ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດຂາຍປີ້ລົດໄຟລາວ-ຈີນ ລ່ວງໜ້າ 7 ມື້ ເນື່ອງໃນເທສະການປີໃຫມ່ລາວ

Apr 8, 2024

ເຖິງຜູ້ໂດຍສານທີ່ຮັກແພງທຸກທ່ານ:
ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ມີຄວາມຍິນດີແຈ້ງມາຍັງຜູ້ໂດຍສານທຸກທ່ານຊາບວ່າ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວໃນການເດີນທາງໄລຍະເທສະການປີໃຫມ່ລາວທີ່ຈະມາເຖິງ.
ດັ່ງນັ້ນ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈິ່ງໄດ້ເປີດຂາຍປີ້ລົດໄຟລ່ວງໜ້າເຖິງ 7 ມື້ ສຳລັບປີ້ວັນທີ 14-22 ເມສາ 2024.
ນອກຈາກນີ້, ໃນບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍັງເປີດນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ໃນລະຫວ່າງວັນທີ 12-19 ເມສາ 2024 ສໍາລັບຖ້ຽວ C92/1 ແລະ C84/3 ໄປ-ກັບ ນະຄອນຫຼວງວຽງຈັນ-ຫຼວງພະບາງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງຜູ້ໂດຍສານຈຳນວນຫຼວງຫຼາຍ ໃນການເດີນທາງລະຫວ່າງສອງສະຖານີນີ້.
ພ້ອມດຽວກັນນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ປັບຕາຕະລາງເດີນລົດບາງສະຖານີ ເພື່ອອຳນວຍຄວາມສະດວກໃນການເດີນທາງຂອງຜູ້ໂດຍສານຫຼາຍຂຶ້ນ. ລາຍລະອຽດຕາຕະລາງເດີນລົດ ເບິ່ງຕາມຕາຕະລາງທີ່ຄັດຕິດມາ: