ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນມາຮ່ວມວາງສະແດງ. ໃນນັ້ນ, ປະກອບມີ 6 ຂະແໜງການຄື: ເຄື່ອງຈັກກະສິກຳ, ເຄື່ອງຈັກແປຮູບອາຫານ, ພະລັງງານທົດແທນ (ພະລັງງານແສງອາທິດ, ລະບົບການກັກເກັບພະລັງງານ), ການຂົນສົ່ງຂ້າມປະເທດ, ການຄ້າອອນລາຍ, ລວມເຖິງການ ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ອື່ນໆ.
ງານວາງສະແດງໃນຄັ້ງນີ້, ແນໃສ່ຂະຫຍາຍການຮ່ວມມືດ້ານອຸດສາຫະກຳ ແລະ ການຄ້າ ລະ ຫວ່າງລາວ-ຈີນ ໃຫ້ໄດ້ຮັບການພັດທະນາ, ທັງເປັນການ ຈັບຄູ່ທາງດ້ານທຸລະກິດ ແລະ ແລກປ່ຽນທາງການຄ້າ-ການລົງທຶນ ລະຫວ່າງວິສາຫະກິດ ລາວ-ຈີນ ເຊິ່ງພາຍໃນງານ ໄດ້ຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນ ກອງປະຊຸມຈັບຄູ່ທຸລະກິດອຸດສາຫະກຳ, ການຊີມຜະລິດຕະພັນຈາກເເຂວງຢູນນານ, ວາງສະແດງສິນຄ້າ ແລະ ອື່ນໆ. ງານວາງສະແດງດັ່ງກ່າວ, ບໍ່ພຽງແຕ່ເປັນການສືບຕໍ່ການຮ່ວມມືທາງເສດຖະກິດ ແລະ ການຄ້າ ລາວ-ຈີນ ຢ່າງມີຄຸນນະພາບ, ແຕ່ຍັງເປັນການສົ່ງເສີມຕ່ອງໂສ້ອຸດສາຫະກຳພາຍໃນພາກພື້ນ ອີກດ້ວຍ.
ໂອກາດນີ້, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະ ຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ງານວາງສະແດງໃນຄັ້ງນີ້, ບໍ່ພຽງແຕ່ເປັນການວາງສະແດງສິນຄ້າ ແລະ ເຕັກໂນໂລຊີ ເທົ່ານັ້ນ ແຕ່ຍັງເປັັນເວທີແລກປ່ຽນປະສົບການ ແລະ ຄົ້ນຄວ້າກາລະໂອກາດ ໃນການຮ່ວມມືກັນ ດ້ານການຄ້າ-ການລົງທຶນໃນຕໍ່ໜ້າ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເຂົ້າໃນການຂົນສົ່ງສິນຄ້າ ເຊິ່ງຖືກຂະໜານນາມວ່າ ເປັນ “ສາຍທາງຄໍາ” ກໍເກີດຂຶ້ນໃນຍຸກການພັດທະນາ ເຊິ່ງໄດ້ເຮັດໃຫ້ຂະແໜງຄົມມະນາຄົມ-ຂົນສົ່ງ ຂະຫຍາຍຕົວຢ່າງກວ້າງ ຂວາງ, ສິນຄ້າ, ຜະລິດຕະພັນທາງດ້ານອຸດສາຫະກຳ ແລະ ເຕັກໂນໂລຊີໃໝ່ໆ ໄດ້ຖືກກະຈາຍອອກໄປ ບໍ່ສະເພາະ ແຕ່ 2 ປະເທດ ລາວ-ຈີນ ເທົ່ານັ້ນ, ແຕ່ຍັງລວມໄປເຖິງ ລະດັບພູມມິພາກອາຊຽນ ແລະ ອາ ຊີອາຄະເນ ເຊິ່ງໄດ້ນໍາຜົນປະໂຫຍດອັນມະຫາສານ ມາສູ່ສອງປະເທດ ລາວ-ຈີນ.
ທ່ານ ນາງ ບົວວອນ ສຸກລາແສງ ຍັງໄດ້ເນັ້ນໃຫ້ຜູ້ປະກອບການ, ນັກທຸລະກິດ ແລະ ບໍລິສັດ ລາວ-ຈີນ ຮ່ວມມືກັນນໍາໃຊ້ “ປັນຍາປະດິດ” ຫລື ເອໄອ ເພື່ອໃຫ້ເກີດຜົນປະໂຫຍດທາງດ້ານການຄ້າ-ການລົງທຶນ ໂດຍສະເພາະແມ່ນ ລະບົບການຂົນສົ່ງສິນຄ້າ(ໂລຈິສຕິກ) ແລະ ການຊຳລະສິນຄ້າ ລະຫວ່າງປະເທດ ໂດຍນໍາໃຊ້ເສັ້ນທາງຄົມມະນາຄົມທີ່ມີຢູ່ ເປັນຕົ້ນ ທາງບົກ, ທາງນໍ້າ ແລະ ທາງອາກາດ, ລວມເຖິງລະບົບໂປແກຣມຕ່າງໆ ເຊິ່ງພວກເຮົາມີພື້ນຖານຈໍານວນໜຶ່ງແລ້ວ, ພ້ອມທັງໃຫ້ພ້ອມກັນ ຄົ້ນຄວ້າການນໍາໃຊ້ພະລັງງານໃໝ່ໆ ແລະ ສ້າງເສດຖະກິດສີຂຽວ ເປັນຕົ້ນ ພະລັງງານສະອາດ, ລວມໄປເຖິງການສ້າງເຂດການຜະລິດກາກບອນຕໍ່າ ແລະ ພ້ອມກັນຊຸກຍູ້ການຂະຫຍາຍຕົວ ຂອງຕ່ອງໂສ້ອຸດສາຫະກຳ ໂດຍສົ່ງເສີມໃຫ້ ບໍລິສັດ ລາວ-ຈີນ ມີການແລກປ່ຽນ ແລະ ຖ່າຍທອດເຕັກໂນໂລຊີ ລະຫວ່າງກັນ ເພື່ອເຮັດໃຫ້ເກີດຕ່ອງໂສ້ອຸດສາຫະກຳຕົ້ນນໍ້າ-ປາຍນໍ້າ ເຊື່ອມຈອດກັນ.
ໂອກາດດຽວກັນ, ຜູ້ຕາງໜ້າຈາກບັນດາບໍລິສັດ ທີ່ເຂົ້າຮ່ວມງານວາງສະແດງໃນຄັ້ງນີ້, ຕ່າງກໍສະແດງຄວາມເຫັນວ່າ ຈະອາໄສທ່າເເຮງນີ້ ກໍຄື ງານວາງສະແດງ ແລະ ການແລກປ່ຽນບົດຮຽນ, ປະສົບການເຊິ່ງກັນ ແລະ ກັນ ໃນຄັ້ງນີ້, ເພື່ອຂະຫຍາຍໝາກຜົນຕະຫລາດໃນລາວ, ລວມທັງອາຊຽນ ແລະ ຜັກດັນເຮັດໃຫ້ການຜະລິດ ໃນແຂວງຢຸນນານ ກ້າວສູ່ລະດັບສາກົນ ແລະ ໃນອະນາຄົດ ບໍລິສັດຈະນຳໃຊ້ລະບົບໂລຈິສຕິກຂອງທາງລົດໄຟ ລາວ-ຈີນ ໃນການຂະຫຍາຍຕະຫລາດໄປສູ່ພູມີພາກອາຊຽນ ແລະ ພັດທະນາແນວທາງບັນຈຸພັນ ໄດ້ຢ່າງເປັນມິດກັບສິ່ງແວດລ້ອມ ໃຫ້ກັບຕະຫລາດລາວ.
ຂ່າວ: ທະນູທອງ
ພາບ: ເກດສະໜາ






