ເປີດຂຶ້ນຢ່າງເປັນທາງການ ມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ ສສ ຫວຽດນາມ
ງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 13 ເປີດຂຶ້ນຢ່າງເປັນທາງການ ໃນຕອນຄໍ່າວັນທີ 1 ມິຖຸນາ 2024 ທີ່ນະຄອນດານັງ ສສ ຫວຽດນາມ ໂດຍມີບັນດາການນຳຂັ້ນສູງພັກ-ລັດ ຂອງປະເທດເຈົ້າພາບ ແລະ ປະເທດອາຊຽນ ເຂົ້າຮ່ວມ ເຊິ່ງ ສປປ ລາວ ເຮົາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະ ມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸພັນ ຫາດາວເຮືອງ ຫົວໜ້າກົງສູນລາວ ປະຈຳນະຄອນດານັງ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ.

ໃນການກ່າວເປີດພິທີ, ທ່ານ ເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ສສ ຫວຽດ ນາມ ໄດ້ກ່າວບາງຕອນວ່າ: “ຄະນະກິລານັກຮຽນໄດ້ນຳເອົາຄວາມງາມທີ່ເຕັມໄປດ້ວຍ ສຸຂະພາບເຂັ້ມແຂງ ດ້ວຍຮອຍຍິ້ມທີ່ສົດໃສ ສະແດງໃຫ້ເຫັນຄວາມສາມັກຄີ, ມິດ ຕະພາບ ແລະ ເຊີດຊູຈິດໃຈກິລາ ແລະ ໄຟແຫ່ງຄວາມກະຕືລືລົ້ນຂອງໄວໜຸ່ມເຍົາວະຊົນ ອາຊີຕາເວັນອອກສຽງໃຕ້, ພ້ອມທັງເສີມຂະຫຍາຍນ້ຳໃຈສາມັກຄີມິດຕະພາບຂອງບັນດາປະເທດໃນພາກພື້ນ”.
ຂະນະທີ່ ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ, ທັງເປັນປະທານ ຄະນະກຳມະການຈັດງານ ໄດ້ກ່າວວ່າ: “ງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່“ຽງໃຕ້ ແມ່ນງານມະຫາກຳກິລາໃຫຍ່ທີ່ສຸດ ຂອງບັນດານັກຮຽນມັດທະຍົມໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ ຊຸກຍູ້ຄວາມສາມັກຄີ, ມິດຕະພາບສາກົນ, ເຄົາລົບນັບຖື ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງບັນດາປະເທດ ເພື່ອການພັດທະນາທາງດ້ານຮ່າງກາຍ ແລະ ຈິດໃຈຂອງນັກສຶກສາ, ເພື່ອໃຫ້ຊາວໜຸ່ມອາຊີຕາເວັນອອກສຽງໃຕ້ເຊື່ອມໂຍງ ແລະ ພັດທະນາ. ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອແຂ່ງຂັນກິລາເທົ່ານັ້ນ, ງານມະຫາກຳກິລານັກຮຽນອາຊີຕາເວັນອອກສຽງໃຕ້ຄັ້ງທີ 13 ຍັງແມ່ນໂອກາດເພື່ອແລກປ່ຽນ, ຮຽນຮູ້ ແລະ ເຊື່ອມໂຍງເຂົ້າກັບບັນດານັກສຶກສາທີ່ມາຈາກ 10 ປະເທດອາຊຽນ, ດ້ວຍຈິດໃຈ “ເຊື່ອມໂຍງເຂົ້າກັນ”.
ພິທີເປີດ ເລີ່ມຕົ້ນດ້ວຍການສະແດງສິລະປະວັນນະຄະດີ ຫຼາຍລາຍການ ທີ່ສ່ອງແສງໃຫ້ເຫັນເຖິງມູນເຊື້ອວັດທະນະທຳອັນດີງາມຂອງປະເທດຫວຽດນາມ ເວົ້າລວມ ແລະ ເວົ້າສະເພາະຂອງນະຄອນດານັງ ທີ່ປະສົມກົມກືນລະຫວ່າງຍຸກເກົ່າກັບຄົນຍຸກສະໄໝໃໝ່ ກ່ອນຈະຕິດຕາມມາດ້ວຍຂະບວນສວນສະໜາມຂອງຂະບວນນັກກິລານັກຮຽນທັງ 10 ຊາດອາຊຽນ ເຊິ່ງທີມນັກກິລາທີມຊາດນັກຮຽນ ສປປ ລາວພວກເຮົາ ຖືທຸງຊາດນຳຂະບວນແມ່ນ ທ້າວ ຊະນະ ສີລິລັກ ນັກກິລາດອກປີກໄກ່ ຜົນງານຫຼຽນເງິນ ປະເພດທີມຄູ່ປະສົມ ຮຸ່ນ ຢູ-17 ຊີງແຊ໋ມອາຊີຕາເວັນອອກສຽງໃຕ້.
ສຳລັບທັບນັກກິລາລາວທີ່ເດີນທາງມາຄັ້ງນີ້ ລວມທັງຄະນະນຳ, ຜູ້ຮັບຜິດ ຊອບຄະນະ ແລະ ຄູຝຶກ ທັງໝົດ 80 ກວ່າຄົນ ສົ່ງເຂົ້າຮ່ວມຄົບທັງ 6 ປະເພດ ໄດ້ແກ່: ແລ່ນ-ລານ, ລອຍນໍ້າ, ດອກປີກໄກ່, ບານບ້ວງ, ປັນຈັກສີລັດ ແລະ ໂວວີນາມ.
Cr & Photo: ຄົນຂ້າງສະໜາມ, Asean school games
ຂ່າວ: ຂ່າວກິລາໂທລະພາບແຫ່ງຊາດ






