ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດການແຂ່ງຂັນກິລາບານເຕະ ຊີງຂັນ ສະຫາຍເລຂາ ຄຊປປລ

Jan 16, 2025

ໃນວັນທີ 15 ມັງກອນ 2025 ທີ່ເດີ່ນກິລາເຕະບານລ້ານຊ້າງສະເຕດ້ຽມ ນະຄອນຫລວງວຽງຈັນ ໄດ້ເປີດການແຂ່ງຂັນກິລາບານເຕະ ຊີງຂັນ ສະຫາຍ ເລຂາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ (ຄຊປປລ) ປະຈຳປີ 2024 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ມອນໄຊ ລາວ ມົ່ວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາ ຄຊປປລ, ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫລວງວຽງຈັນ, ມີການນຳຈາກກະຊວງ-ອົງການ ແລະ ນັກກິລາເຂົ້າຮ່ວມ.
ທ່ານ ທອງລີ ສີສຸລິດ ຮອງເລຂາ ຄຊປປລ ໄດ້ກ່າວວ່າ: ການແຂ່ງຂັນກິລາ ມິດຕະພາບໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ກໍ່ຄື ຊາວໜຸ່ມ-ເຍົາວະຊົນລາວ ບັນດາເຜົ່າ ພ້ອມກັນອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນ ການສະເຫລີມສະຫລອງ 3 ວັນປະຫວັດສາດທີ່ສໍາຄັນຂອງຊາດຂອງພັກຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ; ວັນຊາດທີ 2 ທັນ ວາ ຄົບຮອບ 50 ປີ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງ ຊປປ ລາວ ຄົບຮອບ 70 ປີ, ພ້ອມທັງຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ IX ດ້ວຍຄວາມເບີກບານມ່ວນຊື່ນ ແລະ ກຽມຈິດກຽມໃຈເຂົ້າສູ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ ແຫ່ງຊາດ ຄັ້ງທີ X.
ກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບໃນຄັ້ງນີ້ ເປັນການຮ່ວມມື ຈາກຫລາຍພາກສ່ວນ ເຊິ່ງຈັດຂຶ້ນໂດຍສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ກະຊວງສຶກສາ ແລະ ກິລາ, ບໍລິສັດຮຸ່ງອາລຸນການຄ້າ ເອເລັກໂຕນິກ, ສູນກິລາຄົບວົງຈອນລ້ານຊ້າງ ແລະ ບໍລິສັດຜະລິດຊຸດກິລາ ອີໂວ ແລະ ໄດ້ເຊື້ອເຊີນເອົາຄະນະຊາວໜຸ່ມຈາກບັນດາກະຊວງ, ອົງການ, ແຂວງ, ນະຄອນຫລວງ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ, ບັນດາຫ້າງຮ້ານ, ບໍລິສັດພາກສ່ວນອຸປະຖໍາທີ່ໃຫ້ການສະໜັບສະໜູນງານ ເຂົ້າຮ່ວມຫລາຍ ກວ່າ 50 ພາກສ່ວນ, ມີຈໍານວນຄົນເຂົ້າຮ່ວມທັງໝົດ 2.000 ກວ່າຄົນ. ໃນນີ້, ມີທີມນັກກິລາທີ່ຈະລົງແຂ່ງຂັນ 23 ທີມ ເຊິ່ງຈະດໍາເນີນການແຂ່ງຂັນ ເລີ່ມເດືອນມັງກອນ ຫາ ເດືອນກຸມພາ ປີ 2025.
ການແຂ່ງຂັນກິລາບານເຕະ 11 ຄົນ ຊີງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ປະຈໍາປີ 2024 ເທື່ອນີ້ ແມ່ນ ເປັນການສ້າງຂະບວນການທີ່ມີຄວາມໝາຍຄວາມສໍາຄັນ ເພື່ອສ້າງເງື່ອນໄຂໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ແຕ່ລະພາກສ່ວນ ໄດ້ຮັດແໜ້ນຄວາມສາມັກຄີມິດຕະພາບ, ມີໂອກາດໄດ້ສະແດງຄວາມສາມາດຂອງຕົນທາງດ້ານກິລາເຕະບານ ແລະ ທັງເປັນການອອກກໍາລັງກາຍເພື່ອຮັກສາສຸຂະພາບ ເຮັດໃຫ້ມີຮ່າງກາຍແຂງແຮງ ແລະ ຈິດໃຈທີ່ເຂັ້ມແຂງ ເພື່ອກຽມ ພ້ອມເຂົ້າໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອັນແສນຮັກ ຂອງພວກເຮົາ. ການແຂ່ງຂັນກິລາໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງຄວາມສາມາດດ້ານກິລາເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງຄວາມມຸ່ງໝັ້ນ, ຄວາມອົດທົນ, ແລະ ຈິດໃຈແຫ່ງການແຂ່ງຂັນ ຂອງຊາວໜຸ່ມ , ກິລາເຕະບານບໍ່ພຽງແຕ່ເປັນເກມເທົ່ານັ້ນ, ແຕ່ມັນ ເປັນເຄື່ອງມືອັນຊົງພະລັງໃນການສ້າງມິດຕະພາບ, ພັດທະນາທັກສະການເຮັດວຽກເປັນທີມ, ແລະ ສົ່ງເສີມຄວາມສາມັກຄີ ທັງຈະໄດ້ຮັບປະສົບການ ອັນມີຄ່າຈາກການແຂ່ງຂັນຄັ້ງນີ້, ບໍ່ວ່າຈະເປັນຜູ້ຊະນະ ຫລື ບໍ່ກໍ່ຕາມ.
ບົດ+ພາບໂດຍ: ຢ່າຕົ່ງ