ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ ຈັດງານວາງສະແດງຜົນງານ ແລະ ຜະລິດຕະພັນ ຂອງອົງການຈັດຕັ້ງສັງຄົມ ປະຈໍາປີ 2024 ທີ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 13-14 ທັນວາ 2024 ນີ້ ໂດຍໄດ້ຈັດໃຫ້ມີຫລາກຫລາຍກິດຈະກຳທີ່ໜ້າສົນໃຈ ເຂົ້າຮ່ວມເປີດງານດັ່ງກ່າວ, ມີຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງຂອງລັດຖະບານ, ອົງການຈັດຕັ້ງສາກົນ, ສະຖານທູດ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໂອກາດດັ່ງກ່າວ, ທ່ານ ນາງ ຈັນສີ ພິມພະຈັນ ປະທານ ຄະນະປະສານງານອົງການຈັດຕັ້ງສັງຄົມລາວ ໃຫ້ຮູ້ວ່າ: ງານວາງສະແດງ ໃນຄັ້ງນີ້, ໄດ້ຈັດໃຫ້ມີຫລາກຫລາຍກິດຈະກຳ ເຊັ່ນ: ການວາງສະແດງຜົນງານຂອງບັນດາກຸ່ມວິຊາການ ແລະ ເຄືອຂ່າຍຂອງອົງການຈັດຕັ້ງສັງຄົມ, ການວາງຂາຍສິນຄ້າ ແລະ ຜະລິດຕະພັນຂອງປະຊາຊົນ ແລະ ອົງການຈັດຕັ້ງສັງຄົມລາວ, ການສົນທະນາແລກປ່ຽນຄວາມຮູ້ກ່ຽວກັບຄຸນຄ່າ, ຜົນງານ ແລະ ການມີສ່ວນຮ່ວມຂອງອົງການຈັດຕັ້ງສັງຄົມ, ການປູກຈິດສໍານຶກໃນຫົວຂໍ້ “16 ມື້ ຮ່ວມກັນ! ລົງທຶນເພື່ອປ້ອງກັນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”, ການສະແດງສິລະປະ, ລະຄອນ, ການໂຕ້ວາທີ ແລະ ກິດຈະກຳອື່ນໆ ຈາກກຸ່ມໄວໜຸ່ມ ທີ່ມີຄວາມຫລາກຫລາຍ ແລະ ກຸ່ມຜູ້ທີ່ມີຄວາມພິການ ແລະ ຊົນເຜົ່າອື່ນໆ. ງານວາງສະແດງຜົນງານ ໃນຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 6 ເຊິ່ງຄັ້ງທີ 1 ຈັດຂຶ້ນໃນປີ 2018 ຜ່ານການຈັດງານດັ່ງກ່າວ, ເຫັນໄດ້ວ່າ ຈຳນວນຄົນ ທີ່ເຂົ້າຮ່ວມ ມີຕົວເລກເພີ່ມຂຶ້ນ ໃນແຕ່ລະປີ ເຊິ່ງເປັນການຢັ້ງຢືນເຖິງການ ໂຄສະນາຂົນຂວາຍ ໃຫ້ປວງຊົນເຂົ້າໃຈ ກ່ຽວກັບ ພາລະບົດບາດ ຂອງອົງການຈັດຕັ້ງສັງຄົມລາວ, ທັງເປັນການ ຢັ້ງຢືນເຖິງການຂະຫຍາຍຕົວຂອງອົງການຈັດຕັ້ງສັງຄົມລາວ ໃນການປະກອບສ່ວນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ ຕາມຂະແໜງການຕ່າງໆໃນຂອບເຂດທົ່ວປະເທດ. ນອກຈາກນີ້, ອົງການຈັດຕັ້ງສັງຄົມ ຍັງຈະໄດ້ສືບຕໍ່ ຈັດງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງອົງການຈັດຕັ້ງສັງຄົມ ຢູ່ບັນດາແຂວງເປົ້າໝາຍ ລວມທັງ ແຂວງຫລວງພະບາງ ແລະ ແຂວງຄຳມ່ວນ ໃນຕົ້ນໄຕມາດທີ 1 ໃນປີ 2025.
