ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 8 ສິງຫາ 2022ນີ, ຄະນະກຳມະການຈັດການແຂ່ງຂັນ ກິລາການທະຫານສາກົນ ຂອງເຫຼົ່າຮົບຊ່າງແສງ ໄດ້ຈັດພິທີເປີດການແຂ່ງຂັນ ກິລາ (ARMY GAMES 2022) ຢູ່ທີ່ກອງພົນນ້ອຍຊ່າງແສງ 73420 ຂອງເມືອງໂວນກາກຼາດ, ແຫ່ງສະຫະພັນລັດເຊຍ (ໃນຮູບແບບຊ່າງແສງ ) ເຂົ້າຮ່ວມໃນພິທີ ມີ ທ່ານ ພັນເອກ ເຈຍເຣດນີເຈັນໂກ ຢູຣີ ອາເລັກເຊຍວິດ ຫົວໜ້າຄະນະຊີ້ນຳກຳມະການ ກິລາການທະຫານ ສະຫະພັນລັດເຊຍ ເຂົ້າຮ່ວມ ເປັນປະທານ ,ສວນທິມນັກກິລາເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ມີສະຫາຍ ພັນເອກ ບຸນທະວີ ໂພໄຊ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ. ມີບັນດາ ຄະນະຮັບຜິດຊອບຊີ້ນຳທິມນັກກິລາ,ອານຸກຳມການ ພ້ອມດ້ວຍ ນັກກິລາແຕ່ລະປະເທດເຂົ້າຮ່ວມ.
ໃນພິທີ ປະເທດເຈົ້າພາບກໍ່ໄດ້ຂື້ນກ່າວ ເປີດພິທີຢ່າງເປັນທາງການ ແລະ ຜ່ານຂໍ້ກຳນົດກະຕິກາ ກ່ຽວກັບການແຂ່ງຂັນກິລາ, ຫຼັງຈາກນັ້ນ ຫົວໜ້າຄະນະຊີ້ນຳນັກກິລາ ແຕ່ລະປະເທດ ກໍ່ໄດ້ຜັດປ່ຽນກັນຂື້ນຈົກສະຫຼາກ ເພື່ອແບ່ງສາຍການແຂ່ງຂັນ,ການເຂົ້າຮ່ວມແຂ່ງຂັນກິລາ ການທະຫານສາກົນ (ARMY GAME 2022 ) (ໃນຮູບແບບຊ່າງແສງ ) ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ປະກອບມີ 5 ປະເທດ ເຂົ້າຮ່ວມຄື: ຣັດເຊຍ, ລາວ, ອຸສເບກີສະຖານ, ເບລາຣຸດ ແລະ ອາຣເມເນຍ.
ສຳລັບທິມນັກກິລາເຫຼົ່າຊ່າງແສງ ກອງທັບປະຊາຊົນລາວເຮົາແມ່ນຈົກສະຫຼາກໄດ້ ເບີ 2 ປະກອບມີ ລົດດຸດ, ລົດຂຸດຂຸມຄອງ,ລົດສ້າງສີ່ງກີດຂວາງແຕກ,ລົດສ້າງສີ່ງກີດຂວາງບໍ່ແຕກ,ລົດທຳລາຍສະໜາມມີນ ,ລົດລອຍນ້ຳ ແລະ ລົດສ້າງສະໜາມມີນ ມີຈຳນວນພົນນັກກກິລາເຂົ້າຮ່ວມຈຳນວນ 21 ສະຫາຍ ສຳລັບການແຂ່ງຂັນແມ່ນຈະໄດ້ຈັດຂື້ນໃນກາງເດືອນສິງຫາ2022ນີ້, ການເຂົ້າຮ່ວມແຂ່ງຂັນກິລາການທະຫານສາກົນ (ARMY GAME 2022) ແມ່ນມີຄວາມໝາຍ-ຄວາມສຳຄັນທີ່ສຸດ ທັງເປັນການ ສ້າງສາຍພົວພັນ ມິດຕະພາບ ຮັດແໜ້ນຄວາມສາມັກຄີກັບບັນດາປະເທດ ທີ່ເຂົ້າຮ່ວມໂດຍສະເພາະ ແມ່ນເພື່ອຍົກສູງສາຍພົວພັນ ມິດຕະພາບ ລະຫວ່າງ ກອງທັບ ປະຊາຊົນລາວ ກັບ ກອງທັບ ສ.ລັດເຊຍ ແລະ ປະເທດເພື່ອນມິດ ທັງເປັນການ ຖອດຖອນບົດຮຽນ ໃນວຽກງານວີຊາສະເພາະ ເຫຼົ່າຮົບຊ່າງແສງ ໃຫ້ນັບມື້ ເຕີບໃຫ່ຍ, ເຂັ້ມແຂງ ທັນສະໄໝເທື້ອລະກ້າວ.
ໂດຍ: ເກນ ວິໄລສານ

Fatal error: Uncaught ErrorException: md5_file(/home/lnrorg/public_html/wp-content/litespeed/css/006bfa94266bd257b86d23e05a9fc912.css.tmp): Failed to open stream: No such file or directory in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php:130 Stack trace: #0 [internal function]: litespeed_exception_handler(2, 'md5_file(/home/...', '/home/lnrorg/pu...', 130) #1 /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php(130): md5_file('/home/lnrorg/pu...') #2 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(837): LiteSpeed\Optimizer->serve('https://lnr.org...', 'css', true, Array) #3 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(330): LiteSpeed\Optimize->_build_hash_url(Array) #4 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(264): LiteSpeed\Optimize->_optimize() #5 /home/lnrorg/public_html/wp-includes/class-wp-hook.php(324): LiteSpeed\Optimize->finalize('<!DOCTYPE html>...') #6 /home/lnrorg/public_html/wp-includes/plugin.php(205): WP_Hook->apply_filters('<!DOCTYPE html>...', Array) #7 /home/lnrorg/public_html/wp-content/plugins/litespeed-cache/src/core.cls.php(477): apply_filters('litespeed_buffe...', '<!DOCTYPE html>...') #8 [internal function]: LiteSpeed\Core->send_headers_force('<!DOCTYPE html>...', 9) #9 /home/lnrorg/public_html/wp-includes/functions.php(5373): ob_end_flush() #10 /home/lnrorg/public_html/wp-includes/class-wp-hook.php(324): wp_ob_end_flush_all('') #11 /home/lnrorg/public_html/wp-includes/class-wp-hook.php(348): WP_Hook->apply_filters(NULL, Array) #12 /home/lnrorg/public_html/wp-includes/plugin.php(517): WP_Hook->do_action(Array) #13 /home/lnrorg/public_html/wp-includes/load.php(1260): do_action('shutdown') #14 [internal function]: shutdown_action_hook() #15 {main} thrown in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php on line 130