ເປີດງານສະເຫຼີມສະຫຼອງປີທ່ອງທ່ຽວລາວ ແລະ ງານເທສະການບຸຸນເຂົ້າໄກ່ນ້ອຍ ປີ2024 ທີ່ແຂວງຊຽງຂວາງ
ພິທີເປີດງານສະເຫຼີມສະຫຼອງປີທ່ອງທ່ຽວລາວ ແລະ ງານເທສະການບຸນເຂົ້າໄກ່ນ້ອຍ 2024 ໄດ້ມີຂຶ້ນຢ່າງເປັນທາງການໃນ ວັນທີ 5 ທັນວາ 2024 ງານດັ່ງກ່າວໄດ້ຈັດຂຶ້ນທີ່ເດີນຫໍພິພິຕະພັນແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງຊຽງຂວາງ. ເປັນກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວໄຂ ຄໍາພິທູນ ຮອງນາຍົກລັກຖະມົນຕີແຫ່ງ ສປປ ລາວ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ.

ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ປະທານຈັດງານຄັ້ງນີ້ ໄດ້ຂຶ້ນຜ່ານບົດລາຍງານການກະກຽມຄວາມພ້ອມຈັດງານສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ແລະ ງານເທສະການບຸນເຂົ້າໄກ່ນ້ອຍ ຂອງແຂວງຊຽງຂວາງ ໂດຍວາງແຜນກຳນົດເອົາ 09 ກິດຈະກໍາ ພາຍໃນງານບຸນເຂົ້າໄກ່ນ້ອຍມີຄື: ກອງເຂົ້າຈໍາລອງ 3 ກອງ ແລະ ຮູບພາບມໍລະດົກໂລກໄຫຫີນ 11 ແຫລ່ງ, ພິທີທາງສາດສະໜາ (ສູ່ຂັວນເຂົ້າ): ກິດຈະກໍາແຂ່ງຂັນປຸງແຕ່ງອາຫານ(ຊີມອາຫານ) 10 ຫ້ອງ, ວາງສະແດງສິນຄ້າກະສິກໍາກຸ່ມຜູ້ຜະລິດເຂົ້າໄກ່ນ້ອຍ ແລະ ກະສິກໍາອື່ນໆ) 24 ຫ້ອງ, ວາງສິນຄ້າໂອດອບ ຂອງ 7 ເມືອງພາຍໃນແຂວງຊຽງຂວາງ, ຕະຫຼາດນັດສິນຄ້າທົ່ວໄປ, ສະແດງສິນລະປະ, ຕີກອງຄູ່ຕີກອງງົບງັນ, ຈັດເວທີສົນທະນາລະຫວ່າງຜູ້ປະກອບການ, ຜູ້ຜະລິດສິນຄ້າກະສິກໍາ ແລະ ຝ່າຍວິຊາການ, ເດີນແບບນາງສາວເຂົ້າໄກ່ນ້ອຍ.
ຈາກນັ້ນ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໄດ້ຂຶ້ນກ່າວເປີດທີຢ່າງເປັນທາງການ ໂດຍທ່ານໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສໍາຄັນ ແລະ ປະຫວັດຄວາມເປັນມາຂອງຂອງບຸນເຂົ້າໄກ່ນ້ອຍ. ແຂວງຊຽງຂວາງ ມີເນື້ອທີ 15,880 ກິໂລຕາແມັດ ເປັນເຂດພູດວຍກວມ 90% ມີອາກາດຊຸມເຢັນຕະຫຼອດປີ ມີປະຊາກອນ 288.000 ກວ່າຄົນ ປະກອບມີ 6 ເຜົ່າ 7 ເມືອງ ໂດຍອີງໃສ່ທີ່ຕັ້ງ ແລະ ພູມສັນຖານ ປາຊາຊົນຊາວແຂວງຊຽງ ຂວາງ ສ່ວນໃຫຍ່ປະກອບອາຊີນເປັນຊາວນາປູເຂົ້າ ທຸກປີພາຍຫຼັງກ່ຽວເຂົ້າມາກອງໄວ້ ເປັນຮູບເຄິ່ງມົນຊົງຕັ້ງຄືໜ່ວຍໄຂ່ ເອີ້ນວ່າກອງເຂົ້າ ຫຼັງຈາກເກັບກ່ຽວສໍາເລັດກໍໄດ້ມີການສູ່ຂວັນເຂົ້າ ເພື່ອເປັນການສະແດງເຖິງບຸນຄຸນຂອງເຂົ້າ ແລະ ອາທິການໃຫ້ປີຕໍ່ໄປເກັບກ່ຽວໄດ້ຫຼາຍກວ່າເກົ່າ ໂດຍສືບທອດກັນມາລຸນສູ່ລຸ່ນ ຈົນເຖິງໄລຍະເສດຖະກິດມີການພັດທະນາ ຈຶ່ງໄດ້ກາຍເປັນງານບຸນ ແລະ ໃສ່ຊື່ວ່າບຸນເຂົ້າໄກ່ນ້ອຍ, ຍ້ອນວ່າເຂົ້າໄກ່ນ້ອຍເປັນເຂົ້າທີ່ມີລົດຊາດແຊບຫອມອ່ອນນຸ່ມ ແຊບຊ້ອຍ ແລະມີຄວາມນິຍົມບໍລິໂພກຫຼາຍກວ່າໝູ່. ຈາກນັ້ນໄດ້ມີພິທີລັ່ນຄ້ອງເກົ້າບາດເພື່ອເປັນສິຣິມົງຄຸນ, ຫຼັງຈາກນັ້ນ ຄະນະຜູ້ແທນພ້ອມດ້ວຍແຂກຖືກເຊີນໄດ້ເຂົ້າຢ້ຽມຊົມ ຕະຫຼາດນັດສິນຄ້າກະສິກໍາ, ສິນຄ້າໂອດ໊ອບ 7 ເມືອງ ແລະ ສິນຄ້າອືໆພາຍໃນງານນໍາອີກ .
ການຈັດງານຄັ້ງນີ້ ເພື່ອໂຄສະນາການທ່ອງທ່ຽວຂອງແຂວງຊຽງຂວາງ ອອກສູ່ພາຍນອກໃຫ້ນັບມື້ກ້ວາງຂວາງ, ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫຼາຍຂື້ນ ເພື່ອນໍາເງິນຕາເຂົ້າປະເທດ ກໍ່ຄື ແຂວງຊຽງຂວາງ, ກະຈາຍລາຍໄດ້ໂດຍກົງ ໃຫ້ຜູ້ປະກອບການທຸລະກິດ ເຊັ່ນ: ການຂົນສົ່ງ, ເຮືອນ ພັກ, ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທິງ, ການບໍລິການນໍາທ່ຽວ ແລະ ຜູ້ປະກອບການອື່ນໆ ເປັນການສ້າງວຽກເຮັດງານທຳ-ສ້າງລາຍຮັບໃຫ້ແກ່ປະຊາຊົນ, ຊຸກຍູ້ສົ່ງເສີມການຜະລິດກະສິກຳ, ອຸດສະຫະກຳໃຫ້ການເປັນສິນຄ້າ. ອີກດ້ານໜຶ່ງ ເພື່ອປົກປັກຮັກສາອະນຸລັກວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ກໍຄື ຂອງປະຊາຊົນຊາວແຂວງຊຽງຂວາງບັນດາເຜົ່າ ທັງເປັນການສະເຫຼີມສະຫຼອງວັນຊາດທີ 02 ທັນວາ ຄົບ ຮອບ 49 ປີ ໂດຍໄດ້ຈັດການແຂ່ງຂັນກິລາບານເຕະອາວຸໂສ ເລີ່ມແຕ່ວັນທີ 26 ພະຈິກ 2024 ເຖິງ 02 ທັນວາ 2024, ຈັດງານສະເຫຼີມສະຫຼອງປີທ່ອງທ່ຽວລາວ ເປັນຕົ້ນ ງານບຸນໂສກນາດ ຕະກຳຖໍ້າປິວເມືອງຄຳ, ງານສົ່ງເສີມການລ້ຽງປາແຝກ ເຊິ່ງເປັນປາພັນທ້ອງຖິ່ນຢູ່ບ້ານປຸ່ງແວນເມືອງແປກ, ເທສະການງານບຸນເຂົ້າໄກ່ນ້ອຍຂອງແຂວງຊຽງຂວາງ.
ຂ່າວ: ບຸນທະວີ ວົງປັນຍາ






