ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊິງຂັນລະດັບຊາດ ຄັ້ງທີ I

Nov 29, 2024

ວັນທີ 29 ພະຈິກ 2024 ທີ່ສະໜາມກິລາເປຕັງໃນຮົ່ມແຂວງຈຳປາສັກ ໄດ້ຈັດ ການການແຂ່ງຂັນ ກິລາເປຕັງທົ່ວປະເທດ ຊິງຂັນລະດັບຊາດ ຄັ້ງທີ I ໂດຍການເຂົ້າຮ່ວມຂອງ ທ່ານ ບົວສອນ ບຸບຜາວັນ, ອະດີດນາຍົກລັດຖະມົນຕີ ສປປ ລາວ, ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປສັກ, ພ້ອມດ້ວຍ ຄະນະນຳ,ຄູຝຶກ ແລະ ນັກກິລາ ຕົວແທນຈາກແຕ່ລະແຂວງ,ກະຊວງ ແລະ ອົງການຈັດຕັ້ງຕ່າງໆໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ ມີນັກກິລາ ເຂົ້າຮ່ວມທັງໝົດ 164 ຄະນະ, ແຂ່ງຂັນ 9 ລາຍການ ຄື: ປະເພດດ່ຽວ ຊາຍ-ຍິງ, ຄູ່ ຊາຍ-ຍິງ, ທີມຊາຍ-ຍິງ, ຊຸດຕິ່ງ (ຕີແມ໋ນ) ຊາຍ-ຍິງ, ຄູ່ປະສົມຊາຍ – ຍິງ 14 ທິມ, ຄູ່ VIP 50 ປີ ຂື້ນໄປ ແລະ ທິມປະສົມ ຊາຍ 2 ຄົນ, ຍິງ 1 ຄົນ ການແຂ່ງຂັນຈະດໍາເນີນໄປຮອດວັນທີ 30 ພະຈິກ 2024 ຈິ່ງສໍາເລັດ.
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປສັກ ໄດ້ກ່າວເປີດການຂ່ງນັນກິລາຄັ້ວນີ້ວ່າ ເພື່ອເປັນການປຸກລະດົມ, ກະຕຸກຊຸກຍູ້ ທັງເປັນການສົ່ງເສີມການທ່ອງ ທ່ຽວ ແລະ ພັດທະນາວຽກງານ ກິລາ-ກາຍຍະກໍາ ແລະ ເປັນການຜູກແໜ້ນຄວາມສາມັກ ຄີ, ດຶງດູດການທ່ອງທ່ຽວຕິດພັນກັບການສ້າງຂະບວນການຕ້ອນຮັບວັນຊາດທີ 2 ທັນວາ ທີ່ໃກ້ຈະມາເຖິງໃນໝໍ່ໆນີ້ພ້ອມດຽວກັນນີ້ ກໍ່ເປັນການຫັນເອົາວຽກ ງານ ກິລາ-ກາຍຍະກຳລົງສູ່ທ້ອງຖິ່ນ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມເຂັ້ມແຂງ, ມີພະລະນາໄມສົມບູນ, ປຸກລະດົມຊຸກຍູ້ທົ່ວສັງຄົມ, ໂດຍສະເພາະແມ່ນເຍົາວະຊົນຊາວໜຸ່ມ ແລະ ທຸກຊັ້ນຄົນໃຫ້ຫັນມາຫຼິ້ນກິລາຢ່າງກ້ວາງຂວາງ ເພື່ອຫຼີກຫ່າງຈາກສິ່ງເສບຕິດອື່ນໆ ທີ່ເປັນປະກົດການຫຍໍ້ທໍ້ໃຫ້ແກ່ສັງຄົມ.
ສະຖານີວິທະຍຸແຂວງຈຳປາສັກ