ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດຂະບວນການແຂ່ງຂັນກິລາການທະຫານ, ຍິງປືນທະຫານຮາບ ແລະ ກິລາມວນຊົນ ເຂດ 1 (ນະຄອນຫຼວງວຽງຈັນ) ຊິງຂັນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ

Jan 15, 2025

ເພື່ອສ້າງຜົນງານ ຂໍ່ານັບຮັບຕ້ອນ ແລະ ຊົມເຊີຍກອງ ປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະກະຊວງປ້ອງກັນປະເທດ ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ເວົ້າລວມ, ເວົ້າສະເພາະ ເພື່ອເປັນການຄັດເລືອກເອົານັກກິລາທີ່ດີເດັ່ນ, ມີພອນສະຫວັນເປັນຕົວແທນກິລາກະຊວງປ້ອງກັນປະເທດ ເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນຟົດຟື້ນ ມ່ວນຊື່ນ, ກົມໃຫຍ່ເສນາທິການກອງທັບ ໄດ້ເປີດຂະບວນການແຂ່ງຂັນກິລາ ການທະຫານ, ຍິງປືນທະຫານຮາບ ແລະ ກິລາມວນຊົນເຂດ 1 (ນະຄອນຫຼວງວຽງຈັນ) ຊິງຂັນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໃນວັນທີ 14 ມັງກອນ 2025 ນີ້ ທີ່ເດີ່ນກິລາກອງທັບ (ຫຼັກ 5) ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ,ຄະນະຮັບຜິດຊອບຈັດງານແຂ່ງຂັນ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ສະຫາຍ ພັນເອກ ພູເງິນ ພົມເມືອງ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນຳຈັດການແຂ່ງຂັນກິລາທົ່ວກອງທັບ ເຂດ 1 ນະຄອນຫຼວງວຽງຈັນ ໄດ້ຜ່ານບົດລາຍງານຈັດງານແຂ່ງຂັນກິລາ ການທະຫານ, ຍິງປືນທະຫານຮາບ ແລະ ກິລາມວນຊົນເຂດ 1 (ນະຄອນຫຼວງວຽງຈັນ) ເຊິ່ງກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ປະກອບມີ 10 ປະເພດກິລາ ເພື່ອຊິງເອົາຂັນຊະນະເລີດ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ຈຳນວນ 17 ລາຍການ ໃນນີ້ມີ ລວມໝູ່ 7 ລາຍການ ແລະ ບຸກຄົນ 7 ລາຍການ: ບານເຕະຊາຍ 12 ຄະນະ, ບານສົ່ງຊາຍ 14 ຄະນະ, ບານສົ່ງຍິງ 6 ຄະນະ, ກະຕໍ້ຫວາຍທີມດ່ຽວຊາຍ 14 ຄະນະ, ເປຕັງປະສົມ 26 ຄະນະ, ກິລານັກຮົບແຂງແຮງ 6 ຄະນະ, ກິລາແລ່ນ, ມ້າງປະກອບອາວຸດ 12 ຄະນະ, ຜ່ານສິ່ງກີດຂວາງ 4×50 ແມັດ 6 ຄະນະ, 3 ວິຊາການທະຫານສົມທົບ 6 ຄະນະ, ຍິງປືນທະຫານຮາບ (ປືນAK ມີ 07 ກົມກອງ, ປືນ K59 ປະເພດຊາຍ ມີ 3 ກົມກອງ ແລະ ປືນ K59 ປະເພດຍິງ ມີ 2 ກົມກອງ, ມີນັກກິລາທັງໝົດ 814 ສະຫາຍ, ຍິງ 156 ສະຫາຍ ທີ່ຕາງໜ້າຈາກ 28 ຫົວໜ່ວຍກົມກອງຄື: ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ, ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່ພະລາທິການກອງທັບ, ກົມໃຫຍ່ເຕັກນິກກອງທັບ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໂຮງໝໍສູນກາງ 103 ກອງທັບ, ວິທະຍາຄານນາຍທະຫານບົກກົມມະດໍາ, ວິທະຍາຄານເຕັກນິກການທະຫານ, ວິທະຍາຄານການແພດກອງທັບ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ກອງພັນໃຫຍ່ 11, ກອງພັນໃຫຍ່ 279, ກອງພັນໃຫຍ່ 941, ກອງບັນຊາການທະຫານອາກາດ, ເຫຼົ່າຮົບຕີພິເສດ (ກົມ 49), ເຫຼົ່າຮົບກົດລັບ, ເຫຼົ່າຮົບຊ່າງແສງ, ເຫຼົ່າຮົບລົດຕັງ-ຍານເກາະ (ກອງພັນໃຫຍ່ 661), ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ເຫຼົ່າຮົບປືນໃຫຍ່ໜ້າດິນ (ກອງພັນໃຫຍ່ 605), ກົມວິທະຍາສາດ-ປະຫວັດສາດການທະຫານ, ກົມ 213, ກອງບັນຊາການທະຫານຊາຍແດນ, ໂຮງຮຽນທິດສະດີການເມືອງກອງທັບ, ເຫຼົ່າຮົບປ້ອງກັນອາກາດ (ກອງພັນໃຫຍ່ 641) ແລະ ເຫຼົ່າຮົບເຄມີສາດ. ການແຂ່ງຂັນຈະດໍາເນີນເປັນເວລາ 12 ວັນ (ວັນທີ 8-19 ມັງກອນ 2025) ຈຶ່ງຈະສຳເລັດ.
ຈາກນັ້ນໃນພິທີ ຍັງໄດ້ຮັບຊົມການແຂ່ງຂັນກິລາບານເຕະຊາຍ ລະຫວ່າງທີມ ກົມໃຫຍ່ເສນາກອງທັບ ແລະ ກົມ 49 ດຳເນີນໄປດ້ວຍບັນຍາກາດຢ່າງຄຶກຄື້ນມ່ວນຊື່ນ.
ໂດຍ: ລີຕ່າ
May be an image of 13 people, people playing football, people playing soccer and grass