ແຂວງວຽງຈັນ ເປີດຂະບວນການແຂ່ງຂັນກິລາ ຊີງຂັນທ່ານເຈົ້າແຂວງ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ, ໃຫ້ກຽດເປັນປະທານ ແລະ ກ່າວເປີດງານຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ເຊິ່ງທ່ານກ່າວວ່າ: ການສ້າງຂະບວນການດ້ານກິລາເປັນສິ່ງທີ່ດີເພາະການຫລິ້ນກິລາເຮັດໃຫ້ເຮົາມີຮ່າງກາຍແຂງແຮງ, ມີສຸຂະພາບຈິດແຈ່ມໃສ, ສ້າງໄດ້ຄວາມສາມັກຄີພາຍໃນຄອບຄົວ ກໍ່ຄື ອົງການຈັດຕັ້ງ, ຊຸກຍູ້ສົ່ງເສີມໃຫ້ໄວລຸ້ນຍຸກໃຫມ່ ຫັນມາຮັກກິລາ ຫລິ້ນກິລາໃຫ້ຫລາຍຂຶ້ນເພື່ອໃຫ້ເຂົາເຈົ້າໃຊ້ເວລາວ່າງໃຫ້ເປັນປະໂຫຍດ ແລະ ຍັງຫ່າງໄກຈາກຢາເສບຕິດຕື່ມ ດັ່ງຄຳເວົ້າທີ່ວ່າ: ເສຍເຫື່ອໃຫ້ກິລາ ດີກວ່າເສຍນ້ຳຕາໃຫ້ຢາເສບຕິດ.
ທ່ານ ປອ ຄຳ ຂັນທະວີວອນ ວ່າການຫົວໜ້າພະແນກ ສຶກສາທິການແລ້ວກິລາແຂວງກ່າວວ່າ: ຈຸດປະສົງຂອງການເປີດຂະບວນການແຂ່ງຂັນກິລາຊີງຂັນທ່ານເຈົ້າແຂວງວຽງຈັນໃນຄັ້ງນີ້ ເພື່ອສະເຫຼີມສະຫຼອງໃຫ້ແກ່ວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ພ້ອມນີ້ກໍ່ເປັນການຊຸກຍູ້ສົ່ງເສີມໃຫ້ຊາວໜຸ່ມໄດ້ມີໂອກາດມາຫລິ້ນກິລາ ເພື່ອສ້າງຄວາມສາມັກຄີແລະມີສຸຂະພາບແຂ່ງແຮງອີກດ້ວຍ. ໂດຍຂະບວນການແຂ່ງຂັນ ມີ 4 ປະເພດກິລາຄື: ກິລາເປຕັງ, ກິລາບານສົ່ງ, ກິລາກະຕໍ້ ແລະ ກິລາດອກປີກໄກ່, ໃນນີ້ແຕ່ລະປະເພດປະກອບມີ: ຮຸ້ນທົ່ວໄປ ແລະ ຮຸ້ນອາວຸໂສ ແລະການນຳ. ເຊິ່ງຈະໄດ້ໃຊ້ເວລາໃນການແຂ່ງຂັນ 3 ວັນ ຄືວັນທີ 22-24 ຕຸລາ 2024ຈຶ່ງຈະສຳເລັດ. ເຂົ້າຮ່ວມພິທີດັ່ງກ່າວ ມີບັນດາການນຳແຂວງ ແລະ ນັກກິລາທີ່ມາຈາກ ບັນດາພະແນກການ ກົມກອງ ຫ້ອງການ ໂຮງຮຽນ ເຂົ້າຮ່ວມ.







