ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າ 3 ປະເທດ ທີ່ແຂວງຄໍາມ່ວນ

Nov 18, 2024

ພິທີເປີດງານເທດສະການອາຫານ, ວາງສະແດງ ແລະ ຈໍາໜ່າຍສິນຄ້າ ທີ່ແຂວງຄໍາມ່ວນ ຈັດຂື້ນໃນວັນທີ 15 ພະຈິກ 2024 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ງານດັ່ງກ່າວ ຈັດຂຶ້ນເປັນເວລາ 5 ວັນ, ນັບແຕ່ວັນທີ 13-17 ພະຈິກ 2024 ເຊິ່ງມີຮ້ານວາງສະແດງອາຫານ ແລະ ສິນຄ້າ ທັງ ໝົດ 171 ຫົວໜ່ວຍ, 210 ຮ້ານ, ລວມມູນຄ່າສິນຄ້າປະມານ 10 ຕື້ກວ່າກີບ ໃນນັ້ນປະກອບມີ: ຫົວໜ່ວຍພາຍໃນແຂວງ 146 ຫົວໜ່ວຍ, ຕ່າງແຂວງ 13 ຫົວໜ່ວຍ, ສສ ຫວຽດນາມ 2 ຫົວ ໜ່ວຍ, ປະເທດໄທ 5 ຫົວໜ່ວຍ; ປະກອບມີ: ສິນຄ້າປະເພດອາຫານ, ສິນຄ້າຫັດຖະກໍາ, ສິນຄ້າກະສິ ກຳ, ຜະລິດຕະພັນອຸດ ສາຫະກຳ, ຜະລິດຕະພັນຂອງໂຮງງານປຸງແຕ່ງ, ຜະລິດຕະ ພັນຂອງທະນາຄານ, ຜະລິດຕະພັນ ການທ່ອງທ່ຽວ ແລະ ອື່ນໆ.
ນອກຈາກນີ້ ຍັງມີກິດຈະກໍາທີ່ຫຼາກຫຼາຍເຊັ່ນ: ການວາງສະ ແດງກ່ຽວກັບຜະລິດຕະ ພັນສິນຄ້າໂອດ໋ອບ ແລະ ຜະລິດຕະພັນອາຫານຈາກ 10 ເມືອງຂອງແຂວງຄໍາມ່ວນ, ຈາກຕ່າງແຂວງ, ບັນດາສິນຄ້າ (ODOP, OTOP, OCOP) ຈາກຕ່າງປະເທດ; ການແຂ່ງຂັນປະກວດອາຫານທີ່ເປັນເອກະລັກ, ຕົວແທນຈາກ 10 ເມືອງ ທີຈະໄດ້ນໍາສະເໜີວິທີປຸງແຕ່ງອາຫານໃນຮູບແບບຕ່າງໆ; ການເປີດເວທີສົນທະນາວຽກງານສົ່ງເສີມ, ພັດທະນາສິນຄ້າ, ການອອກແບບ ແລະ ການເຂົ້າຫາແຫລ່ງທືນ; ກິດຈະກຳສະແດງການນຸ່ງຊຸດຊົນເຜົ່າຈາກ 9 ເຜົ່າຂອງບັນດາເມືອງ ພາຍໃນແຂວງ ເພື່ອສົ່ງ ເສີມຮີດຄອງປະເພນີການນຸ່ງຫົ່ມ, ທັງເປັນການໂຄສະນາເຜີຍແຜ່ວັດທະນະທໍາຂອງຊາວແຂວງຄຳມ່ວນ; ກິດຈະກໍາ ເສບດົນຕີພື້ນເມືອງລາວ, ຈາກວົງດົນຕີລາວເດີມ, ວົງດົນຕີດາວເໜືອ, ບົດຟ້ອນຈາກຄະນະສິລະປະ ແລະ ລໍາພື້ນເມືອງທີ່ເປັນເອກະລັກຂອງແຂວງ ຄໍາມ່ວນ ແລະ ບັນດາກິດຈະກໍາອື່ນໆ.
ທ່ານ ວັນໄຊ ພອງສະຫວັນ ມີຄໍາເຫັນກ່າວເປີດງານຄັ້ງນີ້ວ່າ: ງານຄັ້ງນີ້ຈັດຂຶ້ນເພື່ອເປັນການສົ່ງເສີມການຮ່ວມມື ແລະ ການໂຄສະນາປະຊາສໍາພັນໃຫ້ທຸກພາກ ສ່ວນໃນທົ່ວສັງຄົມທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ເຖິງລົດຊາດຂອງອາຫານ ແລະ ຜະລິດຕະພັນສິນຄ້າ (ODOP, OTOP, OCOP) ທີ່ເກີດຈາກພູມປັນຍາຂອງປະຊາຊົນ ແລະ ເປັນເອກະລັກຂອງທ້ອງຖິ່ນ ໂດຍຕິດພັນກັບການຮ່ວມມືສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ຂອງບັນດາແຂວງຂອງ 3 ປະເທດ ລາວ, ຫວຽດນາມ ແລະ ໄທ ໃຫ້ມີການຂະຫຍາຍຕົວ. ທັງເປັນການຊຸກຍູ້ບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ, ຂະໜາດກາງ(SMEs) ຂອງປະຊາຊົນລາວ-ຫວຽດນາມ-ໄທ ໄດ້ມີໂອກາດແລກປ່ຽນສິນຄ້າຮ່ວມກັນ ເພື່ອສ້າງເງື່ອນໄຂໃຫ້ສິນຄ້າຂອງຕົນໄດ້ເຂົ້າເຖິງຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂື້ນ.
ທີ່ມາ: ມີເດຍລາວ