ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດຂະບວນການທົດລອງການນຳໃຊ້ລະບົບສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກຄອງໃຫ້ພາລູກຫຼານມາຮັບວັກແຊັງ

Jan 30, 2025

ວັນທີ 30 ມັງກອນ 2025, ທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ ໄດ້ເປີດຂະບວນການທົດລອງນຳໃຊ້ລະບົບສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກຄອງໃຫ້ພາລູກຫຼານທີ່ອາຍຸໄດ້ 1 ປີເຕັມ ມາຮັບວັກແຊັງກັນພະຍາດ ເຊິ່ງຂະບວນການດັ່ງ ກ່າວຈະດຳເນີນເປັນໄລຍະເວລາ 1 ປີ.
ຂະບວນການທົດລອງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ, ລັດຖະບານອົດສະຕຣາລີ ແລະ ອົງ ການກາວີ ພັນທະມິດວັກແຊັງ. ມີເປົ້າໝາຍໃນການເພີ່ມອັດຕາການສັກວັກແຊັງປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ໂປລີໂອ ໂດຍການສົ່ງຂໍ້ຄວາມເຕືອນຜູ້ປົກຄອງຜ່ານທາງໂທລະສັບມືຖືຂອງເຂົາເຈົ້າໂດຍກົງ.
ຂະບວນການດັ່ງກ່າວ ແມ່ນນຳພາໂດຍໂຄງການສັກຢາກັນພະຍາດແຫ່ງຊາດ ແລະ ສູນສະຖິຕິ ແລະ ຂ່າວສານສາທາລະນະ ສຸກ, ກະຊວງສາທາລະນະສຸກ. ການສົ່ງຂໍ້ຄວາມແຈ້ງເຕືອນດັ່ງ ກ່າວ ແມ່ນອີງໃສ່ຂໍ້ມູນຈາກລະບົບບັນທຶກການຮັບວັກແຊັງກັນພະຍາດລາຍບຸກຄົນ (EIR) ເຊິ່ງເປັນຖານຂໍ້ມູນກ່ຽວກັບວຽກ ງານການຮັບວັກແຊັງທົ່ວປະເທດ ທີ່ໄດ້ລິເລິ່ມສ້າງຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ. ຄັ້ງນີ້ ເປັນຄັ້ງທໍາອິດທີ່ຂໍ້ມູນໃນລະບົບບັນທຶກການໃຫ້ວັກແຊັງກັນພະຍາດລາຍບຸກຄົນນີ້ ໄດ້ຖືກນຳໃຊ້ ເພື່ອສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກ ຄອງ.
ທ່ານ ດຣ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໃຫ້ຮູ້ວ່າ: “ວັກແຊັງເຫຼົ່ານີ້ ມີຄວາມຈຳເປັນຢ່າງຍິ່ງໃນການປົກປ້ອງລູກຫຼານ ແລະ ສຸຂະພາບຂອງປະຊາຊົນທຸກຄົນ. ໃນຂະບວນການຄັ້ງນີ້ ມີການເຊື່ອມສານເຕັກໂນໂລຊີທັນສະໄໝເຂົ້າຊ່ວຍ, ພວກເຮົາມີເປົ້າໝາຍເພີ່ມອັດຕາປົກຄຸມການໃຫ້ວັກແຊັງກັນພະຍາດ ເພື່ອຮັບປະກັນວ່າ ເດັກໄດ້ຮັບປົກປ້ອງຈາກບັນດາພະຍາດອັນຕະລາຍທີ່ປ້ອງກັນໄດ້ດ້ວຍວັກແຊັງ ເນື່ອງ ຈາກຜ່ານມາ ເຫັນວ່າອັດຕາການກັບມາຮັບວັກແຊັງຫຼຸດລົງເມື່ອເດັກອາຍຸຫຼາຍຂຶ້ນ.
ໃນ ສປປ ລາວ, ເດັກທີ່ອາຍຸໄດ້ 1 ປີເຕັມ ແມ່ນແນະນຳໃຫ້ສັກວັກແຊັງ 2 ເຂັມ ກໍຄື ວັກແຊັງປ້ອງກັນພະຍາດໝາກແດງໃຫຍ່ -ໝາກແດງນ້ອຍ ເຂັມທີ 2 ແລະ ວັກແຊັງປ້ອງກັນພະຍາດໂປລີໂອ ໂດສ໌ທີ 2.
ຂະບວນການທົດລອງດັ່ງກ່າວ ແມ່ນກວມເອົາເຂດຕົວເມືອງທົ່ວປະເທດ ເຊິ່ງຄາດວ່າຈະສາມາດສົ່ງຂໍ້ຄວາມແຈ້ງເຕືອນຜູ້ປົກ ຄອງຂອງເດັກທີ່ມີອາຍຸ 1 ປີ ໄດ້ເຖິງ 50.000 ຄົນ ໃນໄລຍະ 1 ປີຕໍ່ໜ້າ ໂດຍຈະສົ່ງຂໍ້ຄວາມແຈ້ງໃຫ້ບັນດາຜູ້ປົກຄອງທີ່ໄດ້ແຈ້ງເບີໂທລະສັບໄວ້ໃນຕອນທີ່ພາລູກຫຼານມາຮັບວັກແຊັງຄັ້ງທຳອິດ. ໃນຂະນະດຽວກັນ, ແພດໝໍທົ່ວປະເທດກໍຈະເກັບກຳເບີໂທລະສັບກັບຂອງພໍ່ແມ່ຜູ້ປົກຄອງທີ່ພາເດັກມາສັກຢາເປັນເທື່ອທຳອິດ ເພື່ອບັນທຶກເຂົ້າໃນລະບົບບັນທຶກການໃຫ້ວັກແຊັງກັນພະຍາດລາຍບຸກຄົນ.