ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດຂາຍສິນຄ້າລາຄາປະຢັດເພື່ອຊ່ວຍເຫລືອປະຊາຊົນຫລຸດຜ່ອນຄ່າຄອງຊີບ

Oct 18, 2024

ໃນລະຫວ່າງວັນທີ 14-24 ຕຸລາ 2024 ລັດວິສາຫະກິດສະ ບຽງອາຫານນະຄອນ ຫລວງວຽງຈັນ ຮ່ວມກັບບໍລິສັດ ຊີພີ ລາວ ຈໍາກັດ ໄດ້ເປີດໂຄງການສິນຄ້າທຸງຟ້າລາຄາປະຢັດ ໂດຍສາ ມາດເຂົ້າໄປຊື້ໄດ້ທີ່ລັດວິສາຫະກິດສະບຽງອາຫານນະຄອນ ຫລວງວຽງຈັນ ຕັ້ງຢູ່ບ້ານສີຫອມ, ເມືອງຈັນທະບູລີ ເລີ່ມແຕ່ເວລາ 8 ໂມງ ຫາ 16 ໂມງ ທຸກວັນຈັນ-ວັນສຸກ.
ທ່ານ ຄໍາຫລ້າ ແສງດາວົງ, ຜູ້ອໍານວຍການລັດວິສາຫະກິດສະບຽງອາຫານນະ ຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນ ຊົນວ່າ: ຈຸດປະສົງໂຄງການນີ້ ເພື່ອຊ່ວຍ ເຫລືອປະຊາຊົນຫລຸດຜ່ອນຄ່າຄອງຊີບ, ທັງເປັນການຊຸກຍູ້ສົ່ງເສີມການຜະລິດພາຍ ໃນ ເພື່ອທົດແທນການນໍາເຂົ້າ, ໃນນັ້ນ ມີສິນຄ້າປະເພດຕ່າງໆ ທີ່ຖືກກວ່າລາຄາສິນ ຄ້າຕາມທ້ອງຕະຫລາດເຖີງ 40 ລາຍການ ເຊິ່ງເປັນສິນຄ້າທີ່ຜະລິດ ແລະ ປຸງແຕ່ງໂດຍໂຮງງານຂ້າສັດທັນສະໄໝດອນດູ່ທີ່ສະອາດປອດໄພ ແລະ ໄດ້ຄຸນນະພາບ ເຊັ່ນ: ສະໂພກໝູ, ໝູສາມຊັ້ນ, ຊີ້ນສັນໃນ, ຊີ້ນສັນນອກ, ກະດູກ, ເຄື່ອງໄນ, ຂາໝູ, ໄກ່ລາດປອກ, ໄຂ່ໄກ່, ໝູປີ້ງ, ລູກຊີ້ນ ແລະ ອື່ນໆ.
ການຈໍາໜ້າສິນຄ້າເປີດໂຄງການສິນຄ້າທຸງຟ້າລາຄາປະຢັດ ແມ່ນຈະດໍາເນີນເປັນເວລາ 3 ເດືອນ ຄື: ນັບແຕ່ວັນທີ 14-24 ຂອງເດືອນຕຸລາ, ພະຈິກ ແລະ ທັນວາ 2024 ໂດຍອີງໃສ່ຄວາມຕ້ອງການຂອງຜູ້ບໍລິໂພກ ກໍຄື ຜູ້ມາຊື້ໂດຍບໍ່ມີກໍານົດ, ແຕ່ຈະບໍ່ອະນຸຍາດໃຫ້ພໍ່ຄ້າ-ແມ່ຄ້າມືກາງ ຫລືຜູ້ປະກອບການເພື່ອຊື້ໄປຂາຍຕໍ່ເອົາກໍາໄລ.