ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດການແຂ່ງຂັນກິລາເຍົາວະຊົນ ແລະ ມວນຊົນ ປະຈຳປີ 2025

Jan 6, 2025

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີເປີດການແຂ່ງຂັນກິລາເຍົາວະຊົນ ແລະ ມວນຊົນປະຈຳປີ 2025 ຂຶ້ນໃນວັນທີ 3 ມັງກອນ 2025 ຢູ່ທີ່ເດີ່ນກອງເຂົ້າໃຫຍ່ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກງານພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ແຂວງໄຊຍະບູລີ, ມີທ່ານ ບຸດສະກອນ ອິນທະລັງສີ ເຈົ້າເມືອງໆພຽງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນ, ພະນັກງານທີ່ກ່ຽວຂ້ອງ ຄະນະນຳນັກກິລາ-ນັກກິລາແຕ່ລະປະເພດ, ຊາວໜຸ່ມ-ເຍົາວະຊົນ, ນັກຮຽນຮູ້ບັນຢາຊົນໃນທົ່ວເມືອງເຂົ້າຮ່ວມ ເຊິ່ງການແຂ່ງຂັນກິລາເຍົາວະຊົນມີ 1 ປະເພດກິລາຄຶ: ກິລາບານເຕະ(ຊາຍ) ມີທີມເຂົ້າຮ່ວມ 6 ກຸ່ມໂຮງຮຽນປະຖົມ ແລະ ການແຂ່ງຂັນກິລາມວນຊົນ ມີ 2 ປະເພດກິລາຄື: ປະເພດກິລາບານເຕະ(ຊາຍ) ແລະ ບານສົ່ງ(ຍິງ) ມີຄະນະທິມກິລາມວນຊົນເຂົ້າຮ່ວມການແຂ່ງຂັນ ປະເພດບານເຕະ(ຊາຍ)ມີທັງໜົດ 5 ທີມ, ປະເພດບານສົ່ງ(ຍິງ) ມີ 4 ທີມ ສຳລັບການສ້າງຂະບວນການກິລາພື້ນເມືອງໃນງານເທດສະການບຸນກອງເຂົ້າໃຫ່ຍ ປະຈຳປີ 2025 ມີ 3 ປະເພດກິລາຄຶ: ດຶງເຊືອກ(ຊາຍ-ຍິງ), ແລ່ນໄຖ(ຊາຍ-ຍິງ) ແລະ ປະເພດຂີ່ໄມ້ໂຢກເຢກ(ຊາຍ-ຍິງ) ເພື່ອເປັນການພັດທະນານັກກິລາ ໃຫ້ສອດຄອງກັບ 5 ຫຼັກມູນຂອງຂະແໜງການສຶກສາ, ພັດທະນາວຽກງານກິລາກາຍະກຳໃຫ້ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ສົ່ງເສີມໃຫ້ເຍົາວະຊົນ-ຊາວໜຸ່ມ ແລະ ມວນຊົນຫັນມາຫຼີ້ນກິລາເພື່ອຫ່າງໄກຈາກຢາເສບຕິດ-ຫຼີ້ນກິລາເພື່ອສຸຂະພາບ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດ ຊອກໄດ້ນັກກິລາທີ່ມີພອນສະຫວັນດີເດັ່ນ ເພື່ອເຂົ້າຮ່ວມແຂ່ງຂັນໃນລະດັບຕ່າງໆທັງເປັນການຂໍ່ານັບຮັບຕ້ອນເທດສະການບຸນກອງເຂົ້າໃຫ່ຍ ປະຈຳປີ 2025 ແລະ ກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກເມືອງພຽງ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ເປັນຂະບວນການຢ່າງຟົດຟື້ນ.
ຂ່າວ: ວົງສະຫວັນ ສຸທິໂວຫານ