື້ມປົກຂາວການພັດທະນາປັນຍາປະດິດCMG ສະບັບ 2025” ກໍໄດ້ເຜີຍແຜ່ໃນມື້ດຽວກັນນີ້.
ທີ່ມາ: CMG




