ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ

Aug 12, 2025

ໃນລະຫວ່າງວັນທີ 11-12 ສິງຫາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບ ຮອບ 75 ປີ ໂດຍມີ ທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ບັນດາການນໍາ, ອະດີດການນໍາ, ພ້ອມດ້ວຍສື່ມວນຊົນ ຈາກທຸກຂະແໜງການ ເຂົ້າຮ່ວມ.
May be an image of 1 person, prairie gentian and dais May be an image of 13 people and text
ໂອກາດນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ ບໍ່ພຽງແຕ່ເປັນສັນຍາລັກແຫ່ງຄວາມສໍາເລັດ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງຂະແໜງສື່ມວນຊົນ ແລະ ການພິມຈຳໜ່າຍ ເຊິ່ງຕະຫລອດໄລຍະ 75 ປີທີ່ຜ່ານມາ, ຂະແໜງສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຜ່ານຜ່າເສັ້ນທາງແຫ່ງການພັດທະນາອັນຍາວນານ, ກ້າວຈາກຍຸກແຫ່ງການພິມດັ້ງເດີມ ສູ່ຍຸກດີຈິຕອນທີ່ທັນສະໄໝ, ວຽກງານສື່ມວນຊົນ ບໍ່ໄດ້ເປັນພຽງແຕ່ການນໍາສະເໜີຂໍ້ມູນຂ່າວສານ, ແຕ່ຍັງເປັນພາຫະນະທີ່ສໍາຄັນໃນການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ, ການສຶກສາ, ທັງເປັນກະບອກສຽງ ທີ່ສ້າງຄວາມສາມັກຄີປອງດອງພາຍໃນຊາດ.
May be an image of 8 people, wrist watch and text May be an image of text
ງານວາງສະແດງ ໃນຄັ້ງນີ້, ບັນດາສື່ມວນຊົນລາວ ຈາກທຸກຂະແໜງການ ໄດ້ນຳເອົາຜະລິດຕະພັນຂອງຕົນ ມາວາງສະແດງ ທັງໝົດ 31 ຮ້ານ. ໃນນັ້ນ, ສື່ສິ່ງພິມ 12 ຮ້ານ ແລະ ສື່ເອເລັກໂຕຣນິກ 19 ຮ້ານ. ງານວາງສະແດງດັ່ງກ່າວ, ຖືເປັນບົດພິສູດທີ່ສະແດງໃຫ້ເຫັນເຖິງຄວາມຄິດສ້າງສັນ, ຄວາມມຸ່ງໝັ້ນ ແລະ ການເຕີບໂຕ, ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງຂອງສື່ມວນຊົນລາວ, ທັງເປັນເວທີແຫ່ງການແລກປ່ຽນ, ສ້າງແຮງບັນດານໃຈ ແລະ ຊຸກຍູ້ການຮ່ວມມືກັນ ເພື່ອສືບຕໍ່ພັດທະນາຂະແໜງ ສື່ມວນຊົນ ແລະ ການພິມຈຳໜ່າຍ ໃຫ້ກ້າວໜ້າຍິ່ງໆຂຶ້ນ.
ຂ່າວ: ທະນູທອງ
ພາບ: ເກດສະໜາ