ໂອກາດດຽວກັນນີ້, ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ ກ່າວວ່າ: ໃນໄລຍະຜ່ານມາ, ອົງການຈັດຕັ້ງສັງຄົມລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງຜັນຂະຫຍາຍເປົ້າໝາຍ ການພັດທະນາແບບຍືນຍົງ (SDGs) ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ລັດຖະບານວາງອອກ ໃນແຕ່ລະໄລຍະ ຢູ່ໃນຫລາຍຂົງເຂດວຽກງານ ໂດຍສຸມໃສ່ບັນດາວຽກງານຕົ້ນຕໍ ເຊັ່ນ: ການຫລຸດຜ່ອນຄວາມທຸກຍາກ, ການພັດທະນາຊຸມຊົນ, ການຄໍ້າປະກັນດ້ານສະບຽງອາຫານ, ການສົ່ງເສີມການສຶກສາ, ການສົ່ງເສີມສຸຂະພາບ, ການອະນຸລັກສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ການສົ່ງເສີມຄວາມສະເໝີພາບບົດບາດ ຍິງ-ຊາຍ ແລະ ວຽກງານອື່ນໆ ເຫັນວ່າມີຜົນສໍາເລັດຫລາຍດ້ານ ແລະ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ງານວາງສະແດງຜົນງານ, ຜະລິດຕະພັນ ແລະ ສິນຄ້າຈາກຜົນຜະລິດຂອງບັນດາອົງການຈັດຕັ້ງສັງຄົມລາວ ຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງໃຫ້ເຫັນຜົນງານ, ຜົນສໍາເລັດ, ຜົນຜະລິດ ທີ່ກາຍເປັນຜະລິດຕະພັນ ແລະ ເປັນສິນຄ້າຂອງບັນດາສະມາຄົມ ແລະ ມູນນິທິຂອງລາວເທົ່ານັ້ນ ແຕ່ເປັນຂີດໝາຍທີ່ສໍາຄັນ ເພື່ອເປັນການໂຄສະນາ ແລະ ເຜີຍແຜ່ ກ່ຽວກັບບົດບາດ, ຄວາມໝາຍຄວາມສໍາຄັນ ໃນການປະກອບສ່ວນ ຂອງອົງການຈັດຕັ້ງສັງຄົມລາວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ທົ່ວສັງຄົມລາວ ໄດ້ຮັບຮູ້ຢ່າງກວ້າງຂວາງ. ພ້ອມນີ້, ຍັງເປັນເວທີແລກປ່ຽນບົດຮຽນ ແລະ ພັດທະນາຄວາມຮູ້ ຫລາກຫລາຍຫົວຂໍ້ ທີ່ກໍານົດໃນແຕ່ລະປີ.
ງານວາງສະແດງໃນຄັ້ງນີ້, ໄດ້ຮັບການສະໜັບສະໜູນດ້ານງົບປະມານ, ປະກອບສ່ວນດ້ານວັດຖຸ, ແຮງງານ ແລະ ສະຕິປັນຍາ ຈາກບັນດາຄູ່ຮ່ວມພັດທະນາ ຂອງລັດຖະບານລາວ ແລະ ບັນດາອົງການຈັດຕັ້ງສາກົນ ລວມທັງອົງການຈັດຕັ້ງສາກົນ ບໍ່ສັງກັດລັດຖະບານ ທີ່ເຄື່ອນໄຫວ ຢູ່ ສປປ ລາວ ໂດຍສະເພາະ ອົງການຮ່ວມມືແຫ່ງປະເທດສະວິດເຊີແລນ ປະຈຳ ລາວ, ສະຫະພາບເອີຣົບ, ສະຖານທູດຝຣັ່ງ, ສະຖານທູດເຢຍລະມັນ ປະຈຳ ລາວ, ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ອົງການຮ່ວມມືລາວ-ເຢຍລະມັນ (GIZ).
ທີ່ມາ: ຂປລ







